Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 3:12 - ພຣະຄຳພີສັກສິ

12 ພີ່ນ້ອງ​ຄົນ​ທີ່​ເຊື່ອ​ຂອງເຮົາ​ເອີຍ, ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ມີ​ຈິດໃຈ​ຊົ່ວຊ້າ​ແລະ​ບໍ່​ເຊື່ອຟັງ ຊຶ່ງ​ຈະ​ເຮັດ​ໃຫ້​ຕົນ​ຫັນ​ໜີ​ຈາກ​ພຣະເຈົ້າ ອົງ​ຊົງພຣະຊົນ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.

Uka jalj uñjjattʼäta Copia luraña




ເຮັບເຣີ 3:12
37 Jak'a apnaqawi uñst'ayäwi  

ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ຄົນຊົ່ວ​ບອກ​ພຣະເຈົ້າ​ປ່ອຍ​ພວກເຂົາ​ໃຫ້​ຢູ່​ຕາມ​ລຳພັງ ພວກເຂົາ​ບໍ່​ຕ້ອງການ​ຮູ້ຈັກ​ແມ່ນແຕ່​ພຣະປະສົງ​ຂອງ​ພຣະອົງ​ຊໍ້າ.


ຄົນ​ປະຖິ້ມ​ພຣະເຈົ້າ​ກໍ​ເປັນ​ເຊັ່ນນີ້ແຫລະ ແລະ​ຄິດວ່າ​ພຣະອົງ​ຈະ​ເຮັດ​ຫຍັງ​ໃຫ້​ພວກເຂົາ​ບໍ່ໄດ້.


ຂ້ານ້ອຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຫລອນ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ຄົນໂງ່ຈ້າ​ຕາຍ​ຍ້ອນ​ຂາດ​ປັນຍາ ແລະ​ຄວາມປະໝາດ​ຂອງ​ຄົນໂງ່​ກໍ​ເປັນ​ທາງ​ສູ່​ຄວາມ​ຈິບຫາຍ​ວາຍວອດ.


ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ, ປະຖິ້ມ​ພຣະອົງ ແລະ​ບໍ່​ຍອມ​ຕິດຕາມ​ພຣະອົງ. ພວກ​ຂ້ານ້ອຍ​ໄດ້​ກົດຂີ່​ຄົນອື່ນ ແລະ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຄວາມຄິດ​ຂອງ​ພວກ​ຂ້ານ້ອຍ​ຜິດພາດ ແລະ​ຄຳເວົ້າ​ຂອງ​ພວກ​ຂ້ານ້ອຍ​ກໍ​ລ້ວນແຕ່​ເປັນ​ຄຳຕົວະ.


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ ຫລື​ປະຕິບັດ​ຕາມ​ນັ້ນ​ເລີຍ. ພວກເຂົາ​ທຸກຄົນ​ຊໍ້າ​ໄດ້​ສືບຕໍ່​ດື້ດ້ານ ແລະ​ເຮັດ​ຊົ່ວ​ເໝືອນ​ເດີມ. ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຮັກສາ​ພັນທະສັນຍາ, ແຕ່​ພວກເຂົາ​ພັດ​ປະຕິເສດ. ດັ່ງນັ້ນ ເຮົາ​ຈຶ່ງ​ນຳ​ເອົາ​ໂທດກຳ​ທັງໝົດ​ທີ່​ໄດ້​ກ່າວ​ໄວ້​ໃນ​ພັນທະສັນຍາ​ນັ້ນ​ມາ​ສູ່​ພວກເຂົາ.”


ແຕ່​ພວກເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ. ພວກເຈົ້າ​ທຸກຄົນ​ດື້ດ້ານ​ແລະ​ຊົ່ວຊ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ​ເລີຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນໃດ​ທີ່​ວາງໃຈ​ໃນ​ມະນຸດ ແລະ​ວາງໃຈ​ໃນ​ກຳລັງ​ຂອງ​ຕົນ ແລະ​ໃຈ​ຂອງຕົນ​ຫັນໜີ​ໄປ​ຈາກ​ພຣະເຈົ້າຢາເວ ຄົນນັ້ນ​ກໍ​ເປັນ​ທີ່​ສາບແຊ່ງ​ແລ້ວ.


ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.


ພວກເຂົາ​ຈະ​ຕອບ​ວ່າ, ‘ບໍ່​ເປັນຫຍັງ​ພວກເຮົາ​ຕ້ອງ​ເຮັດ​ເຊັ່ນນັ້ນ? ພວກເຮົາ​ທຸກຄົນ​ຈະ​ດື້ດ້ານ​ແລະ​ເຮັດ​ຊົ່ວຊ້າ​ຕາມໃຈ​ຂອງ​ພວກເຮົາ​ຕໍ່ໄປ.”’


ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ບາບ​ໄວ້​ສອງ​ປະການ ຄື​ພວກເຂົາ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ຜູ້​ເປັນ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ແລະ​ພວກເຂົາ​ໄດ້​ຂຸດ​ອ່າງນໍ້າ​ໄວ້​ສຳລັບ​ຕົນເອງ ເປັນ​ອ່າງ​ແຕກ​ທີ່​ບັນຈຸ​ນໍ້າ​ໄວ້​ບໍ່ໄດ້.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ, ‘ບັນລັງ​ຂອງ​ພຣະເຈົ້າຢາເວ’ ແລະ​ທຸກ​ຊົນຊາດ​ຈະ​ມາ​ໂຮມກັນ​ທີ່​ນັ້ນ​ເພື່ອ​ນະມັດສະການ​ຖວາຍກຽດ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ຈະ​ບໍ່​ເຮັດ​ຕາມ​ຈິດໃຈ​ດື້ດ້ານ​ແລະ​ຊົ່ວຊ້າ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


ຮູບເຄົາຣົບ​ທັງໝົດ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ຊາວ​ອິດສະຣາເອນ ຫັນໜີ​ໄປ​ຈາກ​ເຮົາ; ແຕ່​ໂດຍ​ຄຳຕອບ​ຂອງເຮົາ​ນີ້ ເຮົາ​ຫວັງ​ວ່າ​ຈະ​ໄດ້​ພວກເຂົາ​ກັບຄືນ​ມາ​ສັດຊື່​ຕໍ່​ເຮົາ.


ເມື່ອ​ພຣະເຈົ້າຢາເວ​ກ່າວ​ຕໍ່​ຊາດ​ອິດສະຣາເອນ ຄັ້ງ​ທຳອິດ​ຜ່ານ​ທາງ​ໂຮເສອາ​ນັ້ນ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ໄປ​ແຕ່ງງານ ແຕ່​ເມຍ​ຂອງ​ເຈົ້າ​ຈະ​ບໍ່​ສັດຊື່ ແລະ​ລູກໆ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ດັ່ງ​ແມ່. ລັກສະນະ​ດຽວກັນ​ນີ້​ແຫຼະ ປະຊາຊົນ​ຂອງເຮົາ​ໄດ້​ໜີປະ​ເຮົາ​ແລະ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ.”


ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນ​ຢູ່.”


ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ.


ແຕ່​ເຈົ້າ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເຮົາ​ໄດ້​ບອກ​ເຈົ້າ​ທັງຫລາຍ​ໃຫ້​ຮູ້​ທຸກໆ​ສິ່ງ​ລ່ວງໜ້າ​ກ່ອນ​ແລ້ວ.”


ຈົ່ງ​ເຝົ້າ​ລະວັງ​ຢູ່ ແລະ​ພາວັນນາ​ອະທິຖານ​ຢູ່​ສະເໝີ ເພາະ​ເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອໃດ.


ແຕ່​ຈົ່ງ​ລະວັງຕົວ​ໃຫ້​ດີ ພວກເຂົາ​ຈະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ແລະ​ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ, ພວກເຂົາ​ຈະ​ໃຫ້​ພວກເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ຜູ້​ປົກຄອງ ແລະ​ກະສັດ​ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ໄດ້​ເປັນ​ພະຍານ​ແກ່​ພວກເຂົາ.


ພຣະອົງ​ໄດ້​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຄອຍ​ເຝົ້າ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ​ໄປ ເພາະ​ມີ​ຫລາຍ​ຄົນ​ຈະ​ອ້າງ​ນາມຊື່​ຂອງເຮົາ ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ນີ້​ແຫຼະ ເປັນ​ຜູ້​ນັ້ນ ແລະ​ເວລາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ,’ ພວກເຈົ້າ​ຢ່າ​ຕາມ​ເຂົາ​ໄປ.


ເພາະວ່າ ຖ້າ​ພຣະເຈົ້າ​ບໍ່ໄດ້​ຍົກເວັ້ນ​ຄົນ​ຢິວ ຜູ້​ທີ່​ເປັນ​ດັ່ງ​ກິ່ງກ້ານ​ເດີມ​ນັ້ນ, ບາງທີ​ພຣະອົງ​ກໍ​ຈະ​ບໍ່​ຍົກເວັ້ນ​ເຈົ້າ​ເໝືອນກັນ.


ດັ່ງນັ້ນ ຄົນ​ທີ່​ຄິດ​ວ່າ ຕົນ​ຕັ້ງໝັ້ນຄົງ​ດີ​ແລ້ວ ຈົ່ງ​ລະວັງຕົວ​ໃຫ້​ດີ ຢ້ານ​ວ່າ​ຈະ​ລົ້ມລົງ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ນຳ​ພວກເຈົ້າ​ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ສະຕິປັນຍາ ອັນ​ຫລອກລວງ​ແລະ​ໄຮ້​ສາລະ ຊຶ່ງ​ມາ​ຈາກ​ຄຳສັ່ງສອນ​ຂອງ​ມະນຸດ ແລະ​ມາ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ ແລະ​ບໍ່ແມ່ນ​ມາ​ຈາກ​ພຣະຄຣິດ.


ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,


ການ​ຕົກ​ຢູ່​ໃນ​ເງື້ອມມື​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນັ້ນ ເປັນ​ສິ່ງ​ທີ່​ໜ້າຢ້ານກົວ​ຢ່າງ​ໃຫຍ່ຫລວງ.


ແຕ່​ຄົນ​ຊອບທຳ​ຂອງເຮົາ ຈະ​ມີ​ຊີວິດ​ຢູ່​ດ້ວຍ​ຄວາມເຊື່ອ ຖ້າ​ຄົນ​ໃດ​ຫາກ​ຫລົບ​ຖອຍຫລັງ ເຮົາ​ຈະ​ບໍ່​ພໍໃຈ​ໃນ​ຄົນ​ນັ້ນ.”


ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ຫັນ​ໜີ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ, ຢ້ານ​ວ່າ​ຈະ​ມີ​ຮາກ​ອັນ​ຂົມຂື່ນ​ງອກ​ຂຶ້ນ​ມາ ແລະ​ສ້າງ​ຄວາມ​ເດືອດຮ້ອນ​ຫຍຸ້ງຍາກ ຈຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວໝອງ​ໄປ.


ແຕ່​ເຈົ້າ​ທັງຫລາຍ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່ ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ, ມາ​ເຖິງ​ຝູງ​ເທວະດາ​ນັບ​ເປັນ​ຈຳນວນ​ໝື່ນໆ ທີ່​ຊຸມນຸມ​ກັນ​ເປັນ​ງານ​ມ່ວນຊື່ນ,


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.


ເພາະສະນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ ກັບ​ຄົນ​ສະໄໝ​ນັ້ນ ແລະ​ເວົ້າ​ວ່າ, ‘ໃຈ​ຂອງ​ພວກເຂົາ​ມັກ​ຫລົງຜິດ​ຢູ່​ສະເໝີ ແລະ​ພວກເຂົາ​ບໍ່​ຮູ້ຈັກ​ຫົນທາງ​ຂອງເຮົາ.’


ດັ່ງນັ້ນ ພວກເຮົາ​ຈຶ່ງ​ເຫັນ​ວ່າ​ພວກເຂົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ບໍ່ໄດ້ ຍ້ອນ​ຄວາມ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.


ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka