ເຮັບເຣີ 4:8 - ພຣະຄຳພີສັກສິ8 ດ້ວຍວ່າ, ຖ້າໂຢຊວຍໄດ້ນຳພາປະຊາຊົນສູ່ການພັກຜ່ອນນັ້ນແລ້ວ ພຣະເຈົ້າກໍຄົງບໍ່ໄດ້ກ່າວອີກໃນເວລາຕໍ່ມາເຖິງວັນອື່ນໆ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ເພາະຖ້າໂຢຊວຍໄດ້ໃຫ້ພວກເຂົາເຂົ້າສູ່ການພັກສະຫງົບ ພຣະເຈົ້າກໍຄົງບໍ່ຕ້ອງກ່າວເຖິງອີກວັນໜຶ່ງໃນພາຍຫລັງ. Uka jalj uñjjattʼäta |
ເຫດສະນັ້ນ ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ໃຫ້ພວກເຈົ້າຢຸດພັກຈາກເຫຼົ່າສັດຕູທີ່ຢູ່ອ້ອມຂ້າງແລ້ວ, ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ເປັນມໍຣະດົກ, ຈົ່ງຈັດການກັບຊາວອາມາເຫຼັກໂດຍຂ້າພວກເຂົາໃຫ້ໝົດກ້ຽງ ເພື່ອວ່າຈະບໍ່ມີໃຜລະນຶກເຖິງພວກເຂົາອີກຕໍ່ໄປ ຢ່າລືມຄຳສັ່ງນີ້.”
ຈົນກວ່າຈະຕີເອົາໄດ້ດິນແດນທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ. ເມື່ອພຣະອົງໃຫ້ທຸກໆເຜົ່າຂອງຊາດອິດສະຣາເອນຢູ່ຢ່າງປອດໄພແລ້ວ ພວກເຈົ້າຈຶ່ງຈະກັບຄືນມາຕັ້ງຖິ່ນຖານ ທີ່ດິນແດນຂອງພວກເຈົ້າທາງພາກທິດຕາເວັນອອກພີ້ໄດ້ ບ່ອນທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າ.”
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າມີຄວາມສະຫງົບສຸກແລ້ວ ຕາມທີ່ພຣະອົງໄດ້ສັນຍາໄວ້. ສະນັ້ນ ຂໍໃຫ້ພວກເຈົ້າຄືນສູ່ດິນແດນ ຊຶ່ງພວກເຈົ້າໄດ້ຮຽກຮ້ອງເອົາເປັນກຳມະສິດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນັ້ນສາ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໝາຍໃຫ້ພວກເຈົ້ານັ້ນ.