ເຮັບເຣີ 2:3 - ພຣະຄຳພີສັກສິ3 ດັ່ງນັ້ນ ຖ້າພວກເຮົາລະເລີຍຕໍ່ຄວາມພົ້ນອັນໃຫຍ່ຫລວງເຊັ່ນນີ້ ພວກເຮົາຈະຫລົບໜີຈາກການລົງໂທດໄດ້ຢ່າງໃດ? ອົງພຣະຜູ້ເປັນເຈົ້າໄດ້ປະກາດຄວາມພົ້ນນັ້ນໃນເວລາທຳອິດ ແລະພວກທີ່ໄດ້ຍິນກໍຢືນຢັນແກ່ພວກເຮົາວ່າເປັນຄວາມຈິງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ແລ້ວພວກເຮົາຈະຫລຸດພົ້ນໄປໄດ້ຢ່າງໃດຖ້າພວກເຮົາລະເລີຍຄວາມພົ້ນອັນຍິ່ງໃຫຍ່ເຊັ່ນນີ້? ຄວາມພົ້ນນີ້ ເຊິ່ງໄດ້ຖືກປະກາດຄັ້ງທຳອິດໂດຍອົງພຣະຜູ້ເປັນເຈົ້າ, ໄດ້ຮັບການຢືນຢັນໃຫ້ພວກເຮົາໂດຍບັນດາຜູ້ທີ່ໄດ້ຍິນຈາກພຣະອົງ. Uka jalj uñjjattʼäta |
“ຊາວອິດສະຣາເອນທັງຫລາຍເອີຍ, ຈົ່ງຟັງຖ້ອຍຄຳເຫຼົ່ານີ້ ພຣະເຢຊູເຈົ້າໄທນາຊາເຣັດ ເປັນຜູ້ທີ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວ ດ້ວຍການອັດສະຈັນ, ດ້ວຍການອິດທິຣິດ ແລະດ້ວຍໝາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ກະທຳດ້ວຍພຣະອົງ, ພວກທ່ານກໍຮູ້ເລື່ອງນີ້ຢູ່ແລ້ວ. ດ້ວຍວ່າ, ເຫດການໄດ້ເກີດຂຶ້ນຢູ່ໃນທ່າມກາງພວກທ່ານ.
ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນຂອງພຣະອົງໃນໂລກນີ້ ເຂົາກໍບໍ່ມີທາງພົ້ນໂທດທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກສະຫວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫຼົ່ານັ້ນເສຍອີກ.