ເຮັບເຣີ 6:2 - ພຣະຄຳພີສັກສິ2 ແລະຄຳສັ່ງສອນເຖິງເລື່ອງບັບຕິສະມາ ພິທີວາງມື, ການເປັນຄືນມາຈາກຕາຍ ແລະການພິພາກສາລົງໂທດເປັນນິດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ຄຳສອນເລື່ອງບັບຕິສະມາ, ເລື່ອງການວາງມື, ເລື່ອງການເປັນຄືນມາຈາກຕາຍ ແລະ ເລື່ອງການພິພາກສາລົງໂທດເປັນນິດ. Uka jalj uñjjattʼäta |
ໂຢຮັນຈຶ່ງກ່າວແກ່ພວກເຂົາທຸກຄົນວ່າ, “ຝ່າຍເຮົາ ເຮົາໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ, ແຕ່ມີຜູ້ໜຶ່ງກຳລັງຈະມາ ແລະທ່ານຜູ້ນີ້ມີຣິດເດດອຳນາດຍິ່ງໃຫຍ່ກວ່າເຮົາຫລາຍ ຊຶ່ງເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບໃຫ້ເພິ່ນ, ເພິ່ນຈະໃຫ້ພວກເຈົ້າຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດແລະດ້ວຍໄຟ.
ເມື່ອໂປໂລສັງເກດເຫັນວ່າ ໃນກອງປະຊຸມຂອງສະພາສູງສຸດນີ້ ຄົນສ່ວນໜຶ່ງເປັນພວກຊາດູກາຍ ແລະຄົນສ່ວນໜຶ່ງອີກເປັນພວກຟາຣີຊາຍ. ດັ່ງນັ້ນ ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າກອງປະຊຸມວ່າ, “ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າເປັນຟາຣີຊາຍ ແລະເປັນລູກຂອງຄົນຟາຣີຊາຍ. ຂ້າພະເຈົ້າຖືກນຳຕົວມາພິພາກສາຢູ່ທີ່ນີ້ ກໍເພາະຂ້າພະເຈົ້າມີຄວາມຫວັງວ່າ ຄົນຕາຍຈະເປັນຄືນມາສູ່ຊີວິດ.”