ເຮັບເຣີ 2:11 - ພຣະຄຳພີສັກສິ11 ເພາະວ່າພຣະອົງຜູ້ຊົງຊຳລະມະນຸດໃຫ້ບໍຣິສຸດຈາກບາບກຳຂອງພວກເຂົາ ແລະພວກທີ່ໄດ້ຖືກຊຳລະໃຫ້ບໍຣິສຸດນັ້ນ ກໍມີມາຈາກພຣະບິດາເຈົ້າອົງດຽວກັນ. ເພາະສະນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນຄົນເຫຼົ່ານັ້ນວ່າ ເປັນອ້າຍເອື້ອຍນ້ອງຂອງພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່11 ທັງພຣະອົງຜູ້ທີ່ເຮັດໃຫ້ມະນຸດທັງຫລາຍບໍລິສຸດກັບບັນດາຜູ້ທີ່ພຣະອົງເຮັດໃຫ້ບໍລິສຸດນັ້ນເປັນຄອບຄົວດຽວກັນ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນພວກເຂົາເຫລົ່ານັ້ນວ່າພີ່ນ້ອງ. Uka jalj uñjjattʼäta |
ພຣະເຢຊູເຈົ້າກ່າວກັບນາງວ່າ, “ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາເຈົ້າ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າເຮົາຈະຂຶ້ນເມືອຫາພຣະອົງ ຜູ້ເປັນພຣະບິດາເຈົ້າຂອງເຮົາ ແລະພຣະບິດາເຈົ້າຂອງພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກເຈົ້າ.”