Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 13:6 - ພຣະຄຳພີສັກສິ

6 ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ມີ​ໃຈ​ກ້າ ແລະ​ກ່າວ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ເປັນ​ພຣະ​ຜູ້​ຊ່ວຍ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈະ​ບໍ່​ຢ້ານກົວ. ມີ​ຜູ້ໃດ​ແດ່​ຈະ​ເຮັດ​ຫຍັງ ໃຫ້​ຂ້າພະເຈົ້າ​ໄດ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ໄດ້​ຢ່າງ​ໝັ້ນໃຈ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້ຊ່ວຍເຫລືອ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ. ມະນຸດ​ຈະ​ເຮັດຫຍັງ​ໃຫ້​ຂ້ານ້ອຍ​ໄດ້?”

Uka jalj uñjjattʼäta Copia luraña




ເຮັບເຣີ 13:6
29 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ມາ​ເຖິງ​ເອລີຢາ, ກ່າວວ່າ,


ຄວາມ​ຊ່ວຍເຫຼືອ​ຂອງ​ພວກເຮົາ​ນັ້ນ ມາ​ຈາກ​ພຣະນາມ​ຂອງ​ພຣະເຈົ້າຢາເວ ອົງ​ຊົງ​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ.


ຢ່າ​ມອບ​ຄວາມຫວັງ​ຂອງເຈົ້າ​ໄວ້​ໃນ​ບັນດາ​ຜູ້ນຳ ບໍ່ມີ​ມະນຸດ​ຄົນໃດ​ອາດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.


ຂໍ​ແຕ່​ພຣະອົງ​ຢ່າ​ປິ່ນໜ້າ​ໜີ​ຈາກ​ຂ້ານ້ອຍ​ເລີຍ. ຂໍ​ຢ່າ​ຄຽດ ແລະ​ໄລ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ໜີໄປ ພຣະອົງ​ເຄີຍ​ເປັນ​ຜູ້​ຊ່ວຍເຫຼືອ​ເອົາ​ຂ້ານ້ອຍ​ໄວ້ ຂໍ​ຢ່າ​ໜີ​ຈາກ​ແລະ​ຢ່າ​ປະ​ປ່ອຍ​ຂ້ານ້ອຍ​ໄປ​ເລີຍ ໂອ ຂ້າແດ່​ພຣະເຈົ້າ ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ.


ພວກ​ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ພຣະເຈົ້າຢາເວ​ໃດ ພຣະອົງ​ຮັກສາ​ແລະ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ໄວ້.


ຂ້ານ້ອຍ​ອິດອ່ອນ​ລຳບາກ ແຕ່​ພຣະເຈົ້າຢາເວ​ບໍ່​ລືມໄລ​ແລະ​ບໍ່​ປະຖິ້ມ​ຂ້ານ້ອຍ​ຈັກເທື່ອ. ພຣະອົງ​ຄື​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຮີບມາ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ໄວ້​ດ້ວຍ.


ແຕ່​ພຣະເຈົ້າ​ຄື​ຜູ້​ຊ່ວຍເຫຼືອ​ຂອງ​ຂ້ານ້ອຍ​ເລື້ອຍ​ມາ. ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້ຄໍ້າຈູນ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້.


ຢູ່​ໃນ​ພຣະເຈົ້າ ຄວາມຢ້ານ​ກໍ​ໝົດໄປ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ ເມື່ອ​ໄວ້ວາງໃຈ​ໃນ​ພຣະອົງ ຂ້ານ້ອຍ​ຈະ​ບໍ່​ຢ້ານ ມະນຸດ​ລ້າໆ​ເຮັດ​ຫຍັງ​ໃຫ້​ໄດ້​ແດ່?


ເພາະ​ພຣະອົງ​ເປັນ​ພຣະ​ຜູ້ໂຜດຊ່ວຍ​ສະເໝີ​ມາ ຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຍິນດີ​ໃຕ້​ຮົ່ມ​ປີກ​ຂອງ​ພຣະເຈົ້າ.


ຖ້າ​ພຣະເຈົ້າຢາເວ​ບໍ່ໄດ້​ຊ່ວຍເຫລືອ​ຂ້ານ້ອຍ​ໄວ້​ທັນ ປານ​ນີ້​ກໍ​ຄົງ​ລົງ​ສູ່​ແດນ​ແຫ່ງ​ຄວາມງຽບ.


ເພິ່ນ​ກ່າວ​ອີກ​ວ່າ, “ພຣະເຈົ້າ​ຂອງ​ພໍ່​ຂ້ອຍ​ເປັນ​ຜູ້​ຊ່ວຍເຫຼືອ​ຂ້ອຍ ໃຫ້​ພົ້ນ​ຈາກ​ການ​ນຳລ່າ​ສັງຫານ​ຂອງ​ກະສັດ​ຟາໂຣ​ແຫ່ງ​ເອຢິບ.” ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໃສ່​ຊື່​ໃຫ້​ລູກຊາຍ​ອີກ​ຜູ້ໜຶ່ງ​ວ່າ ເອລີເອເຊ. )


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ພຣະເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ຢ່າ​ຢ້ານ. ເຖິງ​ແມ່ນ​ພວກເຈົ້າ​ໜ້ອຍ​ທັງ​ອ່ອນແຮງ​ເຮົາ​ກໍ​ຈະ​ຊ່ວຍ​ເຈົ້າ. ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຄື​ຜູ້​ທີ່​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ.


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ໃນ​ພຣະອົງ​ແລະ​ໂດຍ​ທາງ​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ໃນ​ພຣະອົງ​ນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ທີ່​ຈະ​ເຂົ້າ​ເຝົ້າ​ພຣະອົງ ດ້ວຍ​ຄວາມ​ໝັ້ນໃຈ​ຢ່າງ​ເຕັມ​ລົ້ນ.


“ບໍ່ມີ​ພະ​ຕົນ​ໃດ​ດອກ ປະຊາຊົນ​ອິດສະຣາເອນ​ເອີຍ ເປັນ​ເໝືອນ​ດັ່ງ​ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ຂີ່​ລົດມ້າ​ໄປ​ດ້ວຍ​ອານຸພາບ ແລະ​ດ້ວຍ​ສະຫງ່າຣາສີ​ສະເດັດ​ມາ​ເໜືອ​ຟ້າ​ສະຫວັນ ສະເດັດ​ມາ​ເທິງ​ເມກ ເພື່ອ​ມາ​ຊ່ວຍເຫຼືອ​ພວກເຈົ້າ.


ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”


ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ ທີ່​ຈະ​ເຂົ້າ​ໄປ​ໃນ​ສະຖານ​ອັນ​ສັກສິດ​ທີ່ສຸດ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ເຮົາ​ທັງຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະຄຸນ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະ​ເມດຕາ ແລະ​ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ.


ໂດຍ​ເວົ້າ​ວ່າ, “ຢ່າ​ຢ້ານ​ເລີຍ ກະສັດ​ໂຊນ​ພໍ່​ຂອງຂ້ອຍ​ເຮັດ​ຫຍັງ​ໃຫ້​ເຈົ້າ​ບໍ່ໄດ້​ດອກ. ເພິ່ນ​ຮູ້ຈັກ​ດີ​ວ່າ​ເຈົ້າ​ຄົນ​ດຽວ​ເທົ່ານັ້ນ ທີ່​ຈະ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮອງ​ຂອງ​ເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka