ເຮັບເຣີ 4:1 - ພຣະຄຳພີສັກສິ1 ດ້ວຍເຫດນັ້ນ ເມື່ອພຣະສັນຍາຍັງມີຢູ່ວ່າ ຈະໃຫ້ພວກເຮົາເຂົ້າຮ່ວມບ່ອນພັກຂອງພຣະອົງ ກໍໃຫ້ເຮົາທັງຫລາຍຢຳເກງ ເພາະຢ້ານຈະມີຜູ້ໜຶ່ງຜູ້ໃດໃນພວກເຈົ້າໄປບໍ່ເຖິງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ເຫດສະນັ້ນ ໃນເມື່ອສັນຍາວ່າດ້ວຍການເຂົ້າສູ່ການພັກສະຫງົບຂອງພຣະອົງນັ້ນຍັງຕັ້ງຢູ່, ກໍໃຫ້ພວກເຮົາທັງຫລາຍລະວັງບໍ່ໃຫ້ຄົນໃດໃນພວກເຈົ້າພາດຈາກການພັກສະຫງົບນີ້. Uka jalj uñjjattʼäta |
ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນຂອງພຣະອົງໃນໂລກນີ້ ເຂົາກໍບໍ່ມີທາງພົ້ນໂທດທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກສະຫວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫຼົ່ານັ້ນເສຍອີກ.
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.