Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 3:16 - ພຣະຄຳພີສັກສິ

16 ດັ່ງນັ້ນ ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະເຈົ້າ​ແລ້ວ ແຕ່​ຍັງ​ກະບົດ ບໍ່ແມ່ນ​ທຸກຄົນ​ທີ່​ໂມເຊ​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ຫລື?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ແມ່ນ​ຜູ້ໃດ​ຜູ້​ທີ່​ໄດ້​ຍິນ​ແລ້ວ​ຍັງ​ກະບົດ? ກໍ​ຄື​ທຸກຄົນ​ທີ່​ໂມເຊ​ໄດ້​ພາ​ອອກ​ມາ​ຈາກ​ເອຢິບ​ບໍ່​ແມ່ນ​ບໍ?

Uka jalj uñjjattʼäta Copia luraña




ເຮັບເຣີ 3:16
18 Jak'a apnaqawi uñst'ayäwi  

ແຕ່​ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ເລື້ອຍມາ ແລະ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ພວກເຂົາ​ກໍໄດ້​ກະບົດ​ຕໍ່ສູ້​ອົງ​ສູງສຸດ.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ພວກເຂົາ​ກະບົດ​ເລື້ອຍ​ມາ ເຮັດ​ໃຫ້​ພຣະອົງ​ເສຍໃຈ​ຫລາຍເທື່ອ​ຫລາຍທີ.


ພວກເຂົາ​ຈະ​ຢຶດ​ເມືອງ​ແລະ​ຈູດ​ເຜົາ​ເມືອງ​ຖິ້ມ. ພວກເຂົາ​ຈະ​ຈູດ​ເມືອງ ພ້ອມ​ກັບ​ເຮືອນ​ຂອງ​ປະຊາຊົນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ເຜົາ​ເຄື່ອງຫອມ​ໃຫ້​ພະບາອານ​ທີ່​ເທິງ​ຫລັງຄາ ແລະ​ໂດຍ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ.


ເພາະ​ປະຊາຊົນ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ​ໄດ້​ເຮັດ​ຊົ່ວ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ພວກເຂົາ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ໄດ້​ຮັບໃຊ້​ບັນດາ​ພະ​ທີ່​ພວກເຂົາ​ເອງ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ຂາບໄຫວ້.


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ ແລະ​ຖວາຍບູຊາ​ແກ່​ບັນດາ​ພະອື່ນ​ໃນ​ປະເທດ​ເອຢິບ ຄື​ບ່ອນ​ທີ່​ພວກເຈົ້າ​ໄດ້​ມາ​ພັກ​ອາໄສ​ຢູ່​ນີ້? ພວກເຈົ້າ​ຢາກ​ເຮັດ​ສິ່ງ​ນີ້​ເພື່ອ​ທຳລາຍ​ພວກ​ເຈົ້າເອງ​ບໍ? ເພື່ອ​ທຸກ​ຊົນຊາດ​ໃນ​ໂລກ​ຈະ​ຫົວ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ​ບໍ?


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຍັງ​ຈະ​ໝິ່ນປະໝາດ​ເຮົາ​ອີກ​ດົນນານ​ປານໃດ? ເຖິງແມ່ນ​ວ່າ ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ປະຕິເສດ​ທີ່​ຈະ​ໄວ້ວາງໃຈ​ໃນ​ເຮົາ​ຕະຫລອດໄປ​ບໍ?


ພວກເຂົາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ຕາຍ​ຢູ່​ທີ່​ປະເທດ​ເອຢິບ ຫລື​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍ​ຍັງ​ດີກວ່າ


ແຕ່​ຍ້ອນ​ກາເລັບ ຄົນ​ຮັບໃຊ້​ຂອງເຮົາ ມີ​ທ່າທີ​ແຕກຕ່າງ​ຈາກ​ຄົນ​ເຫຼົ່ານີ້ ແລະ​ລາວ​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ນຳພາ​ລາວ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ລາວ​ໄດ້​ໄປ​ສຳຫລວດ ແລະ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ກຳມະສິດ​ດິນແດນ


ເຮົາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ພວກເຈົ້າ​ຢູ່​ທີ່​ນັ້ນ ແຕ່​ໃນ​ພວກເຈົ້າ​ຈະ​ບໍ່ມີ​ໃຜ​ໄດ້​ຢູ່ ນອກຈາກ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ໃນ​ຈຳນວນ​ນັກສືບ​ສອດແນມ​ສິບສອງ​ຄົນ​ນັ້ນ ມີ​ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ແລະ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ​ທີ່​ມີ​ຊີວິດ​ຢູ່.


ສະນັ້ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ໃຫ້​ເລືອກ​ເອົາ​ຜູ້ນຳ​ຜູ້ໜຶ່ງ​ແລະ​ກັບຄືນ​ໄປ​ປະເທດ​ເອຢິບ.”


ເພາະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ພວກເຂົາ​ໄວ້​ວ່າ, ພວກເຂົາ​ທຸກຄົນ​ຈະ​ຕ້ອງ​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ກໍໄດ້​ເປັນ​ດັ່ງນັ້ນ​ທຸກປະການ ຍົກເວັ້ນ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ຊ່ວຍ​ຂອງ​ເຈົ້າ ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ. ສະນັ້ນ ຈົ່ງ​ໃຫ້​ກຳລັງໃຈ​ແກ່​ລາວ.’


ເຖິງ​ແມ່ນ​ວ່າ ພວກເຈົ້າ​ຮູ້​ຂໍ້​ຄວາມ​ເຫຼົ່ານີ້​ດີ​ແລ້ວ​ກໍຕາມ ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ​ອົງພຣະ​ຜູ້​ເປັນເຈົ້າ ທີ່​ໄດ້​ຊ່ວຍກູ້​ເອົາ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ປະເທດ​ເອຢິບ​ຢ່າງ​ໃດ, ແຕ່​ຫລັງຈາກ​ນັ້ນ​ມາ​ໄດ້​ທຳລາຍ​ຄົນ​ເຫຼົ່ານີ້ ທີ່​ບໍ່​ເຊື່ອ​ໃນ​ພຣະອົງ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka