Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 3:6 - ພຣະຄຳພີສັກສິ

6 ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 3:6
46 Jak'a apnaqawi uñst'ayäwi  

ເຈົ້າຊາຍ​ຈະ​ຕ້ອງ​ເຂົ້າມາ​ໃນ​ເມື່ອ​ປະຊາຊົນ​ເຂົ້າມາ ແລະ​ອອກໄປ​ໃນ​ເມື່ອ​ປະຊາຊົນ​ອອກໄປ.


ຄົນ​ທັງປວງ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ, ແຕ່​ຜູ້ໃດ​ທີ່​ທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ ເຈົ້າ​ຄື​ເປໂຕ ເທິງ​ສີລາ​ກ້ອນ​ນີ້​ເຮົາ​ຈະ​ສ້າງ​ຄຣິສຕະຈັກ​ຂອງເຮົາ​ຂຶ້ນ ແລະ​ປະຕູ​ແຫ່ງ​ແດນ​ມໍຣະນາ​ຈະ​ເອົາ​ຊະນະ​ຄຣິສຕະຈັກ​ນີ້​ບໍ່ໄດ້.


ແຕ່​ຜູ້ໃດ​ທີ່​ອົດທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


ຈົ່ງ​ພິຈາລະນາ​ເບິ່ງ​ພຣະ​ເມດຕາ ແລະ​ຄວາມ​ເຄັ່ງຄັດ​ຂອງ​ພຣະເຈົ້າ ຄື​ພຣະອົງ​ສຳແດງ​ຄວາມ​ເຄັ່ງຄັດ​ຕໍ່​ພວກ​ທີ່​ຫລົງຜິດ​ໄປ ແຕ່​ພຣະອົງ​ເມດຕາ​ເຈົ້າ ຖ້າ​ເຈົ້າ​ຕັ້ງໝັ້ນ​ຢູ່​ໃນ​ພຣະ​ເມດຕາ​ນັ້ນ​ຕໍ່ໄປ, ຖ້າບໍ່​ດັ່ງນັ້ນ ເຈົ້າ​ກໍ​ຈະ​ຖືກ​ຫັກອອກ​ເໝືອນກັນ.


ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ໃນ​ຄວາມ​ຍາກ​ລຳບາກ ຈົ່ງ​ພາວັນນາ​ອະທິຖານ​ຢູ່​ບໍ່​ຂາດ.


ຂໍ​ພຣະເຈົ້າ​ແຫ່ງ​ຄວາມຫວັງ ໂຜດ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ສັນຕິສຸກ​ທຸກປະການ ໂດຍ​ທາງ​ຄວາມ​ເຊື່ອວາງໃຈ​ໃນ​ພຣະອົງ ເພື່ອ​ວ່າ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


ໂດຍ​ທາງ​ພຣະອົງ ເຮົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ຮົ່ມ​ພຣະຄຸນ ຊຶ່ງ​ບັດນີ້​ພວກເຮົາ​ຕັ້ງໝັ້ນ​ຢູ່​ດ້ວຍ​ຄວາມເຊື່ອ ແລະ​ພວກເຮົາ​ຊື່ນຊົມ​ຍິນດີ ໃນ​ຄວາມຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ, ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ​ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ ເຈົ້າ​ທັງຫລາຍ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ເຈົ້າ​ເອງ.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.


ຢ່າ​ໃຫ້​ພວກເຮົາ​ອິດເມື່ອຍ​ໃນ​ການ​ເຮັດ​ດີ ເພາະ​ຖ້າ​ໃຈ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ.


ໃນ​ພຣະອົງ​ແລະ​ໂດຍ​ທາງ​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ໃນ​ພຣະອົງ​ນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ທີ່​ຈະ​ເຂົ້າ​ເຝົ້າ​ພຣະອົງ ດ້ວຍ​ຄວາມ​ໝັ້ນໃຈ​ຢ່າງ​ເຕັມ​ລົ້ນ.


ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.


ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ,


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ຖ້າ​ເຮົາ​ຍັງ​ຊັກຊ້າ​ຢູ່ ຈົດໝາຍ​ສະບັບ​ນີ້ ກໍ​ຈະ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ວ່າ ຄວນ​ຈະ​ບົວລະບັດ​ຢ່າງ​ໃດ ໃນ​ຄອບຄົວ​ຂອງ​ພຣະເຈົ້າ ຄື​ໃນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ທີ່​ເປັນ​ເສົາ​ແລະ​ເປັນ​ຮາກ​ແຫ່ງ​ຄວາມຈິງ.


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.


ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ ທີ່​ຈະ​ເຂົ້າ​ໄປ​ໃນ​ສະຖານ​ອັນ​ສັກສິດ​ທີ່ສຸດ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ


ເມື່ອ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ ຜູ້​ທີ່​ຮັບຜິດຊອບ​ວິຫານ​ຂອງ​ພຣະເຈົ້າ​ແລ້ວ.


ຈົ່ງ​ຢຶດໝັ້ນ​ຢູ່​ກັບ​ຄວາມຫວັງ​ທີ່​ພວກເຮົາ​ປະກາດ​ຕົວ​ວ່າ ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ຢ່າ​ໃຫ້​ຫວັ່ນໄຫວ, ເພາະວ່າ ພຣະອົງ​ຜູ້​ຊົງ​ປະທານ​ພຣະສັນຍາ​ນັ້ນ​ກໍ​ຊົງ​ສັດຊື່.


ດັ່ງນັ້ນ ຢ່າ​ໄດ້​ປະຖິ້ມ​ຄວາມ​ໝັ້ນໃຈ​ຂອງ​ພວກເຈົ້າ ເພາະ​ສິ່ງ​ນັ້ນ​ນຳ​ໄປ​ສູ່​ບຳເໜັດ​ອັນ​ຍິ່ງໃຫຍ່.


ອັນ​ໜຶ່ງ​ຄວາມເຊື່ອ​ຄື​ຄວາມ​ແນ່ນອນ​ໃຈ ໃນ​ສິ່ງ​ທີ່​ເຮົາ​ຫວັງ​ໄວ້ ເປັນ​ຄວາມ​ຕາຍ​ໃຈ ເຖິງ​ສິ່ງ​ທີ່​ຍັງ​ບໍ່​ເຫັນ​ກັບ​ຕາ.


ດ້ວຍວ່າ, ພວກເຮົາ​ທຸກຄົນ​ເປັນ​ຜູ້​ຮ່ວມງານ​ກັບ​ພຣະຄຣິດ ຖ້າ​ພວກເຮົາ​ຢຶດຖື​ຄວາມ​ໄວ້ວາງໃຈ ທີ່​ພວກເຮົາ​ໄດ້​ມີ​ໃນ​ຕອນ​ຕົ້ນ​ນັ້ນ ໄວ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ອົດສາ​ພະຍາຍາມ ໃຫ້​ໄດ້​ເຂົ້າ​ສູ່​ບ່ອນ​ພັກຜ່ອນ​ນັ້ນ ເພື່ອ​ຈະ​ບໍ່​ໃຫ້​ຜູ້ໜຶ່ງ​ຜູ້ໃດ​ຕ້ອງ​ເສຍ​ໄປ ເໝືອນ​ດັ່ງ​ຄົນ​ບໍ່​ເຊື່ອຟັງ​ເຫຼົ່ານັ້ນ.


ດ້ວຍເຫດນັ້ນ ຖ້າ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຜູ້​ຍິ່ງໃຫຍ່ ທີ່​ຜ່ານ​ຟ້າ​ສະຫວັນ​ມາ​ແລ້ວ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ. ຈົ່ງ​ໃຫ້​ພວກເຮົາ​ຢຶດຖື​ຄວາມເຊື່ອ ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ​ໃຫ້​ໝັ້ນຄົງ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ເຮົາ​ທັງຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະຄຸນ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະ​ເມດຕາ ແລະ​ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ.


ຄວາມ​ປາຖະໜາ​ອັນ​ຍິ່ງໃຫຍ່​ຂອງ​ພວກເຮົາ ແມ່ນ​ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ ມີ​ຄວາມ​ຮ້ອນຮົນ​ຢ່າງ​ດຽວກັນ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ນັ້ນ​ຈະ​ໄດ້​ສຳເລັດ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ເພາະວ່າ​ກົດບັນຍັດ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ສິ່ງໃດ​ເຖິງ​ທີ່​ສຳເລັດ) ແຕ່​ມີ​ຄວາມຫວັງ​ອັນ​ດີກວ່າ​ໄດ້​ເພີ່ມເຕີມ​ເຂົ້າ​ມາ ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ຈະ​ເຂົ້າ​ໄປ​ໃກ້​ພຣະເຈົ້າ​ໄດ້.


ພຣະອົງ​ຜູ້​ທີ່​ພວກເຈົ້າ​ຍັງ​ບໍ່ໄດ້​ເຫັນ ແຕ່​ພວກເຈົ້າ​ກໍ​ຍັງ​ຮັກ​ພຣະອົງ​ຢູ່ ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ຍັງ​ເຊື່ອ​ແລະ​ຊື່ນຊົມ​ຍິນດີ ດ້ວຍ​ຄວາມ​ຍິນດີ​ອັນ​ຮຸ່ງເຮືອງ ຊຶ່ງ​ເຫຼືອ​ທີ່​ຈະ​ອະທິບາຍ​ໄດ້.


ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ດ້ວຍວ່າ, ເຖິງ​ເວລາ​ແລ້ວ​ທີ່​ການ​ຊົງ​ພິພາກສາ ຈະ​ຕ້ອງ​ເລີ່ມຕົ້ນ​ທີ່​ຄົວ​ວິຫານ​ຂອງ​ພຣະເຈົ້າ ແລະ​ຖ້າ​ການ​ພິພາກສາ​ນັ້ນ​ເລີ່ມຕົ້ນ​ທີ່​ພວກເຮົາ​ກ່ອນ ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງ​ໃດ?


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນ​ດັ່ງ​ແປວໄຟ ຜູ້​ທີ່​ມີ​ຕີນ​ເໝືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ​ຊົງ​ກ່າວ​ດັ່ງນີ້​ວ່າ,


ແຕ່​ໃຫ້​ພວກເຈົ້າ​ຢຶດຖື​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ແລ້ວ​ນັ້ນ ໄວ້​ຈົນກວ່າ​ເຮົາ​ຈະ​ມາ.’


ຜູ້​ທີ່​ມີ​ໄຊຊະນະ ແລະ​ຖື​ຮັກສາ​ກິດຈະການ​ຂອງເຮົາ​ໄວ້​ຈົນເຖິງ​ທີ່ສຸດ, ເຮົາ​ຈະ​ໃຫ້​ຜູ້ນັ້ນ​ມີ​ອຳນາດ​ປົກຄອງ​ບັນດາ​ປະຊາຊາດ


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້, ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ຍາດຊີງ​ເອົາ​ມົງກຸດ​ແຫ່ງ​ໄຊຊະນະ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka