ເຮັບເຣີ 5:4 - ພຣະຄຳພີສັກສິ4 ບໍ່ຫ່ອນມີຜູ້ໃດຕັ້ງຕົນເອງຢູ່ໃນຕຳແໜ່ງນີ້ ມີແຕ່ພຣະເຈົ້າຊົງເອີ້ນເອົາເໝືອນຢ່າງຊົງເອີ້ນອາໂຣນນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ບໍ່ມີຜູ້ໃດເອົາຕຳແໜ່ງອັນມີກຽດນີ້ມາເປັນຂອງຕົນເອງໄດ້, ແຕ່ລາວໄດ້ຮັບກຽດນີ້ເມື່ອພຣະເຈົ້າເອີ້ນ ເໝືອນກັບທີ່ອາໂຣນໄດ້ຮັບ. Uka jalj uñjjattʼäta |
ເພື່ອສະກັດກັ້ນເພິ່ນໄວ້. ພວກເຂົາເວົ້າວ່າ, “ອຸດຊີຢາ ທ່ານບໍ່ມີສິດທີ່ຈະເຜົາເຄື່ອງຫອມຖວາຍແກ່ພຣະເຈົ້າຢາເວ. ມີແຕ່ປະໂຣຫິດທີ່ສືບເຊື້ອສາຍຈາກອາໂຣນ ຜູ້ທີ່ໄດ້ອຸທິດຕົວແລ້ວເທົ່ານັ້ນ ຖວາຍເຄື່ອງຫອມນີ້ໄດ້. ຈົ່ງອອກໄປຈາກບ່ອນສັກສິດດຽວນີ້. ທ່ານໄດ້ໝິ່ນປະໝາດພຣະເຈົ້າຢາເວ ພຣະເຈົ້າ ແລະພຣະອົງຈະບໍ່ອວຍພອນທ່ານຕໍ່ໄປ.”
ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ.
ແຕ່ແມ່ນເຈົ້າກັບພວກລູກຊາຍຂອງເຈົ້າເທົ່ານັ້ນ ທີ່ຈະປະຕິບັດໜ້າທີ່ຄວາມຮັບຜິດຊອບທັງໝົດຂອງປະໂຣຫິດ ກ່ຽວກັບແທ່ນບູຊາແລະໃນບ່ອນສັກສິດທີ່ສຸດໃຫ້ສຳເລັດ. ສິ່ງເຫຼົ່ານີ້ເປັນຄວາມຮັບຜິດຊອບຂອງເຈົ້າ ກໍຍ້ອນວ່າເຮົາໄດ້ມອບຕຳແໜ່ງປະໂຣຫິດໃຫ້ເຈົ້າ. ຜູ້ອື່ນໃດທີ່ເຂົ້າມາໃກ້ ຈະໄດ້ຮັບໂທດເຖິງຕາຍ.”