Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 4:10 - ພຣະຄຳພີສັກສິ

10 ດ້ວຍວ່າ, ຜູ້ໃດ​ກໍຕາມ​ທີ່​ຮັບ​ການ​ພັກຜ່ອນ ຊຶ່ງ​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ແລ້ວ ກໍ​ຈະ​ພັກຜ່ອນ​ຈາກ​ວຽກ​ການ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ພັກຜ່ອນ​ຈາກ​ວຽກ​ການ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເພາະວ່າ​ຜູ້​ທີ່​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ພຣະເຈົ້າ​ຍ່ອມ​ໄດ້​ຢຸດພັກ​ຈາກ​ກິດຈະການ​ຂອງ​ຕົນ​ເໝືອນ​ກັນ​ກັບ​ທີ່​ພຣະເຈົ້າ​ຢຸດພັກ​ຈາກ​ການ​ງານ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເຮັບເຣີ 4:10
9 Jak'a apnaqawi uñst'ayäwi  

ມື້​ທີ​ເຈັດ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ກໍ​ສຳເລັດ ແລະ​ພຣະອົງ​ໄດ້​ຢຸດ​ພັກ​ກິດຈະການ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮັບ​ເຫຼົ້າ​ອະງຸ່ນ​ສົ້ມ​ນັ້ນ​ແລ້ວ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ສຳເລັດ​ແລ້ວ.” ແລ້ວ​ພຣະອົງ​ກໍ​ກົ້ມ​ຫົວ​ລົງ ແລະ​ຊົງ​ມອບ​ຈິດ​ວິນຍານ​ໄວ້.


ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


ແຕ່​ເມື່ອ​ພຣະຄຣິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ຄັ້ງ​ດຽວ ເພື່ອ​ຊຳລະ​ລ້າງ​ບາບກຳ​ແລ້ວ ເປັນ​ການ​ຖວາຍ​ຊຶ່ງ​ນຳ​ໃຊ້​ໄດ້​ຕະຫລອດໄປ, ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ທີ່​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະເຈົ້າ.


ເຖິງ​ຢ່າງ​ໃດ​ກໍດີ ການ​ພັກຜ່ອນ​ໃນ​ວັນ​ຊະບາໂຕ ຍັງ​ມີ​ສຳລັບ​ໄພ່ພົນ​ຂອງ​ພຣະເຈົ້າ.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”


ແລ້ວ​ພວກເຂົາ​ທຸກຄົນ​ໄດ້​ຮັບ​ເສື້ອຄຸມ​ສີ​ຂາວ ແລະ​ໄດ້​ຮັບ​ຄຳສັ່ງ​ໃຫ້​ຄອຍ​ຖ້າ​ໄປ​ອີກ​ໄລຍະ​ໜຶ່ງ ຈົນກວ່າ​ຈຳນວນ​ເພື່ອນ​ຜູ້ຮັບໃຊ້ ແລະ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ມາ​ຄົບ​ຈຳນວນ ຄື​ພວກ​ທີ່​ກຳລັງ​ຈະ​ຖືກ​ຂ້າ​ເໝືອນກັນ​ກັບ​ພວກເຂົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka