Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 2:8 - ພຣະຄຳພີສັກສິ

8 ໄດ້​ຊົງ​ປາບ​ສິ່ງ​ທັງປວງ ໃຫ້​ຢູ່​ພາຍໃຕ້​ຕີນ​ຂອງ​ເພິ່ນ.” ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ມອບ​ສິ່ງ​ທັງປວງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຊົງ​ປະ​ໄວ້ ນອກ​ເໜືອ​ຈາກ​ອຳນາດ​ຂອງ​ເພິ່ນ ແຕ່​ບັດນີ້ ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ສິ່ງ​ທັງປວງ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແລະ ວາງ​ທຸກສິ່ງ​ຢູ່​ໃຕ້​ຕີນ​ຂອງ​ພວກເຂົາ”. ໃນ​ການ​ທີ່​ພຣະອົງ​ເຮັດ​ໃຫ້​ທຸກສິ່ງ​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ພຣະເຈົ້າ​ບໍ່​ໃຫ້​ມີ​ສິ່ງໃດ​ເລີຍ​ທີ່​ບໍ່​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ. ແຕ່​ໃນ​ຂະນະ​ນີ້​ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ທຸກສິ່ງ​ຢູ່​ພາຍໃຕ້​ອຳນາດ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ເຮັບເຣີ 2:8
19 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”


ພຣະອົງ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ປົກຄອງ ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ສ້າງ​ມາ​ນັ້ນ​ຄື:


ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ພຣະເຢຊູເຈົ້າ​ຮູ້​ວ່າ ພຣະບິດາເຈົ້າ​ໄດ້​ມອບ​ທຸກສິ່ງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ​ຮູ້​ວ່າ​ພຣະອົງ​ເອງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ຈະ​ກັບ​ເມືອ​ຫາ​ພຣະເຈົ້າ.


ພຣະບິດາ​ຮັກ​ພຣະບຸດ ແລະ​ມອບ​ທຸກສິ່ງ​ໄວ້​ໃນ​ກຳມື​ຂອງ​ພຣະບຸດ.


ເຫດວ່າ, “ພຣະເຈົ້າ​ຊົງ​ປາບ​ສິ່ງສາລະພັດ​ລົງ​ໃຕ້​ພຣະບາດ​ຂອງ​ພຣະອົງ​ແລ້ວ.” ເປັນ​ທີ່​ຈະແຈ້ງ​ຢ່າງ​ຄັກແນ່​ແລ້ວ ຄຳ​ວ່າ, “ສິ່ງສາລະພັດ” ບໍ່​ລວມເອົາ​ພຣະເຈົ້າ​ເຂົ້າ​ນຳ ຄື​ອົງ​ທີ່​ຊົງ​ປາບ​ທຸກສິ່ງ​ໃຫ້​ຢູ່​ໃຕ້​ພຣະບາດ​ຂອງ​ພຣະຄຣິດ.


ນອກຈາກ​ນັ້ນ ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ​ພຣະອົງ​ຕົນ​ໃດ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງເຮົາ ຈົນກວ່າ​ເຮົາ​ປາບ​ເຫຼົ່າ​ສັດຕູ​ຂອງທ່ານ ໃຫ້​ຂາບລົງ​ຢູ່​ໃຕ້​ພື້ນ​ຕີນ​ຂອງທ່ານ.”


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.


ພຣະເຈົ້າ​ບໍ່ໄດ້​ຕັ້ງ​ຝູງ​ເທວະດາ ໃຫ້​ເປັນ​ຜູ້​ປົກຄອງ​ເໜືອ​ໂລກ​ໜ້າ​ທີ່​ຈະ​ມີ​ມາ ຄື​ໂລກ​ໃໝ່ ຊຶ່ງ​ເຮົາ​ກຳລັງ​ກ່າວ​ເຖິງ​ນັ້ນ.


ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.


ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka