Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 2:6 - ພຣະຄຳພີສັກສິ

6 ແຕ່​ໃນ​ບາງ​ບ່ອນ ມີ​ຄົນ​ກ່າວ​ເປັນ​ພະຍານ​ວ່າ, “ມະນຸດ​ສຳຄັນ​ຫຍັງ​ໜໍ ທີ່​ພຣະອົງ​ຈະ​ຕ້ອງ​ຄິດເຖິງ​ເຂົາ ຫລື​ວ່າ​ພຣະອົງ​ຕ້ອງ​ເປັນຫ່ວງ​ເປັນໃຍ​ ມະນຸດ​ທີ່​ຕາຍ​ເປັນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ມີ​ຜູ້​ກ່າວ​ຢືນຢັນ​ໄວ້​ບ່ອນ​ໜຶ່ງ​ວ່າ: “ມະນຸດ​ເປັນ​ຜູ້ໃດ​ນໍ​ທີ່​ພຣະອົງ​ຈະ​ຕ້ອງ​ຄິດເຖິງ​ພວກເຂົາ? ບຸດມະນຸດ​ເປັນ​ຜູ້ໃດ​ນໍ ພຣະອົງ​ຈຶ່ງ​ຫ່ວງໃຍ​ເພິ່ນ?

Uka jalj uñjjattʼäta Copia luraña




ເຮັບເຣີ 2:6
16 Jak'a apnaqawi uñst'ayäwi  

ໂຢເຊັບ​ກ່າວ​ແກ່​ພວກ​ອ້າຍ​ນ້ອງ​ວ່າ, “ຂ້ອຍ​ໃກ້​ຈະ​ສິ້ນໃຈ​ຕາຍ​ແລ້ວ, ແຕ່​ພຣະເຈົ້າ​ຈະ​ຮັກສາ​ພວກເຈົ້າ​ຢ່າງ​ແນ່ນອນ ແລະ​ພຣະອົງ​ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ນີ້ ຄືນ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.”


ມະນຸດ​ເປັນ​ຜູ້​ບໍຣິສຸດ ແລະ​ຜຸດຜ່ອງ​ແທ້ໆ​ບໍ? ຄົນ​ໃດ​ເປັນ​ຜູ້​ຊອບທຳ​ຕໍ່ສາຍຕາ​ພຣະເຈົ້າ​ໄດ້?


ແລ້ວ​ຄົນ​ທີ່​ເປັນ​ແຕ່​ດັກແດ້ ແລະ​ຕົວ​ໜອນ​ເດ? ພວກເຂົາ​ຈະ​ມີ​ຄຸນຄ່າ​ຫຍັງ​ຕໍ່ສາຍຕາ​ຂອງ​ພຣະເຈົ້າ?”


ຂ້າແດ່​ພຣະເຈົ້າຢາເວ ມະນຸດ​ແມ່ນ​ຜູ້ໃດ​ທີ່​ພຣະອົງ​ຕ້ອງ​ເອົາໃຈໃສ່​ ມະນຸດ​ທຳມະດາ​ເປັນຫຍັງ​ພຣະອົງ​ຈຶ່ງ​ເອົາໃຈໃສ່​ພວກເຂົາ?


ຕໍ່ໜ້າ​ພຣະອົງ​ຊົນຊາດ​ຕ່າງໆ​ໄຮ້​ຄ່າ​ທັງໝົດ ພວກເຂົາ​ບໍ່ມີ​ປະໂຫຍດ​ຫຍັງ​ຕໍ່​ພຣະອົງ​ຈັກດີ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ທີ່​ເຮັດ​ໃຫ້ ພວກເຈົ້າ​ໄດ້​ກຳລັງ​ເຂັ້ມແຂງ​ຂຶ້ນ​ໃໝ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ​ມະນຸດ​ທີ່​ຕາຍເປັນ ພວກ​ທີ່​ບໍ່​ຍືນຍົງ​ລື່ນ​ຕົ້ນຫຍ້າ?


“ຈົ່ງ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ ດ້ວຍວ່າ, ພຣະອົງ​ໄດ້​ຊົງ​ຢ້ຽມຢາມ ແລະ ໄດ້​ຊົງ​ໄຖ່​ເອົາ​ພົນລະເມືອງ​ ຂອງ​ພຣະອົງ


ດ້ວຍ​ໃຈ​ເມດຕາ​ກະລຸນາ ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງ​ເຊົ້າ​ຈາກ​ທີ່​ສູງ ໄດ້​ມາ​ຢ້ຽມຢາມ​ພວກເຮົາ,


ທຸກຄົນ​ຈຶ່ງ​ເກີດ​ສະດຸ້ງ​ຕົກໃຈ ແລະ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ວ່າ, “ຜູ້ທຳນວາຍ​ທີ່​ຍິ່ງໃຫຍ່​ຄົນ​ໜຶ່ງ ໄດ້​ປາກົດ​ຕົວ​ໃນ​ທ່າມກາງ​ພວກເຮົາ​ແລ້ວ ພຣະເຈົ້າ​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.”


ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.


ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ຕອນ​ໜຶ່ງ ຊຶ່ງ​ກ່າວ​ເຖິງ​ວັນ​ທີ​ເຈັດ​ວ່າ, “ພຣະເຈົ້າ​ໄດ້​ພັກຜ່ອນ​ຈາກ​ກິດຈະການ​ຂອງ​ພຣະອົງ​ທັງ​ສິ້ນ​ໃນ​ວັນ​ທີ​ເຈັດ.”


ພຣະອົງ​ຍັງ​ຊົງ​ກ່າວ​ໃນ​ຕອນ​ອື່ນ​ອີກ​ວ່າ, “ທ່ານ​ເປັນ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວກັນ​ກັບ​ເມຄີເຊເດັກ.”


ພວກເພິ່ນ​ໄດ້​ສຶບຄົ້ນ​ຫາ​ວ່າ ພຣະວິນຍານ​ຂອງ​ພຣະຄຣິດ ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເພິ່ນ ໄດ້​ຖືກ​ບົ່ງບອກ​ໄວ້ ເຖິງ​ຄາວ​ໃດ​ແລະ​ເວລາ​ໃດ ເມື່ອ​ພຣະອົງ​ຊົງ​ທຳນວາຍ​ໄວ້ ເຖິງ​ຄວາມ​ທຸກ​ທໍລະມານ​ຂອງ​ພຣະຄຣິດ ແລະ​ເຖິງ​ສະຫງ່າຣາສີ ທີ່​ຈະ​ມາ​ພາຍຫລັງ​ຄວາມ​ທົນທຸກ​ທໍລະມານ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka