ເຮັບເຣີ 6:1 - ພຣະຄຳພີສັກສິ1 ດ້ວຍເຫດນັ້ນ ໃຫ້ພວກເຮົາປະຫລັກທຳເບື້ອງຕົ້ນກ່ຽວກັບພຣະຄຣິດໄວ້ ແລະກ້າວໜ້າໄປສູ່ຄວາມເປັນຜູ້ໃຫຍ່ແລ້ວ ຢ່າເອົາສິ່ງເຫຼົ່ານີ້ມາວາງເປັນຮາກຖານຊໍ້າອີກ ຄືການກັບໃຈໃໝ່ຈາກການກະທຳທີ່ນຳໄປສູ່ຄວາມຕາຍ ຄວາມເຊື່ອໃນພຣະເຈົ້າ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ເຫດສະນັ້ນ ໃຫ້ພວກເຮົາຜ່ານຫລັກຄຳສອນເບື້ອງຕົ້ນກ່ຽວກັບພຣະຄຣິດເຈົ້າ ແລະ ຈົ່ງກ້າວໄປສູ່ຄວາມເປັນຜູ້ໃຫຍ່, ຢ່າວາງພື້ນຖານຂອງການກັບໃຈຊ້ຳອີກຈາກການກະທຳອັນນຳໄປສູ່ຄວາມຕາຍ ແລະ ໃນເລື່ອງຄວາມເຊື່ອໃນພຣະເຈົ້າ, Uka jalj uñjjattʼäta |
ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.
ເອປາຟາ ເປັນຄົນໜຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າເໝືອນກັນ ເພິ່ນພາວັນນາອະທິຖານຢ່າງຮ້ອນຮົນສຳລັບພວກເຈົ້າຢູ່ສະເໝີ ໂດຍຂໍພຣະເຈົ້າບັນດານໃຫ້ພວກເຈົ້າຕັ້ງໝັ້ນຢູ່ ເປັນຜູ້ໃຫຍ່ຄົບຖ້ວນ ແລະເປັນຜູ້ທີ່ມີຄວາມໝັ້ນໃຈ ປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ.
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.