Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 3:7 - ພຣະຄຳພີສັກສິ

7 ດ້ວຍເຫດນັ້ນ ຈຶ່ງ​ເປັນ​ໄປ​ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ກ່າວ​ໄວ້​ວ່າ, “ວັນ​ນີ້​ຖ້າ​ເຈົ້າ​ທັງຫລາຍ ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະອົງ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ດັ່ງນັ້ນ, ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ກ່າວ​ໄວ້​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ,

Uka jalj uñjjattʼäta Copia luraña




ເຮັບເຣີ 3:7
27 Jak'a apnaqawi uñst'ayäwi  

“ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກ່າວ​ຜ່ານ​ຂ້ານ້ອຍ ຖ້ອຍຄຳ​ພຣະອົງ​ຢູ່​ທີ່​ລີ້ນ​ຂອງ​ຂ້ານ້ອຍ.


ແຕ່​ປະຊາຊົນ​ຂອງເຮົາ​ບໍ່​ຍອມ​ຮັບ​ຟັງ​ເຮົາ​ເລີຍ ຊາວ​ອິດສະຣາເອນ​ບໍ່ເຄີຍ​ເຊື່ອຟັງ​ເຮົາ​ຈັກເທື່ອ.


ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຍອມ​ເຊື່ອຟັງ​ເຮົາ ຄື​ຢາກ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ທີ່​ເຮົາ​ເວົ້າ


ຢ່າ​ອວດ​ເຖິງ​ເລື່ອງ​ຂອງ​ມື້ອື່ນ ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່ລະວັນ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ໃນ​ຂະນະທີ່​ຈະ​ພົບ​ພຣະອົງ​ໄດ້ ຈົ່ງ​ພາວັນນາ​ອະທິຖານ​ຕໍ່ ພຣະອົງ​ໃນ​ຂະນະທີ່​ພຣະອົງ​ສະຖິດ​ຢູ່​ໃກ້.


ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ພຣະອົງ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ ດ້ວຍເຫດໃດ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ດົນໃຈ​ດາວິດ​ໃຫ້​ເອີ້ນ​ພຣະຄຣິດ​ວ່າ ‘ພຣະອົງເຈົ້າ?’ ດາວິດ​ໄດ້​ເວົ້າ​ວ່າ,


ເພາະວ່າ​ດາວິດ​ເອງ​ໄດ້​ກ່າວ​ດ້ວຍ​ຣິດເດດ​ພຣະວິນຍານ​ບໍຣິສຸດເຈົ້າ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ເບື້ອງ​ຂວາ​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ໃຫ້​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.’


ມີ​ຝູງແກະ​ອື່ນ​ທີ່​ເປັນ​ຝູງແກະ​ຂອງເຮົາ ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫຼົ່ານັ້ນ​ມາ​ເໝືອນກັນ ພວກເຂົາ​ຈະ​ຟັງ​ສຽງ​ຂອງເຮົາ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.


ແກະ​ຂອງເຮົາ​ກໍ​ຟັງ​ສຽງ​ຂອງເຮົາ, ເຮົາ​ຮູ້ຈັກ​ພວກເຂົາ ແລະ​ພວກເຂົາ​ກໍຕາມ​ເຮົາ​ໄປ.


ຄົນ​ເຝົ້າ​ປະຕູ ກໍ​ໄຂ​ປະຕູ​ໃຫ້​ແກ່​ຜູ້ນັ້ນ ແລະ​ຝູງແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ ເພິ່ນ​ເອີ້ນ​ແກະ​ຂອງຕົນ​ຕາມ​ຊື່ ແລະ​ພາ​ອອກ​ໄປ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ຕາຍ​ແລ້ວ ຈະ​ໄດ້ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ບັນດາ​ຜູ້​ທີ່​ໄດ້ຍິນ​ກໍ​ຈະ​ມີ​ຊີວິດ.


“ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ້ຄວາມ​ໃນ​ພຣະຄຳພີ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ໄວ້​ລ່ວງໜ້າ ໂດຍ​ຜ່ານ​ທາງ​ກະສັດ​ດາວິດ​ຕ້ອງ​ສຳເລັດ​ເປັນ​ຈິງ, ຂໍ້ຄວາມ​ນັ້ນ​ເວົ້າ​ເຖິງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ.


ເມື່ອ​ຄວາມເຫັນ​ບໍ່​ລົງລອຍ​ກັນ​ພວກເຂົາ​ຈຶ່ງ​ລາ​ຈາກ​ກັນ​ໄປ. ຫລັງຈາກ​ໂປໂລ​ໄດ້​ກ່າວ​ຄຳ​ໜຶ່ງ​ຕື່ມ​ອີກ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ຊົງ​ກ່າວ​ຢ່າງ​ຖືກຕ້ອງ​ກັບ​ບັນພະບຸລຸດ​ຂອງ​ເຈົ້າ​ທັງຫລາຍ ຜ່ານທາງ​ຜູ້ທຳນວາຍ​ເອຊາຢາ


ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສັ່ງ​ແກ່​ຟີລິບ​ວ່າ, “ຈົ່ງ​ຫຍັບ​ເຂົ້າ​ໃກ້​ຕິດ​ລົດມ້າ​ຄັນ​ນີ້​ໄປ.”


ຝ່າຍ​ພຣະວິນຍານ​ບໍຣິສຸດເຈົ້າ ກໍ​ເປັນ​ພະຍານ​ໃຫ້​ແກ່​ພວກເຮົາ​ເໝືອນກັນ ເພາະ​ພຣະອົງ​ໄດ້​ຊົງ​ກ່າວ​ໄວ້​ແລ້ວ​ວ່າ,


ແຕ່​ຈົ່ງ​ຊ່ວຍ​ກັນແລະກັນ​ທຸກໆ​ວັນ ຕາບໃດ​ທີ່​ຍັງ​ໃຊ້​ຄຳ​ວ່າ, “ວັນ​ນີ້” ເພື່ອ​ບໍ່​ໃຫ້​ມີ​ຜູ້ໃດ​ໃນ​ພວກເຈົ້າ ຖືກ​ບາບ​ລໍ້ລວງ​ໃຫ້​ມີ​ຈິດໃຈ​ດື້ດ້ານ​ບໍ່​ເຊື່ອຟັງ.


ດັ່ງ​ທີ່​ມີ​ກ່າວ​ໄວ້​ໃນ​ພຣະຄຳພີ​ວ່າ, “ວັນ​ນີ້ ຖ້າ​ເຈົ້າ​ທັງຫລາຍ​ຫາກ ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະອົງ ກໍ​ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງ​ກະດ້າງ​ໄປ ເໝືອນ​ບັນພະບຸລຸດ​ຂອງ​ພວກເຈົ້າ ທີ່​ໄດ້​ກະບົດ.”


ດ້ວຍເຫດນັ້ນ ພຣະເຈົ້າ​ຈຶ່ງ​ກຳນົດ​ວັນ​ໜຶ່ງ​ໄວ້​ໃໝ່​ອີກ ຊຶ່ງ​ເອີ້ນ​ວ່າ, “ວັນ​ນີ້” ຫລາຍ​ປີ​ຕໍ່ມາ ພຣະອົງ​ໄດ້​ເວົ້າ​ເຖິງ​ເລື່ອງ​ນັ້ນ​ໂດຍ​ທາງ​ດາວິດ ດັ່ງ​ທີ່​ໄດ້​ມີ​ອ້າງ​ໄວ້​ໃນ​ພຣະຄຳພີ​ວ່າ, “ວັນ​ນີ້ ຖ້າ​ເຈົ້າ​ທັງຫລາຍ​ໄດ້ ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະເຈົ້າ ກໍ​ຢ່າ​ມີ​ໃຈ​ແຂງ​ກະດ້າງ​ໄປ.”


ໂດຍ​ສິ່ງ​ນີ້​ເອງ ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ສຳແດງ​ວ່າ ທາງ​ທີ່​ນຳ​ເຂົ້າ​ສູ່​ສະຖານທີ່​ສັກສິດ​ທີ່ສຸດ​ນັ້ນ​ຍັງ​ບໍ່​ເປີດ ຕາບໃດ​ທີ່​ຫ້ອງ​ຊັ້ນນອກ​ນັ້ນ​ຍັງ​ຕັ້ງ​ຢູ່.


ເພາະວ່າ ຄຳທຳນວາຍ​ນັ້ນ​ບໍ່ໄດ້​ມາ​ຈາກ​ນໍ້າໃຈ​ຂອງ​ມະນຸດ​ຈັກເທື່ອ, ແຕ່​ມະນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພຣະເຈົ້າ ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ດົນໃຈ.


ເບິ່ງແມ! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ ຖ້າ​ຜູ້ໃດ​ໄດ້ຍິນ​ສຽງ​ຂອງເຮົາ ແລະ​ໄຂ​ປະຕູ ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ ແລະ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka