Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 5:6 - ພຣະຄຳພີສັກສິ

6 ພຣະອົງ​ຍັງ​ຊົງ​ກ່າວ​ໃນ​ຕອນ​ອື່ນ​ອີກ​ວ່າ, “ທ່ານ​ເປັນ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວກັນ​ກັບ​ເມຄີເຊເດັກ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ພຣະອົງ​ກ່າວ​ໄວ້​ໃນ​ອີກ​ຕອນ​ໜຶ່ງ​ວ່າ, “ທ່ານ​ເປັນ​ປະໂລຫິດ​ຕະຫລອດໄປ, ໃນ​ລຳດັບ​ດຽວ​ກັນ​ກັບ​ເມຄີເຊເດັກ”.

Uka jalj uñjjattʼäta Copia luraña




ເຮັບເຣີ 5:6
10 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ສັນຍາ​ໄວ້​ຢ່າງ​ເດັດດ່ຽວ ພຣະອົງ​ຈະ​ບໍ່​ຄືນ​ຄຳ​ເປັນ​ຈັກເທື່ອ ຄື​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ​ສືບໆໄປ ຕາມ​ແບບ​ດຽວ​ກັນ​ກັບ​ເມຄີເຊເດັກ.”


ໂດຍ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ພຣະອົງ​ໃຫ້​ເປັນ​ມະຫາ​ປະໂຣຫິດ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ທີ່​ພຣະເຢຊູເຈົ້າ​ຜູ້​ຊົງ​ນຳ​ໜ້າ ໄດ້​ສະເດັດ​ເຂົ້າ​ໄປ​ກ່ອນ​ແທນ​ພວກເຮົາ​ແລ້ວ ເພາະ​ພຣະອົງ​ໄດ້​ຊົງ​ກາຍເປັນ​ພຣະ​ມະຫາ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ດັ່ງນັ້ນ ຖ້າ​ຄວາມ​ບໍຣິບູນ​ບັນລຸ​ໄດ້​ທາງ​ລະບົບ​ປະໂຣຫິດ​ເຜົ່າ​ເລວີ (ເພາະວ່າ​ປະຊາຊົນ​ໄດ້​ຮັບ​ກົດບັນຍັດ​ໂດຍ​ວິທີ​ນີ້) ເປັນຫຍັງ​ຈະ​ຕ້ອງ​ມີ​ປະໂຣຫິດ​ອື່ນ​ອີກ​ຕາມ​ແບບຢ່າງ​ຂອງ​ເມຄີເຊເດັກ ບໍ່ແມ່ນ​ຕາມ​ແບບຢ່າງ​ຂອງ​ອາໂຣນ​ບໍ?


ເລື່ອງ​ນີ້​ກໍ​ປາກົດ​ແຈ້ງ​ຂຶ້ນ​ອີກ ຖ້າ​ມີ​ປະໂຣຫິດ​ອີກ​ຕົນ​ໜຶ່ງ ຕາມ​ແບບ​ຢ່າງ​ເມຄີເຊເດັກ


ເພາະ​ມີ​ຄຳ​ພະຍານ​ທີ່​ກ່າວ​ເຖິງ​ເພິ່ນ​ວ່າ, “ທ່ານ​ເປັນ​ປະໂຣຫິດ​ຕະຫລອດໄປ​ເປັນນິດ ໃນ​ແບບ​ດຽວກັນ​ກັບ​ເມຄີເຊເດັກ.”


ແຕ່​ພຣະອົງ​ຊົງ​ເປັນ​ປະໂຣຫິດ​ໂດຍ​ທາງ​ຄຳ​ສາບານ ເມື່ອ​ພຣະເຈົ້າ​ຊົງ​ກ່າວ​ກັບ​ພຣະອົງ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສາບານ​ໄວ້​ແລ້ວ ແລະ​ຈະ​ບໍ່​ຊົງ​ປ່ຽນ​ພຣະໄທ​ວ່າ, ‘ທ່ານ​ເປັນ​ປະໂຣຫິດ ຕະຫລອດໄປ.”’


ບິດາ​ມານດາ ຫລື​ເຊື້ອວົງ​ຂອງທ່ານ​ບໍ່ມີ​ກ່າວ​ໄວ້ ວັນ​ຕົ້ນ​ແລະ​ວັນ​ປາຍ​ແຫ່ງ​ຊີວິດ​ຂອງທ່ານ ກໍ​ບໍ່ມີ​ເໝືອນກັນ ແຕ່​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະເຈົ້າ ຈຶ່ງ​ດຳລົງ​ຢູ່​ເປັນ​ປະໂຣຫິດ​ສືບໆໄປ.


ອີກ​ປະການ​ໜຶ່ງ ໃນ​ກໍລະນີ​ປະໂຣຫິດ​ຕະກຸນ​ເລວີ​ນັ້ນ ມະນຸດ​ທີ່​ຕ້ອງ​ຕາຍ​ກໍ​ເປັນ​ຜູ້​ຮັບ​ໜຶ່ງສ່ວນສິບ ແຕ່​ໃນ​ກໍລະນີ​ເມຄີເຊເດັກ​ຜູ້​ຮັບ​ໜຶ່ງສ່ວນສິບ​ນັ້ນ ມີ​ຫຼັກຖານ​ໃນ​ພຣະຄຳພີ​ວ່າ ທ່ານ​ຍັງ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka