Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 7:4 - ພຣະຄຳພີສັກສິ

4 ຈົ່ງ​ຄິດ​ເບິ່ງ ແມ່ນ​ວ່າ​ທ່ານ​ຜູ້​ນີ້​ໃຫຍ່​ພໍ​ພຽງ​ໃດ ທີ່​ອັບຣາຮາມ​ຜູ້​ເປັນ​ຕົ້ນ​ຕະກຸນ​ນັ້ນ ຍັງ​ໄດ້​ແບ່ງ​ໜຶ່ງສ່ວນສິບ​ຂອງ​ຊັບ​ທີ່​ໄດ້​ມາ​ຈາກ​ຊະເລີຍ​ອັນ​ດີທີ່ສຸດ​ມາ​ຖວາຍ​ແກ່​ທ່ານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຈົ່ງ​ຄິດ​ເບິ່ງ​ວ່າ​ເມຄີເຊເດັກ​ຍິ່ງໃຫຍ່​ຂະໜາດ​ໃດ, ແມ່ນແຕ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຍັງ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ທີ່​ຢຶດ​ມາ​ໃຫ້​ແກ່​ເພິ່ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 7:4
9 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ຈົ່ງ​ຫັນ​ມາ​ອວຍພອນ​ໃຫ້​ອັບຣາມ​ເຖີດ ສາທຸການ​ແດ່​ພຣະເຈົ້າ​ຜູ້​ໃຫ້​ຊະນະ​ເຫຼົ່າ​ສັດຕູ.” ແລ້ວ​ອັບຣາມ​ກໍໄດ້​ຖວາຍ​ໜຶ່ງສ່ວນສິບ​ໃນ​ສິ່ງຂອງ​ທັງໝົດ ຊຶ່ງ​ເພິ່ນ​ໄດ້​ມາ​ຈາກ​ການ​ສູ້ຮົບ​ນັ້ນ ໃຫ້​ແກ່​ເມຄີເຊເດັກ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ມີ​ສິດ​ທີ່​ຈະ​ກ່າວ​ຢ່າງ​ເຊື່ອໝັ້ນ​ຕໍ່​ພວກທ່ານ ເຖິງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ເພິ່ນ​ເອງ ຊຶ່ງ​ຢູ່​ທ່າມກາງ​ພວກເຮົາ​ຈົນເຖິງ​ທຸກ​ວັນນີ້.


ແລະ​ກໍ​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ​ຍ້ອນ​ຄວາມເຊື່ອ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເອີ້ນ​ອັບຣາຮາມ​ວ່າ, “ສະຫາຍ​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka