ເຮັບເຣີ 2:10 - ພຣະຄຳພີສັກສິ10 ດ້ວຍວ່າ, ໃນການທີ່ພຣະເຈົ້າຈະຊົງພາບຸດຫລວງຫລາຍໄປສູ່ສະຫງ່າຣາສີນັ້ນ ກໍເປັນການເໝາະສົມຢູ່ແລ້ວ ທີ່ພຣະເຈົ້າ ຜູ້ຊຶ່ງທຸກສິ່ງດຳລົງຢູ່ໂດຍພຣະອົງ ແລະເພື່ອພຣະອົງ ຈະຊົງໃຫ້ຜູ້ນຳທາງຄວາມລອດພົ້ນໃຫ້ເຂົາເຫຼົ່ານັ້ນ ໃຫ້ເຖິງທີ່ສຳເລັດໂດຍການທົນທຸກທໍລະມານ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ໃນການນຳລູກຊາຍ ແລະ ລູກຍິງຈໍານວນຫລວງຫລາຍມາສູ່ສະຫງ່າລາສີນັ້ນ ກໍເປັນການເໝາະສົມແລ້ວທີ່ພຣະເຈົ້າຜູ້ທີ່ສັບພະສິ່ງມີຢູ່ເພື່ອພຣະອົງ ແລະ ໂດຍທາງພຣະອົງ ຈະເຮັດໃຫ້ຜູ້ບຸກເບີກຄວາມພົ້ນຂອງພວກເຂົາທັງຫລາຍນັ້ນສົມບູນໂດຍການທົນທຸກທໍລະມານຂອງພຣະອົງ. Uka jalj uñjjattʼäta |
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.
ກໍຊົງສຳແດງໃຫ້ພວກຜູ້ທຳນວາຍນັ້ນຮູ້ວ່າ ທີ່ທ່ານເຫຼົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບພວກເພິ່ນເອງ ແຕ່ສຳລັບເຈົ້າທັງຫລາຍ. ບັດນີ້ ຄົນເຫຼົ່ານັ້ນທີ່ປະກາດຂ່າວປະເສີດແກ່ເຈົ້າທັງຫລາຍ ໄດ້ກ່າວສິ່ງເຫຼົ່ານັ້ນແກ່ພວກເຈົ້າແລ້ວ ໂດຍພຣະວິນຍານບໍຣິສຸດເຈົ້າ ຜູ້ຊົງຮັບໃຊ້ມາຈາກສະຫວັນ. ເຫດການເຫຼົ່ານີ້ ເປັນສິ່ງຊຶ່ງພວກເທວະດາປາຖະໜາຈະພິຈາລະນາເບິ່ງ.