ເຮັບເຣີ 3:5 - ພຣະຄຳພີສັກສິ5 ໃນວົງສາຄະນາຍາດທັງໝົດອັນເປັນຄົວວິຫານຂອງພຣະເຈົ້ານັ້ນ ໂມເຊໄດ້ສັດຊື່ໃນຖານະເປັນຄົນຮັບໃຊ້ ເພື່ອເປັນພະຍານເຖິງເລື່ອງຕ່າງໆ ຊຶ່ງພຣະເຈົ້າຈະຊົງກ່າວຕໍ່ໄປພາຍໜ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 “ໂມເຊໄດ້ສັດຊື່ໃນຖານະຜູ້ຮັບໃຊ້ໃນທຸກເລື່ອງກ່ຽວກັບຄົວເຮືອນຂອງພຣະເຈົ້າ”, ເປັນພະຍານເຖິງສິ່ງທີ່ພຣະເຈົ້າຈະກ່າວໃນພາຍໜ້າ. Uka jalj uñjjattʼäta |
ເມື່ອພວກເຂົານັດວັນພົບກັບໂປໂລ, ຄົນຈຳນວນຫລາຍກວ່າເກົ່າໄດ້ມາຫາທີ່ບ່ອນພັກຂອງເພິ່ນ, ເພິ່ນຈຶ່ງກ່າວອະທິບາຍແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄໍ່າ ເປັນພະຍານເຖິງຣາຊອານາຈັກຂອງພຣະເຈົ້າຢ່າງຄົບຖ້ວນ ແລະຊັກຊວນໃຫ້ພວກເຂົາຮັບເຊື່ອໃນພຣະເຢຊູເຈົ້າ ໂດຍໃຊ້ຂໍ້ຄວາມຈາກກົດບັນຍັດຂອງໂມເຊ ແລະຈາກບັນດາຜູ້ທຳນວາຍເປັນຫລັກ.
ຈົນກວ່າຈະຕີເອົາໄດ້ດິນແດນທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ. ເມື່ອພຣະອົງໃຫ້ທຸກໆເຜົ່າຂອງຊາດອິດສະຣາເອນຢູ່ຢ່າງປອດໄພແລ້ວ ພວກເຈົ້າຈຶ່ງຈະກັບຄືນມາຕັ້ງຖິ່ນຖານ ທີ່ດິນແດນຂອງພວກເຈົ້າທາງພາກທິດຕາເວັນອອກພີ້ໄດ້ ບ່ອນທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າ.”
ເພິ່ນໄດ້ສ້າງຂຶ້ນຕາມແບບທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ໄດ້ສັ່ງໄວ້ກັບຊາວອິດສະຣາເອນ ດັ່ງທີ່ໄດ້ກ່າວໄວ້ຕາມກົດບັນຍັດຂອງໂມເຊວ່າ, “ແທ່ນບູຊາສ້າງຂຶ້ນດ້ວຍຫີນທີ່ບໍ່ໃຊ້ເຄື່ອງມືເປັນໂລຫະຕັດ.” ທີ່ເທິງແທ່ນນັ້ນ ພວກເຂົາໄດ້ເຜົາເຄື່ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ແລະຖວາຍເພື່ອຄວາມສາມັກຄີທຳ.
ຊາວອິດສະຣາເອນພ້ອມທັງພວກຜູ້ນຳ, ບັນດາເຈົ້າໜ້າທີ່, ພວກຜູ້ຕັດສິນ, ຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຂົາ ຕ່າງກໍໄດ້ຢືນຢູ່ສອງຟາກຂ້າງຂອງຫີບພັນທະສັນຍາຂອງພຣະເຈົ້າຢາເວ ໂດຍປິ່ນໜ້າໃສ່ປະໂຣຫິດຊາວເລວີຜູ້ທີ່ມີໜ້າທີ່ຫາມຫີບ. ປະຊາຊົນເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເກຣີຊິມ ແລະອີກເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເອບານ. ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຂົາເຮັດເຊັ່ນນີ້ ເມື່ອເຖິງເວລາທີ່ພວກເຂົາຈະຮັບພອນ.