Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 2:16 - ພຣະຄຳພີສັກສິ

16 ເປັນ​ສິ່ງ​ຈະແຈ້ງ​ວ່າ ພຣະອົງ​ບໍ່ໄດ້​ຊົງ​ເປັນຫ່ວງ​ນຳ​ຝູງ​ເທວະດາ ແຕ່​ພຣະອົງ​ໄດ້​ເປັນຫ່ວງ​ນຳ​ເຊື້ອສາຍ​ຂອງ​ອັບຣາຮາມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເພາະ​ແນ່ນອນ​ວ່າ ພຣະອົງ​ບໍ່​ໄດ້​ຊ່ວຍ​ບັນດາ​ເທວະດາ, ແຕ່​ຊ່ວຍ​ເຊື້ອສາຍ​ຂອງ​ອັບຣາຮາມ.

Uka jalj uñjjattʼäta Copia luraña




ເຮັບເຣີ 2:16
11 Jak'a apnaqawi uñst'ayäwi  

ຊົນຊາດ​ທັງປວງ​ໃນ​ໂລກ​ຈະ​ຂໍຮ້ອງ​ເຮົາ​ໃຫ້​ອວຍພອນ​ພວກເຂົາ ດັ່ງ​ທີ່​ເຮົາ​ໄດ້​ອວຍພອນ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້ ເພາະ​ເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.”


ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ ພິທີຕັດ​ນັ້ນ​ກໍ​ເປັນ​ປະໂຫຍດ​ແທ້, ແຕ່​ຖ້າ​ເຈົ້າ​ລ່ວງ​ລະເມີດ​ກົດບັນຍັດ ການ​ທີ່​ເຈົ້າ​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.


ບັນດາ​ພຣະສັນຍາ​ທີ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ນັ້ນ ບໍ່ໄດ້​ກ່າວ​ວ່າ, “ແກ່​ເຊື້ອສາຍ​ທັງຫລາຍ,” ແຕ່​ຊົງ​ກ່າວ​ວ່າ, “ແກ່​ເຊື້ອສາຍ​ຂອງທ່ານ.” ໝາຍເຖິງ​ຄົນ​ດຽວ ຄື​ພຣະຄຣິດ.


ຖ້າ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດ​ແລ້ວ ພວກເຈົ້າ​ກໍ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ຝ່າຍ​ພໍ່​ເຫຼົ່ານັ້ນ ໄດ້​ຕີສອນ​ພວກເຮົາ​ໃນ​ຊົ່ວ​ເວລາ​ເລັກນ້ອຍ ຕາມ​ຄວາມ​ເຫັນດີ​ຂອງ​ເຂົາ​ເທົ່ານັ້ນ, ແຕ່​ພຣະອົງ​ຊົງ​ຕີສອນ​ພວກເຮົາ ເພື່ອ​ປະໂຫຍດ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ໄດ້​ເຂົ້າ​ສ່ວນ​ໃນ​ສະພາບ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ.


ແລະ​ຈະ​ໄດ້​ຊົງ​ປ່ອຍ​ຄົນ​ທັງປວງ ທີ່​ເປັນ​ທາດ​ຂອງ​ຄວາມ​ຢ້ານ​ຕາຍ​ຕະຫລອດ​ຊີວິດ​ນັ້ນ​ໃຫ້​ລອດພົ້ນ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ຕ້ອງ​ໄດ້​ກາຍເປັນ​ເໝືອນ​ດັ່ງ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໃນ​ທຸກຢ່າງ, ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ເປັນ​ມະຫາ​ປະໂຣຫິດ ຜູ້​ປະກອບ​ດ້ວຍ​ຄວາມ​ສັດຊື່​ແລະ​ມີ​ໃຈ​ເມດຕາ ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າ ເພື່ອ​ນຳ​ເຄື່ອງ​ບູຊາ​ໄປ​ຖວາຍ​ແທນ​ບາບກຳ​ຂອງ​ປະຊາຊົນ.


ດ້ວຍວ່າ, ຝ່າຍ​ມະນຸດ​ເຄີຍ​ສາບານ​ດ້ວຍ​ອອກ​ຊື່​ຜູ້​ໃຫຍ່​ກວ່າ​ຕົນ ແລະ​ເມື່ອ​ເກີດ​ການ​ຖົກຖຽງ​ກັນ​ຂຶ້ນ​ຄຳ​ສາບານ​ນັ້ນ ກໍ​ເປັນ​ຄຳ​ຢືນຢັນ​ອັນ​ເດັດຂາດ.


ພຣະອົງ​ໄດ້​ຖືກ​ຊົງ​ເລືອກ​ໄວ້ ໂດຍ​ພຣະເຈົ້າ​ກ່ອນ​ວາງ​ຮາກ​ສ້າງ​ໂລກ ແຕ່​ເພື່ອ​ເຫັນ​ແກ່​ພວກເຈົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ພຣະຄຣິດ​ສະເດັດ​ມາ​ປາກົດ​ໃນ​ເວລາ​ສຸດທ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka