Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 3:1 - ພຣະຄຳພີສັກສິ

1 ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ເຮັບເຣີ 3:1
63 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ສັນຍາ​ໄວ້​ຢ່າງ​ເດັດດ່ຽວ ພຣະອົງ​ຈະ​ບໍ່​ຄືນ​ຄຳ​ເປັນ​ຈັກເທື່ອ ຄື​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ​ສືບໆໄປ ຕາມ​ແບບ​ດຽວ​ກັນ​ກັບ​ເມຄີເຊເດັກ.”


ງົວ​ຍັງ​ຮູ້ຈັກ​ເຈົ້າຂອງ ແລະ​ລໍ​ກໍ​ຍັງ​ຮູ້ຈັກ​ບ່ອນ​ທີ່​ນາຍ​ເອົາ​ໄປ​ລ້ຽງ, ແຕ່​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ​ບໍ່​ຮູ້ຈັກ​ສໍ່ານັ້ນ​ເລີຍ. ພວກເຂົາ​ບໍ່​ເຂົ້າໃຈ​ຫຍັງ​ຈັກດີ້.”


ປະຊາຊົນ​ຈະ​ໄດ້​ເຫັນ​ສິ່ງນີ້ ແລະ​ຈະ​ໄດ້​ຮູ້ຈັກ ວ່າ​ມື​ຂອງ​ພຣະເຈົ້າຢາເວ​ໄດ້​ກະທຳການ​ນີ້. ພວກເຂົາ​ຈະ​ເລີ່ມ​ເຂົ້າໃຈ​ເຖິງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ອິດສະຣາເອນ ທີ່​ໄດ້​ເຮັດ​ໃຫ້​ສິ່ງ​ທັງໝົດ​ເກີດຂຶ້ນ.”


ໃນ​ງານກິນລ້ຽງ ພວກເຈົ້າ​ມີ​ພິນ​ແລະ​ມີ​ກອງ ແລະ​ມີ​ຂຸ່ຍ​ພ້ອມ​ທັງ​ເຫຼົ້າ​ອະງຸ່ນ. ແຕ່​ພວກເຈົ້າ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ


“ມະນຸດ​ເອີຍ ບັດນີ້ ຈົ່ງ​ຈັດແຈ່ງ​ຫໍ່​ເອົາ​ເຂົ້າຂອງ​ເໝືອນ​ອົບພະຍົບ​ຄົນ​ໜຶ່ງ ແລະ​ເລີ່ມ​ອອກ​ເດີນທາງ​ກ່ອນ​ຕາເວັນ​ຕົກ​ດິນ. ຈົ່ງ​ໃຫ້​ທຸກຄົນ​ເຫັນ​ເຈົ້າ​ໜີໄປ​ບ່ອນ​ອື່ນ. ບາງທີ​ຄົນ​ກະບົດ​ເຫຼົ່ານັ້ນ​ຈະ​ສັງເກດ​ເຫັນ​ເຈົ້າ​ກໍໄດ້.


ລາວ​ສຳນຶກ​ໄດ້​ເຖິງ​ສິ່ງ​ທີ່​ຕົນ​ກຳລັງ​ເຮັດ ແລະ​ລາວ​ກໍ​ເຊົາ​ເຮັດ​ບາບ; ສະນັ້ນ ລາວ​ຈຶ່ງ​ຈະ​ບໍ່​ຕາຍ​ແຕ່​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ບໍ່​ເຫັນ​ຫລື​ວ່າ ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ​ກັບ​ພວກເຈົ້າ?


ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ ແມ່ນຫຍັງ​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ? ກ່ອນ​ທີ່​ພວກເຈົ້າ​ໄດ້​ລົງມື​ສ້າງ​ພຣະວິຫານ​ຂຶ້ນ​ໃໝ່


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ສັນຕິສຸກ ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງ​ໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງ​ນັ້ນ.”


ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ນີ້ ແລະ​ລູບ​ເບິ່ງ​ຝາມື​ຂອງເຮົາ ແລະ​ເອົາ​ມື​ຂອງ​ເຈົ້າ​ແປະ​ຂ້າງ​ຂອງເຮົາ​ດ້ວຍ ຢ່າ​ຂາດ​ຄວາມເຊື່ອ ແຕ່​ຈົ່ງ​ເຊື່ອ.”


ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,


ແຕ່​ຖ້າ​ພຣະເຈົ້າ​ຊົງ​ຫັກ​ກິ່ງກ້ານ​ບາງ​ສ່ວນ​ຂອງ​ຕົ້ນ​ໝາກກອກເທດ​ບ້ານ​ອອກ​ເສຍ ແລ້ວ​ໄດ້​ຊົງ​ໂຜດ​ນຳ​ເຈົ້າ ຜູ້​ເປັນ​ກິ່ງ​ຕົ້ນ​ໝາກກອກເທດ​ປ່າ ມາ​ແທນ​ກິ່ງ​ເຫຼົ່ານັ້ນ ແລະ​ໃຫ້​ເຂົ້າ​ຮ່ວມ​ຮັບ​ນໍ້າ​ຫລໍ່ລ້ຽງ​ອັນ​ບໍຣິບູນ​ຈາກ​ຮາກ​ຕົ້ນກອກເທດ​ນັ້ນ.


ພວກ​ສິດ​ເຫຼົ່ານັ້ນ ກໍ​ພໍໃຈ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ​ທີ່​ຈິງ​ພວກເຂົາ​ກໍ​ເປັນ​ໜີ້​ພວກ​ໄພ່ພົນ​ເຫຼົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ພວກເຂົາ​ໄດ້​ຮັບ​ຄົນຕ່າງຊາດ​ເຂົ້າ​ສ່ວນ​ໃນ​ການ​ຝ່າຍ​ວິນຍານຈິດ ກໍ​ເປັນ​ການ​ສົມຄວນ​ທີ່​ພວກ​ຕ່າງຊາດ​ນັ້ນ ຈະ​ໄດ້​ຊ່ວຍ​ອຸປະຖຳ​ສິດ​ເຫຼົ່ານັ້ນ ດ້ວຍ​ສິ່ງ​ຂອງ​ຝ່າຍ​ເນື້ອກາຍ.


ດ້ວຍວ່າ, ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ ພຣະຄຣິດ​ໄດ້​ເກີດ​ເປັນ​ຜູ້ຮັບໃຊ້​ຊາວ​ຢິວ ເພື່ອ​ເຮັດ​ໃຫ້​ພຣະສັນຍາ​ທີ່​ມີ​ໄວ້​ກັບ​ບັນພະບຸລຸດ​ນັ້ນ​ກາຍເປັນ​ຈິງ ເພື່ອ​ສະແດງ​ຄວາມ​ສັດຊື່​ຂອງ​ພຣະເຈົ້າ


ລວມ​ທັງ​ພວກເຮົາ​ທີ່​ເປັນ​ໄພ່ພົນ ທີ່​ພຣະອົງ​ຊົງ​ເອີ້ນ​ເອົາ​ນັ້ນ ບໍ່ແມ່ນ​ຈາກ​ຄົນ​ຢິວ​ເທົ່ານັ້ນ ແຕ່​ຈາກ​ຄົນຕ່າງຊາດ​ດ້ວຍ.


ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ຢູ່​ເມືອງ​ໂກຣິນໂທ ຜູ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ທຸກຄົນ ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ດ້ວຍ​ກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ ກັບ​ຄົນ​ທັງຫລາຍ​ໃນ​ທຸກ​ແຫ່ງຫົນ ທີ່​ຮ້ອງ​ອອກ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຄື​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຂົາ ແລະ​ຂອງ​ພວກເຮົາ​ດ້ວຍ.


ເຖິງ​ແມ່ນ​ວ່າ ພວກເຮົາ​ມີ​ຫລາຍ​ຄົນ ເນື່ອງ​ຈາກ​ມີ​ເຂົ້າຈີ່​ກ້ອນ​ດຽວ ພວກເຮົາ​ກໍ​ເປັນ​ຮ່າງກາຍ​ດຽວ ເພາະວ່າ​ພວກເຮົາ​ທຸກຄົນ​ກິນ​ເຂົ້າຈີ່​ກ້ອນ​ດຽວກັນ.


ເຮົາ​ເຮັດ​ສິ່ງ​ທັງໝົດ​ທີ່​ໄດ້​ກ່າວ​ມາ​ນັ້ນ ເພາະ​ເຫັນ​ແກ່​ຂ່າວປະເສີດ ເພື່ອ​ເຮົາ​ຈະ​ໄດ້​ຮັບສ່ວນ​ໃນ​ຂ່າວປະເສີດ​ນັ້ນ.


ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ຄວາມຫວັງ​ແນ່ນອນ​ໃນ​ພວກເຈົ້າ ເພາະ​ພວກເຮົາ​ຮູ້​ວ່າ ເມື່ອ​ພວກເຈົ້າ​ມີ​ສ່ວນ​ທົນທຸກ​ກັບ​ພວກເຮົາ​ຢ່າງ​ໃດ ພວກເຈົ້າ​ກໍ​ມີ​ສ່ວນ​ໃນ​ຄວາມ​ເລົ້າໂລມ​ໃຈ​ທີ່​ພວກເຮົາ​ຮັບ​ຢ່າງ​ນັ້ນ.


ແລະ​ເນື່ອງ​ຈາກ​ຜົນ​ແຫ່ງ​ການ​ບົວລະບັດ​ນັ້ນ ພວກເຂົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ ໂດຍ​ເຫດ​ທີ່​ເຈົ້າ​ທັງຫລາຍ​ຍອມ​ຟັງ ແລະ​ຕັ້ງໃຈ​ຢູ່​ໃນ​ອຳນາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ແລະ​ເພາະ​ເຫດ​ພວກເຈົ້າ​ໄດ້​ແຈກຈ່າຍ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທັງປວງ​ດ້ວຍ​ໃຈ​ກວ້າງຂວາງ.


ວ່າ ຄົນຕ່າງຊາດ​ນັ້ນ​ໄດ້​ເປັນ​ຜູ້​ຮັບ​ມໍຣະດົກ​ຮ່ວມ​ກັນ ເປັນ​ອະໄວຍະວະ​ຂອງ​ກາຍ​ອັນ​ດຽວກັນ ທັງ​ມີ​ສ່ວນ​ໄດ້​ຮັບ​ພຣະສັນຍາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໂດຍ​ທາງ​ຂ່າວປະເສີດ.


ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ


ມີ​ຮ່າງກາຍ​ດຽວ ແລະ​ມີ​ພຣະວິນຍານ​ອົງ​ດຽວ ມີ​ຄວາມຫວັງ​ໃຈ​ອັນ​ດຽວ ໃນ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ແລ້ວ​ນັ້ນ.


ເຮົາ​ກຳລັງ​ບາກບັ່ນ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ຄື​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໃຫ້​ໄປ​ຮັບ​ຢູ່​ເບື້ອງ​ເທິງ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ເຈົ້າ​ທັງຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ ໄດ້​ຮັບ​ມໍຣະດົກ​ດ້ວຍ​ກັນ​ກັບ​ພວກ​ໄພ່ພົນ​ໃນ​ຄວາມ​ສະຫວ່າງ.


ແຕ່​ບັດນີ້ ໂດຍ​ຄວາມ​ຕາຍ​ທາງ​ດ້ານ​ຮ່າງກາຍ ຄື​ເນື້ອໜັງ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ມິດ​ກັບ​ພຣະອົງ ເພື່ອ​ໃຫ້​ເປັນ​ຜູ້​ບໍຣິສຸດ ແລະ​ບໍ່ມີ​ທີ່​ຕິຕຽນ​ຢູ່​ຊ້ອງໜ້າ​ພຣະອົງ.


ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.


ຄື​ເຕືອນ​ສະຕິ​ໜູນໃຈ​ພວກເຈົ້າ ແລະ​ສັ່ງ​ເນັ້ນ​ພວກເຈົ້າ ເພື່ອ​ໃຫ້​ດຳເນີນ​ຊີວິດ​ຕາມ​ຢ່າງ​ສົມຄວນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາຊອານາຈັກ ແລະ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ເຮົາ​ຮ້ອງຂໍ​ນຳ​ພວກເຈົ້າ​ຕື່ມ​ອີກ ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຈົ່ງ​ອ່ານ​ຈົດໝາຍ​ສະບັບ​ນີ້ ສູ່​ພີ່ນ້ອງ​ຄົນ​ທີ່​ເຊື່ອ​ທັງໝົດ​ຟັງ.


ເພາະສະນັ້ນ ພວກເຮົາ​ຈຶ່ງ​ພາວັນນາ​ອະທິຖານ ສຳລັບ​ພວກເຈົ້າ​ຢູ່​ສະເໝີ ພວກເຮົາ​ຂໍ​ພຣະເຈົ້າ​ຂອງ​ພວກເຮົາ ໂຜດ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຈົ້າ​ມີ​ຄຸນຄ່າ ສົມກັບ​ທີ່​ພຣະອົງ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ດຳເນີນ​ຊີວິດ​ນັ້ນ ໂດຍ​ຣິດອຳນາດ​ຂອງ​ພຣະອົງ ຂໍ​ພຣະອົງ​ໂຜດ​ໃຫ້​ຄວາມ​ປາຖະໜາ​ໃນ​ການ​ເຮັດ​ດີ​ທຸກຢ່າງ ແລະ​ໃນ​ການ​ດຳເນີນ​ພາລະກິດ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ຈົ່ງ​ບັນລຸ​ຜົນ​ສຳເລັດ​ເທີ້ນ.


ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ໃໝ່​ນີ້ ກໍ​ໂດຍ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ ໃຫ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ອົດທົນ​ຕໍ່ສູ້​ຈົນ​ສຸດ​ກຳລັງ​ແຫ່ງ​ຄວາມເຊື່ອ ແລະ​ຢຶດເອົາ​ຊີວິດ​ນິຣັນດອນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ນີ້ ເມື່ອ​ເຈົ້າ​ໄດ້​ປະກາດ​ຕົນ​ຮັບ​ເຊື່ອ​ຢ່າງ​ໜັກແໜ້ນ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.


ສ່ວນ​ບັນດາ​ທາດຮັບໃຊ້ ທີ່​ມີ​ນາຍ​ເປັນ​ຄຣິສຕຽນ ກໍ​ຢ່າ​ລົດ​ຄວາມນັບຖື ຍ້ອນ​ວ່າ​ນາຍ​ນັ້ນ​ເປັນ​ພີ່ນ້ອງ​ຄຣິສຕຽນ​ດ້ວຍ​ກັນ ແຕ່​ໃຫ້​ພວກເຂົາ​ຮັບໃຊ້​ນາຍ​ນັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ ເພາະ​ເຫດ​ວ່າ ນາຍ​ຜູ້​ຮັບ​ປະໂຫຍດ​ຈາກ​ວຽກງານ​ຂອງ​ພວກເຂົາ​ນັ້ນ ກໍ​ເປັນ​ຄົນ​ທີ່​ເຊື່ອ​ແລະ​ເປັນ​ທີ່ຮັກ​ຂອງ​ພວກເຂົາ. ເຈົ້າ​ຕ້ອງ​ສັ່ງສອນ ແລະ​ເທດສະໜາ​ຂໍ້​ຄວາມ​ເຫຼົ່ານີ້.


ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ


ຈົ່ງ​ຄິດ​ຕຶກຕອງ​ຂໍ້ຄວາມ​ທີ່​ເຮົາ​ເວົ້າ​ນັ້ນ​ໃຫ້​ຖີ່ຖ້ວນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ປະທານ​ໃຫ້​ເຈົ້າ​ເຂົ້າໃຈ​ໃນ​ທຸກສິ່ງ.


ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ ທີ່​ຈະ​ເຂົ້າ​ໄປ​ໃນ​ສະຖານ​ອັນ​ສັກສິດ​ທີ່ສຸດ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ


ເມື່ອ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ ຜູ້​ທີ່​ຮັບຜິດຊອບ​ວິຫານ​ຂອງ​ພຣະເຈົ້າ​ແລ້ວ.


ຈົ່ງ​ຢຶດໝັ້ນ​ຢູ່​ກັບ​ຄວາມຫວັງ​ທີ່​ພວກເຮົາ​ປະກາດ​ຕົວ​ວ່າ ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ຢ່າ​ໃຫ້​ຫວັ່ນໄຫວ, ເພາະວ່າ ພຣະອົງ​ຜູ້​ຊົງ​ປະທານ​ພຣະສັນຍາ​ນັ້ນ​ກໍ​ຊົງ​ສັດຊື່.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ອົດທົນ​ຟັງ​ຖ້ອຍຄຳ​ທີ່​ໜູນ​ນໍ້າໃຈ​ນີ້. ດ້ວຍວ່າ, ຈົດໝາຍ​ທີ່​ເຮົາ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ນັ້ນ​ກໍ​ບໍ່​ຍາວ.


ເພາະວ່າ​ພຣະອົງ​ຜູ້​ຊົງ​ຊຳລະ​ມະນຸດ​ໃຫ້​ບໍຣິສຸດ​ຈາກ​ບາບກຳ​ຂອງ​ພວກເຂົາ ແລະ​ພວກ​ທີ່​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ນັ້ນ ກໍ​ມີ​ມາ​ຈາກ​ພຣະບິດາເຈົ້າ​ອົງ​ດຽວກັນ. ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ຄົນ​ເຫຼົ່ານັ້ນ​ວ່າ ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພຣະອົງ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ຕ້ອງ​ໄດ້​ກາຍເປັນ​ເໝືອນ​ດັ່ງ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໃນ​ທຸກຢ່າງ, ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ເປັນ​ມະຫາ​ປະໂຣຫິດ ຜູ້​ປະກອບ​ດ້ວຍ​ຄວາມ​ສັດຊື່​ແລະ​ມີ​ໃຈ​ເມດຕາ ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າ ເພື່ອ​ນຳ​ເຄື່ອງ​ບູຊາ​ໄປ​ຖວາຍ​ແທນ​ບາບກຳ​ຂອງ​ປະຊາຊົນ.


ພີ່ນ້ອງ​ຄົນ​ທີ່​ເຊື່ອ​ຂອງເຮົາ​ເອີຍ, ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ມີ​ຈິດໃຈ​ຊົ່ວຊ້າ​ແລະ​ບໍ່​ເຊື່ອຟັງ ຊຶ່ງ​ຈະ​ເຮັດ​ໃຫ້​ຕົນ​ຫັນ​ໜີ​ຈາກ​ພຣະເຈົ້າ ອົງ​ຊົງພຣະຊົນ​ຢູ່.


ດ້ວຍວ່າ, ພວກເຮົາ​ທຸກຄົນ​ເປັນ​ຜູ້​ຮ່ວມງານ​ກັບ​ພຣະຄຣິດ ຖ້າ​ພວກເຮົາ​ຢຶດຖື​ຄວາມ​ໄວ້ວາງໃຈ ທີ່​ພວກເຮົາ​ໄດ້​ມີ​ໃນ​ຕອນ​ຕົ້ນ​ນັ້ນ ໄວ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ທີ່​ພຣະເຢຊູເຈົ້າ​ຜູ້​ຊົງ​ນຳ​ໜ້າ ໄດ້​ສະເດັດ​ເຂົ້າ​ໄປ​ກ່ອນ​ແທນ​ພວກເຮົາ​ແລ້ວ ເພາະ​ພຣະອົງ​ໄດ້​ຊົງ​ກາຍເປັນ​ພຣະ​ມະຫາ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້​ແຫຼະ ທີ່​ເໝາະສົມ​ສຳລັບ​ພວກເຮົາ ຄື​ເປັນ​ຜູ້​ບໍຣິສຸດ​ປາສະຈາກ​ຜິດ ຫລື​ສິ່ງ​ຊົ່ວ​ມົວໝອງ ແຍກ​ຈາກ​ຄົນ​ບາບ​ທັງປວງ ຊົງ​ປະທັບ​ຢູ່​ເໜືອ​ຟ້າ​ສະຫວັນ.


ຕາມ​ກົດບັນຍັດ​ນັ້ນ ໄດ້​ແຕ່ງຕັ້ງ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ໃຫ້​ເປັນ​ມະຫາ​ປະໂຣຫິດ ແຕ່​ພຣະສັນຍາ​ຂອງ​ພຣະເຈົ້າ​ທີ່​ປະກອບ​ດ້ວຍ​ຄຳ​ສາບານ ຊຶ່ງ​ໄດ້​ມາ​ພາຍຫລັງ​ກົດບັນຍັດ ກໍໄດ້​ແຕ່ງຕັ້ງ​ພຣະບຸດ​ຂຶ້ນ ຜູ້​ຊຶ່ງ​ເຖິງ​ຄວາມ​ສຳເລັດ​ຊົ່ວ​ນິຣັນດອນ.


ເມື່ອ​ພຣະຄຣິດ​ໄດ້​ສະເດັດ​ມາ​ເປັນ​ພຣະ​ມະຫາ​ປະໂຣຫິດ​ສຳລັບ​ສິ່ງ​ປະເສີດ ຊຶ່ງ​ມາ​ເຖິງ​ແລ້ວ. ພຣະອົງ​ກໍໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ແລະ​ປະເສີດ​ກວ່າ​ແຕ່​ກ່ອນ (ທີ່​ບໍ່ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ ຄື​ບໍ່ແມ່ນ​ສິ່ງຂອງ​ທີ່​ສ້າງ​ຂຶ້ນ​ໃນ​ໂລກນີ້).


ເພາະ​ເຫດ​ນີ້, ພຣະອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ເພື່ອ​ໃຫ້​ຄົນ​ທັງຫລາຍ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍຣະດົກ​ຕະຫລອດໄປ ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມ​ຕາຍ​ນັ້ນ​ໄຖ່​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ ທີ່​ເກີດ​ໃຕ້​ພັນທະສັນຍາ​ເດີມ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ເຫດ​ວ່າ​ບັນດາ​ແມ່ຍິງ ຜູ້​ທີ່​ມີ​ສິນທຳ​ໃນ​ເຊັ່ນ​ບູຮານ ຜູ້​ຊຶ່ງ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ ໄດ້​ຕົບແຕ່ງ​ກາຍ​ຢ່າງ​ນັ້ນ ໂດຍ​ໄດ້​ຍອມ​ຟັງ​ຜົວ​ຂອງຕົນ.


ເຫດສະນັ້ນ ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ເຖົ້າແກ່​ຄົນ​ໜຶ່ງ ຜູ້​ເປັນ​ພະຍານ​ເຖິງ​ຄວາມ​ທົນທຸກ​ຂອງ​ພຣະຄຣິດ ແລະ​ມີ​ສ່ວນ​ໃນ​ສະຫງ່າຣາສີ ທີ່​ຈະ​ມາ​ປາກົດ​ພາຍ​ຫຼັງ ຈຶ່ງ​ຂໍ​ເຕືອນ​ພວກ​ເຖົ້າແກ່​ໃນ​ທ່າມກາງ​ພວກເຈົ້າ​ວ່າ,


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ.


ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka