Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 7:3 - ພຣະຄຳພີສັກສິ

3 ບິດາ​ມານດາ ຫລື​ເຊື້ອວົງ​ຂອງທ່ານ​ບໍ່ມີ​ກ່າວ​ໄວ້ ວັນ​ຕົ້ນ​ແລະ​ວັນ​ປາຍ​ແຫ່ງ​ຊີວິດ​ຂອງທ່ານ ກໍ​ບໍ່ມີ​ເໝືອນກັນ ແຕ່​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະເຈົ້າ ຈຶ່ງ​ດຳລົງ​ຢູ່​ເປັນ​ປະໂຣຫິດ​ສືບໆໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ບໍ່​ມີ​ບັນທຶກ​ວ່າ​ຜູ້ໃດ​ເປັນ​ບິດາ ຫລື ມານດາ, ບໍ່​ມີ​ລຳດັບ​ວົງ​ຕະກູນ, ບໍ່​ມີ​ວັນ​ເລີ່ມຕົ້ນ ຫລື ວັນ​ສິ້ນສຸດ​ຊີວິດ, ເໝືອນກັນ​ກັບ​ພຣະບຸດ​ຂອງ​ພຣະເຈົ້າ, ເພິ່ນ​ເປັນ​ປະໂລຫິດ​ຕະຫລອດໄປ.

Uka jalj uñjjattʼäta Copia luraña




ເຮັບເຣີ 7:3
11 Jak'a apnaqawi uñst'ayäwi  

ໂກຮາດ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ. ໂກຮາດ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບສາມ​ປີ.


ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ມາ ແລະ​ໄດ້​ຈົດ​ຊື່​ພວກເຂົາ​ທັງໝົດ​ຕາມ​ຕະກຸນ ແລະ​ຕາມ​ຄອບຄົວ. ຜູ້ຊາຍ​ອິດສະຣາເອນ​ທຸກຄົນ ຕັ້ງແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໄດ້​ຖືກ​ຈົດ​ຊື່ ແລະ​ຖືກ​ນັບ​ໄວ້


ແລ້ວ​ຜູ້ລໍ້ລວງ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫຼົ່ານີ້​ໃຫ້​ເປັນ​ອາຫານ​ແມ.”


ດ້ວຍເຫດນັ້ນ ຖ້າ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຜູ້​ຍິ່ງໃຫຍ່ ທີ່​ຜ່ານ​ຟ້າ​ສະຫວັນ​ມາ​ແລ້ວ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ. ຈົ່ງ​ໃຫ້​ພວກເຮົາ​ຢຶດຖື​ຄວາມເຊື່ອ ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ​ໃຫ້​ໝັ້ນຄົງ.


ສ່ວນ​ເມຄີເຊເດັກ​ຜູ້​ນີ້ ຄື​ກະສັດ​ແຫ່ງ​ເມືອງ​ຊາເລັມ ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ ໄດ້​ພົບ​ອັບຣາຮາມ ຂະນະທີ່​ອັບຣາຮາມ​ກຳລັງ​ກັບ​ມາ​ຈາກ​ການ​ຮົບ​ກັບ​ກະສັດ​ທັງຫລາຍ​ດ້ວຍ​ໄຊຊະນະ ແລະ​ໄດ້​ຊົງ​ອວຍພອນ​ແກ່​ເພິ່ນ.


ເພາະ​ມີ​ຄຳ​ພະຍານ​ທີ່​ກ່າວ​ເຖິງ​ເພິ່ນ​ວ່າ, “ທ່ານ​ເປັນ​ປະໂຣຫິດ​ຕະຫລອດໄປ​ເປັນນິດ ໃນ​ແບບ​ດຽວກັນ​ກັບ​ເມຄີເຊເດັກ.”


ອັບຣາຮາມ​ໄດ້​ແບ່ງ​ສິ່ງ​ຂອງ​ທັງໝົດ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ຖວາຍ​ແກ່​ເມຄີເຊເດັກ ເມຄີເຊເດັກ​ແປ​ຢ່າງ​ໜຶ່ງ​ວ່າ ກະສັດ​ແຫ່ງ​ຄວາມ​ຊອບທຳ​ຕາມ​ຄວາມໝາຍ​ແຫ່ງ​ພຣະນາມ​ຂອງທ່ານ ແລະ​ອີກ​ທັງ​ເປັນ​ກະສັດ​ແຫ່ງ​ສັນຕິສຸກ ຕາມ​ຄວາມໝາຍ​ຂອງ​ຊື່​ເມືອງ​ຊາເລັມ.


ເມຄີເຊເດັກ​ບໍ່ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ ແຕ່​ເພິ່ນ​ກໍໄດ້​ຮັບ​ໜຶ່ງສ່ວນສິບ​ຈາກ​ອັບຣາຮາມ ແລະ​ໄດ້​ອວຍພອນ​ອັບຣາຮາມ ຜູ້​ທີ່​ໄດ້​ຮັບ​ພຣະສັນຍາ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka