Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 7:11 - ພຣະຄຳພີສັກສິ

11 ດັ່ງນັ້ນ ຖ້າ​ຄວາມ​ບໍຣິບູນ​ບັນລຸ​ໄດ້​ທາງ​ລະບົບ​ປະໂຣຫິດ​ເຜົ່າ​ເລວີ (ເພາະວ່າ​ປະຊາຊົນ​ໄດ້​ຮັບ​ກົດບັນຍັດ​ໂດຍ​ວິທີ​ນີ້) ເປັນຫຍັງ​ຈະ​ຕ້ອງ​ມີ​ປະໂຣຫິດ​ອື່ນ​ອີກ​ຕາມ​ແບບຢ່າງ​ຂອງ​ເມຄີເຊເດັກ ບໍ່ແມ່ນ​ຕາມ​ແບບຢ່າງ​ຂອງ​ອາໂຣນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ຖ້າ​ຫາກ​ມະນຸດ​ມາ​ເຖິງ​ຄວາມບໍລິບູນ​ຄົບຖ້ວນ​ໃນ​ພຣະເຈົ້າ​ໄດ້​ໂດຍ​ທາງ​ລະບົບ​ປະໂລຫິດ​ຕາມ​ແບບ​ຂອງ​ເລວີ​ແລ້ວ ແລະ ເພາະ​ໂດຍ​ພື້ນຖານ​ຂອງ​ລະບົບ​ປະໂລຫິດ​ນີ້​ກົດບັນຍັດ​ຈຶ່ງ​ມີ​ມາ​ເຖິງ​ບັນດາ​ປະຊາຊົນ ເປັນຫຍັງ​ຍັງ​ຕ້ອງ​ມີ​ປະໂລຫິດ​ອີກ​ຄົນ​ໜຶ່ງ ເຊິ່ງ​ເປັນ​ປະໂລຫິດ​ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ, ບໍ່​ແມ່ນ​ໃນ​ລຳດັບ​ດຽວ​ກັນ​ກັບ​ອາໂຣນ?

Uka jalj uñjjattʼäta Copia luraña




ເຮັບເຣີ 7:11
17 Jak'a apnaqawi uñst'ayäwi  

ເຮົາ​ບໍ່ໄດ້​ເຮັດ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ເສຍ​ໄປ​ລ້າໆ ເພາະວ່າ ຖ້າ​ຄວາມ​ຊອບທຳ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ​ແລ້ວ ພຣະຄຣິດ​ກໍ​ຊົງ​ສິ້ນພຣະຊົນ​ໂດຍ​ບໍ່ມີ​ປະໂຫຍດ.


ພວກເຮົາ​ກໍ​ເໝືອນກັນ ເມື່ອ​ຍັງ​ເປັນ​ເດັກນ້ອຍ ພວກເຮົາ​ກໍ​ຍັງ​ຕົກ​ເປັນ​ທາດຮັບໃຊ້ ຢູ່​ໃຕ້​ອຳນາດ​ຂອງ​ສິ່ງ​ສັກສິດ​ທຳມະດາ ແຫ່ງ​ສາກົນ​ຈັກກະວານ.


ແຕ່​ບັດນີ້​ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກ​ກວ່າ ກໍ​ວ່າ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຈົ້າ​ທັງຫລາຍ​ແລ້ວ) ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳນາດ​ສິ່ງ​ສັກສິດ​ທຳມະດາ ອັນ​ອ່ອນແອ​ແລະ​ບໍ່ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍຂ້າ​ຂອງ​ມັນ​ອີກ​ບໍ?


ໂດຍ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ພຣະອົງ​ໃຫ້​ເປັນ​ມະຫາ​ປະໂຣຫິດ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ພຣະອົງ​ຍັງ​ຊົງ​ກ່າວ​ໃນ​ຕອນ​ອື່ນ​ອີກ​ວ່າ, “ທ່ານ​ເປັນ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວກັນ​ກັບ​ເມຄີເຊເດັກ.”


ທີ່​ພຣະເຢຊູເຈົ້າ​ຜູ້​ຊົງ​ນຳ​ໜ້າ ໄດ້​ສະເດັດ​ເຂົ້າ​ໄປ​ກ່ອນ​ແທນ​ພວກເຮົາ​ແລ້ວ ເພາະ​ພຣະອົງ​ໄດ້​ຊົງ​ກາຍເປັນ​ພຣະ​ມະຫາ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ເພາະວ່າ​ໃນ​ຂະນະທີ່​ເມຄີເຊເດັກ​ໄດ້​ພົບ​ກັບ​ອັບຣາຮາມ ເລວີ​ຍັງ​ຢູ່​ໃນ​ສາຍ​ເລືອດ​ຂອງ​ບັນພະບຸລຸດ ຄື​ອັບຣາຮາມ.


ເພາະ​ເມື່ອ​ຕຳແໜ່ງ​ປະໂຣຫິດ​ປ່ຽນແປງ​ໄປ​ແລ້ວ ກົດບັນຍັດ​ກໍ​ຈຳເປັນ​ຕ້ອງ​ປ່ຽນແປງ​ໄປ​ເໝືອນກັນ.


ເພາະວ່າ​ທ່ານ​ທີ່​ເຮົາ​ກ່າວ​ເຖິງ​ນັ້ນ ກໍ​ມາ​ຈາກ​ຕະກຸນ​ອື່ນ ຄື​ຕະກຸນ​ທີ່​ຍັງ​ບໍ່ມີ​ຜູ້ໃດ​ເຄີຍ​ປະຕິບັດ​ທີ່​ແທ່ນບູຊາ​ຈັກເທື່ອ.


ເລື່ອງ​ນີ້​ກໍ​ປາກົດ​ແຈ້ງ​ຂຶ້ນ​ອີກ ຖ້າ​ມີ​ປະໂຣຫິດ​ອີກ​ຕົນ​ໜຶ່ງ ຕາມ​ແບບ​ຢ່າງ​ເມຄີເຊເດັກ


ແຕ່​ພຣະອົງ​ຊົງ​ເປັນ​ປະໂຣຫິດ​ໂດຍ​ທາງ​ຄຳ​ສາບານ ເມື່ອ​ພຣະເຈົ້າ​ຊົງ​ກ່າວ​ກັບ​ພຣະອົງ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສາບານ​ໄວ້​ແລ້ວ ແລະ​ຈະ​ບໍ່​ຊົງ​ປ່ຽນ​ພຣະໄທ​ວ່າ, ‘ທ່ານ​ເປັນ​ປະໂຣຫິດ ຕະຫລອດໄປ.”’


ດ້ວຍວ່າ, ຖ້າ​ພັນທະສັນຍາ​ເດີມ​ນັ້ນ​ບໍ່ມີ​ຂໍ້​ບົກຜ່ອງ​ແລ້ວ ກໍ​ບໍ່​ຈຳເປັນ​ຊອກ​ພັນທະສັນຍາ​ທີ​ສອງ​ມາ​ແທນ.


ເມື່ອ​ຈັດຕັ້ງ​ສິ່ງ​ຕ່າງໆ​ໄວ້​ຢ່າງ​ນັ້ນ​ແລ້ວ ບັນດາ​ປະໂຣຫິດ​ກໍ​ເຂົ້າ​ໄປ​ໃນ​ຫໍເຕັນ​ສັກສິດ​ຊັ້ນນອກ​ທຸກໆ​ວັນ ເພື່ອ​ປະກອບ​ພິທີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka