Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 4:9 - ພຣະຄຳພີສັກສິ

9 ເຖິງ​ຢ່າງ​ໃດ​ກໍດີ ການ​ພັກຜ່ອນ​ໃນ​ວັນ​ຊະບາໂຕ ຍັງ​ມີ​ສຳລັບ​ໄພ່ພົນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ດັ່ງນັ້ນ ວັນຊະບາໂຕ​ແຫ່ງ​ການ​ພັກສະຫງົບ​ສຳລັບ​ຄົນ​ຂອງ​ພຣະເຈົ້າ​ຈຶ່ງ​ຍັງ​ຄົງ​ມີ​ຢູ່,

Uka jalj uñjjattʼäta Copia luraña




ເຮັບເຣີ 4:9
17 Jak'a apnaqawi uñst'ayäwi  

ພວກ​ຜູ້ປົກຄອງ​ບັນດາ​ຊົນຊາດ​ມາ​ເຕົ້າໂຮມ​ກັນ ຮ່ວມ​ກັບ​ປະຊາຊົນ ຂອງ​ພຣະເຈົ້າ​ຂອງ​ອັບຣາຮາມ. ພຣະອົງ​ຊົງ​ຣິດອຳນາດ​ເໜືອ​ກອງທັບ​ທັງປວງ ພຣະອົງ​ປົກຄອງ​ຢູ່​ເໜືອ​ສັບພະທຸກສິ່ງ.


ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ພາກັນ​ຢຸດ​ພັກ​ໃນ​ວັນ​ທີ​ເຈັດ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ພວກ​ທີ່​ດຳເນີນ​ຊີວິດ​ໃນ​ຄວາມ​ທ່ຽງທຳ​ຈະ​ພົບ​ສັນຕິສຸກ ແລະ​ການ​ພັກຜ່ອນ​ໃນ​ຄວາມຕາຍ​ຂອງ​ພວກເຂົາ.


ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ເຢຊູ​ ເພາະ​ເພິ່ນ​ຈະ​ໂຜດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ ໃຫ້​ລອດ​ພົ້ນ​ຈາກ​ບາບກຳ​ຂອງ​ພວກເຂົາ.”


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ເພິ່ນ​ເລືອກ​ເອົາ​ການ​ຢູ່​ຮ່ວມ​ທຸກ​ລຳບາກ ກັບ​ພົນລະເມືອງ​ຂອງ​ພຣະເຈົ້າ ແທນ​ຄວາມ​ເພີດເພີນ​ຊົ່ວຄາວ​ໃນ​ຄວາມ​ບາບ.


ເຮົາ​ຈຶ່ງ​ໄດ້​ໂກດຮ້າຍ​ພວກເຂົາ ແລະ​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ໄວ້​ວ່າ, ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ຈັກເທື່ອ ຄື​ບ່ອນ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ພັກຜ່ອນ.”


ດ້ວຍເຫດນັ້ນ ເມື່ອ​ພຣະສັນຍາ​ຍັງ​ມີ​ຢູ່​ວ່າ ຈະ​ໃຫ້​ພວກເຮົາ​ເຂົ້າ​ຮ່ວມ​ບ່ອນ​ພັກ​ຂອງ​ພຣະອົງ ກໍ​ໃຫ້​ເຮົາ​ທັງຫລາຍ​ຢຳເກງ ເພາະ​ຢ້ານ​ຈະ​ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຈົ້າ​ໄປ​ບໍ່​ເຖິງ.


ດ້ວຍວ່າ, ຜູ້ໃດ​ກໍຕາມ​ທີ່​ຮັບ​ການ​ພັກຜ່ອນ ຊຶ່ງ​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ແລ້ວ ກໍ​ຈະ​ພັກຜ່ອນ​ຈາກ​ວຽກ​ການ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ພັກຜ່ອນ​ຈາກ​ວຽກ​ການ​ຂອງ​ພຣະອົງ.


ດ້ວຍເຫດນັ້ນ ພວກເຮົາ​ຜູ້​ທີ່​ເຊື່ອ​ຈຶ່ງ​ໄດ້​ເຂົ້າ​ສູ່​ການ​ພັກຜ່ອນ​ນັ້ນ ຕາມ​ທີ່​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ແລ້ວ​ວ່າ, “ເຮົາ​ຈຶ່ງ​ໄດ້​ສາບານ​ດ້ວຍ​ຄວາມ​ເຄືອງໃຈ​ກັບ​ພວກເຂົາ​ວ່າ ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ ບ່ອນ​ພັກຜ່ອນ​ຂອງເຮົາ​ຈັກເທື່ອ.” ເຖິງ​ແມ່ນ​ວ່າ ພາລະກິດ​ຂອງ​ພຣະອົງ​ຊົງ​ສຳເລັດ​ແລ້ວ ແຕ່​ຄາວ​ໄດ້​ວາງ​ຮາກ​ສ້າງ​ໂລກ​ພຸ້ນ​ກໍຕາມ.


ດ້ວຍວ່າ, ຖ້າ​ໂຢຊວຍ​ໄດ້​ນຳພາ​ປະຊາຊົນ​ສູ່​ການ​ພັກຜ່ອນ​ນັ້ນ​ແລ້ວ ພຣະເຈົ້າ​ກໍ​ຄົງ​ບໍ່ໄດ້​ກ່າວ​ອີກ​ໃນ​ເວລາ​ຕໍ່ມາ​ເຖິງ​ວັນ​ອື່ນໆ.


ຄື​ເມື່ອ​ກ່ອນ​ນັ້ນ ເຈົ້າ​ທັງຫຼາຍ​ບໍ່ມີ​ຊາດ, ແຕ່​ບັດນີ້​ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເມື່ອ​ກ່ອນ​ພວກເຈົ້າ​ບໍ່ໄດ້​ຮັບ​ພຣະ​ກະລຸນາ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ຮັບ​ພຣະ​ກະລຸນາ​ແລ້ວ.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”


ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ຄວາມຕາຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ. ຄວາມ​ໂສກເສົ້າ, ການ​ຮ້ອງໄຫ້ ແລະ​ຄວາມ​ເຈັບປວດ​ຈະ​ບໍ່ມີ​ອີກ​ຕໍ່ໄປ ເພາະວ່າ​ສິ່ງ​ທີ່​ມີ​ຢູ່​ໃນ​ຄາວ​ກ່ອນ​ນັ້ນ ກໍໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka