ເຮັບເຣີ 4:2 - ພຣະຄຳພີສັກສິ2 ເພາະວ່າພວກເຮົາໄດ້ຍິນຂ່າວປະເສີດຢ່າງດຽວກັນກັບພວກເຂົາ ແຕ່ວ່າພວກເຂົາບໍ່ໄດ້ຮັບປະໂຫຍດຈາກຂ່າວປະເສີດນັ້ນ ເພາະພວກເຂົາບໍ່ໄດ້ຮັບດ້ວຍຄວາມເຊື່ອ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ເພາະພວກເຮົາທັງຫລາຍກໍໄດ້ຮັບຂ່າວປະເສີດຢ່າງດຽວກັນກັບຄົນເຫລົ່ານັ້ນເໝືອນກັນ, ແຕ່ຂໍ້ຄວາມທີ່ພວກເຂົາໄດ້ຍິນນັ້ນບໍ່ເປັນປະໂຫຍດແກ່ພວກເຂົາ, ເພາະວ່າພວກເຂົາບໍ່ໄດ້ຮ່ວມໃນຄວາມເຊື່ອຂອງບັນດາຄົນເຫລົ່ານັ້ນທີ່ເຊື່ອຟັງ. Uka jalj uñjjattʼäta |
ເພາະພວກເຮົາໄດ້ນຳເອົາຂ່າວປະເສີດມາເຖິງພວກເຈົ້າ ບໍ່ແມ່ນເປັນພຽງແຕ່ຖ້ອຍຄຳເທົ່ານັ້ນ ແຕ່ດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຄວາມໝັ້ນໃຈອັນຄົບຖ້ວນວ່າ ຂ່າວປະເສີດນັ້ນເປັນຄວາມຈິງ ພວກເຈົ້າກໍຮູ້ວ່າພວກເຮົາໄດ້ດຳເນີນຊີວິດຢ່າງໃດ ເມື່ອພວກເຮົາຢູ່ກັບພວກເຈົ້າ ເພາະເຫັນແກ່ເຈົ້າທັງຫລາຍ.
ກໍຊົງສຳແດງໃຫ້ພວກຜູ້ທຳນວາຍນັ້ນຮູ້ວ່າ ທີ່ທ່ານເຫຼົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບພວກເພິ່ນເອງ ແຕ່ສຳລັບເຈົ້າທັງຫລາຍ. ບັດນີ້ ຄົນເຫຼົ່ານັ້ນທີ່ປະກາດຂ່າວປະເສີດແກ່ເຈົ້າທັງຫລາຍ ໄດ້ກ່າວສິ່ງເຫຼົ່ານັ້ນແກ່ພວກເຈົ້າແລ້ວ ໂດຍພຣະວິນຍານບໍຣິສຸດເຈົ້າ ຜູ້ຊົງຮັບໃຊ້ມາຈາກສະຫວັນ. ເຫດການເຫຼົ່ານີ້ ເປັນສິ່ງຊຶ່ງພວກເທວະດາປາຖະໜາຈະພິຈາລະນາເບິ່ງ.