Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 4:7 - ພຣະຄຳພີສັກສິ

7 ດ້ວຍເຫດນັ້ນ ພຣະເຈົ້າ​ຈຶ່ງ​ກຳນົດ​ວັນ​ໜຶ່ງ​ໄວ້​ໃໝ່​ອີກ ຊຶ່ງ​ເອີ້ນ​ວ່າ, “ວັນ​ນີ້” ຫລາຍ​ປີ​ຕໍ່ມາ ພຣະອົງ​ໄດ້​ເວົ້າ​ເຖິງ​ເລື່ອງ​ນັ້ນ​ໂດຍ​ທາງ​ດາວິດ ດັ່ງ​ທີ່​ໄດ້​ມີ​ອ້າງ​ໄວ້​ໃນ​ພຣະຄຳພີ​ວ່າ, “ວັນ​ນີ້ ຖ້າ​ເຈົ້າ​ທັງຫລາຍ​ໄດ້ ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະເຈົ້າ ກໍ​ຢ່າ​ມີ​ໃຈ​ແຂງ​ກະດ້າງ​ໄປ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ພຣະເຈົ້າ​ໄດ້​ກຳນົດ​ວັນ​ໜຶ່ງ​ຂຶ້ນ​ມາ​ອີກ ຄື​ວັນ​ທີ່​ເອີ້ນ​ວ່າ, “ວັນນີ້”. ສິ່ງ​ນີ້​ພຣະອົງ​ໄດ້​ກະທຳ​ເມື່ອ​ເວລາ​ດົນນານ​ຕໍ່ມາ ພຣະອົງ​ໄດ້​ກ່າວ​ເລື່ອງ​ນີ້​ຜ່ານທາງ​ດາວິດ​ເໝືອນ​ທີ່​ໄດ້​ກ່າວ​ໄວ້​ກ່ອນ​ແລ້ວ​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ, ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ”.

Uka jalj uñjjattʼäta Copia luraña




ເຮັບເຣີ 4:7
12 Jak'a apnaqawi uñst'ayäwi  

ຫລັງຈາກ​ທີ່​ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ເປັນ​ເວລາ​ສີ່ຮ້ອຍ​ແປດສິບ​ປີ​ແລ້ວ ໃນ​ຣາຊການ​ປີ​ທີ​ສີ່ ຂອງ​ກະສັດ​ໂຊໂລໂມນ​ແຫ່ງ​ຊາດ​ອິດສະຣາເອນ ຄື​ເດືອນ​ທີ​ສອງ​ອັນ​ກົງ​ກັບ​ເດືອນ​ຊີເຟ ​ເພິ່ນ​ໄດ້​ເລີ່ມຕົ້ນ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ດ້ວຍວ່າ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ພວກເຮົາ​ກໍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ ຄື​ເປັນ​ໄພ່ພົນ​ທີ່​ພຣະອົງ​ຊົງ​ເຝົ້າເບິ່ງ​ຮັກສາ ເປັນ​ຝູງແກະ​ທີ່​ຊົງ​ລ້ຽງດູ.


ພຣະອົງ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ ດ້ວຍເຫດໃດ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ດົນໃຈ​ດາວິດ​ໃຫ້​ເອີ້ນ​ພຣະຄຣິດ​ວ່າ ‘ພຣະອົງເຈົ້າ?’ ດາວິດ​ໄດ້​ເວົ້າ​ວ່າ,


ເພາະວ່າ​ດາວິດ​ເອງ​ໄດ້​ກ່າວ​ດ້ວຍ​ຣິດເດດ​ພຣະວິນຍານ​ບໍຣິສຸດເຈົ້າ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ເບື້ອງ​ຂວາ​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ໃຫ້​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.’


ດ້ວຍວ່າ, ກະສັດ​ດາວິດ​ໄດ້​ຊົງ​ກ່າວ​ໄວ້ ໃນ​ພຣະທຳ​ເພງ​ສັນລະເສີນ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ກັບ​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ເບື້ອງ​ຂວາ​ມື​ຂອງເຮົາ


ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ມີ​ສິດ​ທີ່​ຈະ​ກ່າວ​ຢ່າງ​ເຊື່ອໝັ້ນ​ຕໍ່​ພວກທ່ານ ເຖິງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ເພິ່ນ​ເອງ ຊຶ່ງ​ຢູ່​ທ່າມກາງ​ພວກເຮົາ​ຈົນເຖິງ​ທຸກ​ວັນນີ້.


ກະສັດ​ດາວິດ​ຮູ້​ເຫດການ​ທີ່​ພຣະເຈົ້າ​ຈະ​ໃຫ້​ເກີດຂຶ້ນ​ໃນ​ອະນາຄົດ. ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ເຖິງ​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພຣະຄຣິດ​ວ່າ, ‘ເພິ່ນ​ບໍ່ໄດ້​ຖືກ​ປະຖິ້ມ​ໄວ້​ໃນ​ແດນ​ມໍຣະນາ ເນື້ອຕົວ​ຂອງ​ເພິ່ນ​ກໍ​ບໍ່​ເປື່ອຍເນົ່າ.’


ເມື່ອ​ຄວາມເຫັນ​ບໍ່​ລົງລອຍ​ກັນ​ພວກເຂົາ​ຈຶ່ງ​ລາ​ຈາກ​ກັນ​ໄປ. ຫລັງຈາກ​ໂປໂລ​ໄດ້​ກ່າວ​ຄຳ​ໜຶ່ງ​ຕື່ມ​ອີກ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ຊົງ​ກ່າວ​ຢ່າງ​ຖືກຕ້ອງ​ກັບ​ບັນພະບຸລຸດ​ຂອງ​ເຈົ້າ​ທັງຫລາຍ ຜ່ານທາງ​ຜູ້ທຳນວາຍ​ເອຊາຢາ


ດັ່ງ​ທີ່​ມີ​ກ່າວ​ໄວ້​ໃນ​ພຣະຄຳພີ​ວ່າ, “ວັນ​ນີ້ ຖ້າ​ເຈົ້າ​ທັງຫລາຍ​ຫາກ ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະອົງ ກໍ​ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງ​ກະດ້າງ​ໄປ ເໝືອນ​ບັນພະບຸລຸດ​ຂອງ​ພວກເຈົ້າ ທີ່​ໄດ້​ກະບົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka