Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 2:4 - ພຣະຄຳພີສັກສິ

4 ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເຮັບເຣີ 2:4
18 Jak'a apnaqawi uñst'ayäwi  

ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ແລ້ວ​ພວກ​ສາວົກ​ເຫຼົ່ານັ້ນ ກໍ​ອອກ​ໄປ​ປະກາດ​ຂ່າວປະເສີດ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຮ່ວມ​ງານ​ກັບ​ພວກເພິ່ນ ແລະ​ພຣະອົງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະກາດ​ຂ່າວປະເສີດ​ຂອງ​ພວກເພິ່ນ ເປັນ​ຄວາມຈິງ​ແທ້ ດ້ວຍ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເກີດຂຶ້ນ​ນັ້ນ.]


ກະສັດ​ເຮໂຣດ ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ເພາະ​ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທຸກ​ແຫ່ງຫົນ ບາງຄົນ​ໄດ້​ເວົ້າ​ວ່າ, “ໂຢຮັນ​ບັບຕິສະໂຕ​ຄືນ​ມີ​ຊີວິດ​ອີກ​ແລ້ວ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ.”


“ແຕ່​ເມື່ອ​ອົງ​ພຣະຜູ້​ຊ່ວຍ ຜູ້​ທີ່​ເຮົາ​ຈະ​ໃຊ້​ຈາກ​ພຣະບິດາເຈົ້າ ມາ​ຫາ​ເຈົ້າ​ທັງຫລາຍ ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ມາ​ຈາກ​ພຣະບິດາເຈົ້າ​ໄດ້​ສະເດັດ​ມາ​ແລ້ວ ພຣະອົງ​ນັ້ນ​ແຫຼະ ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.


ພຣະເຢຊູເຈົ້າ​ເວົ້າ​ຕໍ່​ເພິ່ນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ​ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ.”


ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ອີໂກນີອົມ​ນີ້​ດົນນານ​ສົມຄວນ, ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ໄວ້ວາງໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ທ່ານ​ທັງສອງ​ມີ​ຣິດອຳນາດ​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ.


ກໍ​ຂໍ​ໃຫ້​ພວກທ່ານ​ທຸກຄົນ ຄື​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຮູ້​ວ່າ: ທີ່​ຊາຍ​ຄົນ​ນີ້​ຖືກ​ຊົງ​ໂຜດ​ໃຫ້​ຫາຍ​ດີ​ເປັນ​ປົກກະຕິ​ນັ້ນ ກໍ​ໂດຍ​ຣິດເດດ​ແຫ່ງ​ນາມຊື່​ຂອງ​ພຣະເຢຊູ​ຄຣິດເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.


ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ພະຍານ​ເຖິງ​ເລື່ອງ​ເຫຼົ່ານີ້ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ໃຫ້​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ​ນັ້ນ ກໍ​ຊົງ​ເປັນ​ພະຍານ​ເໝືອນກັນ.”


ພຣະອົງ​ໄດ້​ຊົງ​ຄາດໝາຍ​ພວກເຮົາ​ໄວ້​ກ່ອນ ດ້ວຍ​ຄວາມຮັກ ໃຫ້​ເປັນ​ບຸດ​ຂອງ​ພຣະອົງ ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຕາມ​ທີ່​ຊອບພຣະໄທ​ພຣະອົງ.


ພຣະເຈົ້າ​ໄດ້​ຕັ້ງໃຈ​ໄວ້​ກ່ອນ​ແລ້ວ ໃນ​ການ​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ແຜນການ​ອັນ​ເລິກລັບ ໃນ​ນໍ້າພຣະໄທ​ຂອງ​ພຣະອົງ ເພື່ອ​ໃຫ້​ສຳເລັດ​ໂດຍ​ທາງ​ພຣະອົງ.


ແຕ່​ວ່າ​ພຣະຄຸນ​ນັ້ນ ຊົງ​ໂຜດ​ປະທານ​ແກ່​ເຮົາ​ທຸກໆ​ຄົນ ຕາມ​ຂອງ​ພຣະຣາຊທານ​ທີ່​ພຣະຄຣິດ​ໄດ້​ຊົງ​ກຳນົດ​ໄວ້.


ເພາະວ່າ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຮັບ​ຄວາມ​ສະຫວ່າງ​ມາ​ເທື່ອໜຶ່ງ​ແລ້ວ ແລະ​ຊີມ​ຣົດ​ຂອງ​ປະທານ​ຈາກ​ສະຫວັນ ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka