ເຮັບເຣີ 13:5 - ພຣະຄຳພີສັກສິ5 ຈົ່ງໃຫ້ການດຳເນີນຊີວິດຂອງພວກເຈົ້າ ເວັ້ນຈາກການຮັກເງິນຮັກຄຳ. ຈົ່ງພໍໃຈໃນສິ່ງທີ່ຕົນມີຢູ່ ເພາະພຣະເຈົ້າເອງຊົງກ່າວວ່າ, “ເຮົາຈະບໍ່ປະເຈົ້າ ຫລືຖິ້ມເຈົ້າເສຍຈັກເທື່ອ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ຈົ່ງຮັກສາຊີວິດຂອງພວກເຈົ້າໃຫ້ເວັ້ນຈາກການຮັກເງິນ ແລະ ຈົ່ງພໍໃຈກັບສິ່ງທີ່ຕົນມີຢູ່, ເພາະວ່າພຣະເຈົ້າໄດ້ກ່າວໄວ້ວ່າ, “ເຮົາຈະບໍ່ໄປຈາກເຈົ້າ, ເຮົາຈະບໍ່ປະຖິ້ມເຈົ້າຈັກເທື່ອ”. Uka jalj uñjjattʼäta |
ກະສັດດາວິດໄດ້ສັ່ງໂຊໂລໂມນລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະກ້າຫານ. ຈົ່ງລົງມືເຮັດວຽກ ແລະຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ພຣະເຈົ້າຢາເວ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນຈະສະຖິດຢູ່ນຳເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າແຕ່ພຣະອົງຈະຢູ່ນຳເຈົ້າ ຈົນກວ່າເຈົ້າຈະກໍ່ສ້າງວິຫານຂອງພຣະເຈົ້າຢາເວສຳເລັດ.
ໃນຈຳນວນສິ່ງຂອງທີ່ພວກເຮົາຢຶດມາໄດ້ນັ້ນ ຂ້ານ້ອຍໄດ້ເຫັນເສື້ອຄຸມງາມໂຕໜຶ່ງຂອງຊາວບາບີໂລນ ແລະເງິນໜັກປະມານສອງກິໂລກຼາມ ແລະຄຳແທ່ງໜຶ່ງໜັກກວ່າເຄິ່ງກິໂລກຼາມ. ຂ້ານ້ອຍຢາກໄດ້ສິ່ງເຫຼົ່ານັ້ນຫລາຍ ເລີຍໄດ້ເຊື່ອງເອົາໄວ້ ທ່ານຈະພົບສິ່ງເຫຼົ່ານັ້ນ ຝັງໄວ້ຢູ່ໃຕ້ພື້ນດິນໃນຜ້າເຕັນຂອງຂ້ານ້ອຍ ສ່ວນເງິນແມ່ນຢູ່ກ້ອງລຸ່ມນັ້ນ.”