Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 3:10 - ພຣະຄຳພີສັກສິ

10 ເພາະສະນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ ກັບ​ຄົນ​ສະໄໝ​ນັ້ນ ແລະ​ເວົ້າ​ວ່າ, ‘ໃຈ​ຂອງ​ພວກເຂົາ​ມັກ​ຫລົງຜິດ​ຢູ່​ສະເໝີ ແລະ​ພວກເຂົາ​ບໍ່​ຮູ້ຈັກ​ຫົນທາງ​ຂອງເຮົາ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ດ້ວຍເຫດນີ້ ເຮົາ​ຈຶ່ງ​ໂກດຮ້າຍ​ຄົນ​ໃນ​ສະໄໝ​ນັ້ນ, ແລະ ເຮົາ​ໄດ້​ກ່າວ​ວ່າ, ‘ໃຈ​ຂອງ​ພວກເຂົາ​ຫລົງຜິດ​ຢູ່​ສະເໝີ ແລະ ພວກເຂົາ​ບໍ່​ຮູ້​ຈັກ​ວິທີ​ທາງ​ຂອງ​ເຮົາ’

Uka jalj uñjjattʼäta Copia luraña




ເຮັບເຣີ 3:10
20 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຈຶ່ງ​ເສຍ​ໃຈ​ຫລາຍ​ທີ່​ໄດ້​ສ້າງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ຢູ່​ເທິງ​ແຜ່ນດິນ​ໂລກ ພຣະອົງ​ກິນແໜງ​ໃຈ​ຫລາຍ


ພຣະອົງ​ບໍ່ໄດ້​ເຮັດ​ເຊັ່ນນີ້​ສຳລັບ​ຊົນຊາດ​ອື່ນໃດ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮູ້ຈັກ​ກົດບັນຍັດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ເພື່ອ​ທົ່ວ​ທັງ​ໂລກນີ້​ຈະ​ຮູ້ຈັກ​ພຣະປະສົງ ມະນຸດ​ຊາດ​ຈະ​ຮູ້​ວ່າ​ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ພວກເຂົາ​ກະບົດ​ເລື້ອຍ​ມາ ເຮັດ​ໃຫ້​ພຣະອົງ​ເສຍໃຈ​ຫລາຍເທື່ອ​ຫລາຍທີ.


ພວກເຂົາ​ຈະ​ບໍ່​ເປັນ​ດັ່ງ​ພວກ​ປູ່ຍ່າຕາຍາຍ ຄື​ພວກ​ຄົນ​ກະບົດ​ແລະ​ຄົນ​ບໍ່​ເຊື່ອຟັງ​ນັ້ນ ເປັນ​ພວກ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢ່າງ​ໝັ້ນຄົງ ແລະ​ເປັນ​ພວກ​ທີ່​ບໍ່​ຊື່​ຕົງ​ຕໍ່​ພຣະອົງ​ທັງນັ້ນ.


ຕະຫລອດ​ສີ່ສິບ​ປີ​ເຮົາ​ເບື່ອໜ່າຍ​ປະຊາຊົນ​ເຫຼົ່ານີ້ ເຮົາ​ຈຶ່ງ​ກ່າວ​ວ່າ, ‘ພວກເຂົາ​ບໍ່​ສັດຊື່​ແລະ​ຝ່າຝືນ​ຂໍ້ຄຳສັ່ງ​ຢູ່ເລື້ອຍ.’


ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ມືນເມົາ​ເໝືອນກັນ ຈົນ​ຍ່າງ​ໂຊເຊ ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ດື່ມ​ເຫຼົ້າ​ຫລາຍ ຈົນ​ມືນເມົາ​ເຕະ​ສະດຸດ. ພວກ​ຜູ້ທຳນວາຍ​ເມົາຫຼາຍ ຈົນ​ບໍ່​ເຂົ້າໃຈ​ນິມິດ​ຕ່າງໆ​ທີ່​ພຣະເຈົ້າ​ສົ່ງ​ມາ; ແລະ​ພວກ​ປະໂຣຫິດ​ກໍ​ເມົາໂພດ ຈົນ​ຕັດສິນ​ຄະດີ​ທີ່​ຄົນ​ນຳ​ມາ​ຫາ​ພວກເຂົາ​ບໍ່ໄດ້.


ແຕ່​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະອົງ ແລະ​ເຮັດ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ເສົ້າໝອງ. ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຂົາ ແລະ​ຕໍ່ສູ້​ພວກເຂົາ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ນີ້​ຊ່າງໂງ່ຈ້າ​ຫລາຍ ພວກເຂົາ​ຕ່າງ​ກໍ​ພາກັນ​ບໍ່​ຮູ້ຈັກ​ເຮົາ​ເລີຍ. ພວກເຂົາ​ເປັນ​ດັ່ງ​ເດັກນ້ອຍ​ທີ່​ໂງ່ຈ້າ​ເຕັມທີ ພວກເຂົາ​ບໍ່ມີ​ຄວາມ​ເຂົ້າໃຈ​ສິ່ງໃດໆ. ພວກເຂົາ​ເປັນ​ຜູ້​ຊຳນິ​ຊຳນານ​ເລື່ອງ​ການ​ເຮັດ​ຊົ່ວ ແຕ່​ເລື່ອງ​ການ​ເຮັດ​ດີ ພວກເຂົາ​ພັດ​ບໍ່​ຮູ້ຈັກ​ຊໍ້າ.”


ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.


ເມື່ອ​ສາວົກ​ອີກ​ສິບ​ຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນັ້ນ​ແລ້ວ ພວກເພິ່ນ​ກໍ​ໂກດຮ້າຍ​ສອງ​ອ້າຍ​ນ້ອງ​ນີ້.


ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.


ແຕ່​ເຈົ້າ​ທັງຫລາຍ​ບໍ່ໄດ້​ເຊື່ອ​ເຮົາ ເພາະ​ຝ່າຍ​ເຮົາ​ກ່າວ​ຄວາມຈິງ.


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ແຕ່​ຖ້າ​ວ່າ​ຄວາມ​ຕົວະ​ຂອງເຮົາ ເປັນ​ເຫດ​ໃຫ້​ເຫັນ​ຄວາມ​ທ່ຽງທຳ​ຂອງ​ພຣະເຈົ້າ​ໄດ້​ປາກົດ​ແຈ້ງ​ຄັກ ແລະ​ເປັນ​ທີ່​ໃຫ້​ເກີດ​ກຽດຕິຍົດ​ແກ່​ພຣະອົງ ເປັນຫຍັງ​ເຮົາ​ຈຶ່ງ​ຖືກ​ຊົງ​ລົງໂທດ​ເໝືອນ​ຄົນ​ຜິດບາບ​ຜູ້ໜຶ່ງ?


ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.


ພີ່ນ້ອງ​ຄົນ​ທີ່​ເຊື່ອ​ຂອງເຮົາ​ເອີຍ, ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ມີ​ຈິດໃຈ​ຊົ່ວຊ້າ​ແລະ​ບໍ່​ເຊື່ອຟັງ ຊຶ່ງ​ຈະ​ເຮັດ​ໃຫ້​ຕົນ​ຫັນ​ໜີ​ຈາກ​ພຣະເຈົ້າ ອົງ​ຊົງພຣະຊົນ​ຢູ່.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊົາ​ເຊື່ອຖື​ບັນດາ​ພະ​ຕ່າງຊາດ ແລະ​ກັບ​ມາ​ນະມັດສະການ​ພຣະເຈົ້າຢາເວ​ອີກ. ແລ້ວ​ພຣະອົງ​ກໍ​ທຸກຮ້ອນໃຈ ທີ່​ເຫັນ​ຄວາມ​ລຳບາກ​ຂອງ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka