ເຮັບເຣີ 3:9 - ພຣະຄຳພີສັກສິ9 ໃນບ່ອນນັ້ນພວກເຂົາ ໄດ້ທົດລອງພິສູດເຮົາ ເຖິງແມ່ນວ່າພວກເຂົາໄດ້ເຫັນສິ່ງທີ່ເຮົາ ໄດ້ກະທຳຕະຫລອດສີ່ສິບປີ ແລ້ວນັ້ນກໍຕາມ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ເຊິ່ງເປັນບ່ອນທີ່ບັນພະບຸລຸດຂອງພວກເຈົ້າໄດ້ທົດລອງ ແລະ ພິສູດເຮົາ, ເຖິງແມ່ນວ່າເປັນເວລາສີ່ສິບປີທີ່ພວກເຂົາໄດ້ເຫັນສິ່ງທີ່ເຮົາໄດ້ກະທຳ. Uka jalj uñjjattʼäta |
ແລ້ວພຣະອົງກໍຕອບຄົນທີ່ໂຢຮັນໃຊ້ມານັ້ນວ່າ, “ຈົ່ງກັບໄປບອກໂຢຮັນ ຕາມທີ່ພວກເຈົ້າໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດເຫັນຮຸ່ງໄດ້ ຄົນເປ້ຍຍ່າງໄດ້ ຜູ້ທີ່ທົນທຸກດ້ວຍພະຍາດຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາມີຊີວິດ ແລະຂ່າວປະເສີດກໍປະກາດແກ່ຄົນຍາກຈົນ.
ຈົ່ງຈົດຈຳວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າ ໃນການເດີນທາງອັນຍາວນານນີ້ຜ່ານຖິ່ນແຫ້ງແລ້ງກັນດານ ເປັນເວລາ 40 ປີ ຢ່າງໃດ. ພຣະອົງກໍໄດ້ທົດສອບພວກເຈົ້າໃນຄວາມທຸກລຳບາກເໝືອນກັນ ເພື່ອຢາກຈະຢັ່ງຮູ້ຈິດໃຈຂອງພວກເຈົ້າວ່າເປັນຢ່າງໃດ ແລະພວກເຈົ້າຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງຫລືບໍ່?
ພວກເຂົາໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ແລະພຣະອົງໄດ້ບັນດານໃຫ້ຄວາມມືດຂັ້ນກາງ ລະຫວ່າງພວກເຂົາກັບພວກເອຢິບ ແລະໃຫ້ນໍ້າທະເລໄຫລຖ້ວມພວກເອຢິບຈົນພວກເຂົາຈົມນໍ້າຕາຍ. ພວກເຈົ້າໄດ້ເຫັນສິ່ງທີ່ເຮົາໄດ້ກະທຳຕໍ່ເອຢິບແລ້ວ. ຫລັງຈາກນັ້ນ ພວກເຈົ້າກໍໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ເປັນເວລາດົນນານ.