Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 13:3 - ພຣະຄຳພີສັກສິ

3 ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ລ່າມໂສ້ ເໝືອນ​ກັບ​ວ່າ​ພວກເຈົ້າ​ກໍ​ຖືກ​ລ່າມໂສ້​ເໝືອນ​ກັບ​ພວກເຂົາ​ດ້ວຍ. ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ຂົ່ມເຫັງ ເພາະວ່າ​ພວກເຈົ້າ​ກໍ​ມີ​ຮ່າງກາຍ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຈົ່ງ​ສືບຕໍ່​ລະນຶກ​ເຖິງ​ບັນດາ​ຜູ້​ທີ່​ຖືກ​ຂັງຄຸກ​ຢູ່​ເໝືອນ​ກັບ​ວ່າ​ພວກເຈົ້າ​ໄດ້​ຖືກ​ຂັງຄຸກ​ຮ່ວມ​ກັນ​ກັບ​ພວກເຂົາ​ດ້ວຍ ແລະ ຈົ່ງ​ລະນຶກ​ເຖິງ​ບັນດາ​ຄົນ​ທີ່​ຖືກ​ຂົ່ມເຫັງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ເອງ​ກຳລັງ​ທຸກທໍລະມານ​ຢູ່.

Uka jalj uñjjattʼäta Copia luraña




ເຮັບເຣີ 13:3
19 Jak'a apnaqawi uñst'ayäwi  

ແຕ່​ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ​ບໍ່ໄດ້​ລະນຶກເຖິງ​ໂຢເຊັບ​ເລີຍ ລາວ​ລືມໄລ​ໂຢເຊັບ​ໄປ​ຢ່າງ​ໝົດສິ້ນ.


ເຮົາ​ເປືອຍກາຍ ພວກເຈົ້າ​ກໍ​ເອົາ​ເຄື່ອງ​ໃຫ້​ເຮົາ​ນຸ່ງ​ຫົ່ມ ເຮົາ​ເຈັບ​ປ່ວຍ ພວກເຈົ້າ​ກໍໄດ້​ມາ​ເບິ່ງແຍງ​ເຮົາ, ເຮົາ​ຢູ່​ໃນ​ຄຸກ ພວກເຈົ້າ​ກໍໄດ້​ມາ​ຢ້ຽມຢາມ​ເຮົາ.’


ເມື່ອ​ເຮົາ​ເປັນ​ແຂກບ້ານ ພວກສູ​ບໍ່ໄດ້​ຮັບ​ຕ້ອນ​ເຮົາ​ໄວ້ ເມື່ອ​ເຮົາ​ເປືອຍກາຍ ພວກສູ​ບໍ່ໄດ້​ເອົາ​ເຄື່ອງ​ໃຫ້​ເຮົາ​ນຸ່ງຫົ່ມ ເມື່ອ​ເຮົາ​ເຈັບປ່ວຍ​ແລະ​ຢູ່​ໃນ​ຄຸກ ພວກສູ​ບໍ່ໄດ້​ມາ​ຢ້ຽມຢາມ​ເຮົາ.’


ຈາກ​ນັ້ນ ເພິ່ນ​ກໍ​ສັ່ງ​ໃຫ້​ນາຍຮ້ອຍ​ຜູ້​ມີ​ໜ້າທີ່​ຮັບຜິດຊອບ ນຳ​ໂປໂລ​ໄປ​ຄຸມ​ຕົວ​ໄວ້, ແຕ່​ໃຫ້​ໂປໂລ​ມີ​ອິດສະຫລະ​ບາງ​ຢ່າງ ແລະ​ອະນຸຍາດ​ໃຫ້​ໝູ່ເພື່ອນ​ຈັດຫາ​ສິ່ງ​ຈຳເປັນ​ມາ​ໃຫ້​ໂປໂລ​ໄດ້.


ວັນ​ຕໍ່ມາ ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີໂດນ, ຢູລີໂອ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ໂປໂລ​ໄປ​ຫາ​ໝູ່ເພື່ອນ​ໄດ້ ເພື່ອ​ຮັບ​ເອົາ​ເຄື່ອງຂອງ​ທີ່​ຕົນ​ຈຳເປັນ​ໃຊ້.


ຈົ່ງ​ຊົມຊື່ນ​ຍິນດີ ກັບ​ຜູ້​ທີ່​ຊົມຊື່ນ​ຍິນດີ ຈົ່ງ​ຮ້ອງໄຫ້​ກັບ​ຜູ້​ທີ່​ຮ້ອງໄຫ້.


ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ເຈັບ ອະໄວຍະວະ​ທັງໝົດ​ກໍ​ເຈັບ​ດ້ວຍກັນ ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ໄດ້​ຮັບ​ກຽດ ອະໄວຍະວະ​ທັງໝົດ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ​ກັນ.


ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ


ເຮົາ​ຄື​ໂປໂລ ໄດ້​ຂຽນ​ຂໍ້​ຄວາມ​ທັງໝົດ​ນີ້ ດ້ວຍ​ມື​ຂອງເຮົາ​ເອງ, ຢ່າ​ລືມ​ວ່າ ເຮົາ​ກຳລັງ​ຖືກ​ຄຸກ​ຢູ່ ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ພວກເຈົ້າ​ໄດ້​ເຂົ້າ​ສ່ວນ​ທົນທຸກ​ກັບ​ຄົນ​ທີ່​ຖືກ​ຄຸມຂັງ ແລະ​ເມື່ອ​ມີ​ຄົນ​ປຸ້ນ​ເອົາ​ຊັບ​ສິ່ງຂອງ ຂອງ​ພວກເຈົ້າ​ໄປ ພວກເຈົ້າ​ກໍ​ຍອມ​ໃຫ້​ເຂົາ​ເອົາ​ໄປ​ດ້ວຍ​ໃຈ​ຍິນດີ ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕົນ​ຍັງ​ມີ​ສິ່ງ​ທີ່​ດີກວ່າ ແລະ​ຕັ້ງ​ຢູ່​ຕະຫລອດໄປ​ເປັນນິດ.


ບາງຄົນ​ຖືກ​ແກວ່ງ​ຫີນ​ໃສ່, ຖືກ​ເລື່ອຍ​ເປັນ​ທ່ອນ, ຖືກ​ຂ້າ​ດ້ວຍ​ຄົມ​ດາບ, ໄດ້​ຫົ່ມ​ໜັງ​ແກະ​ແລະ​ໜັງ​ແບ້​ທຽວ​ໄປມາ, ລຳບາກ​ຍາກຈົນ, ຖືກ​ຂົ່ມເຫັງ ແລະ​ທົນທຸກ​ເວດທະນາ​ຫລາຍ​ປະການ.


ໃນ​ທີ່ສຸດ​ນີ້ ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ, ຈົ່ງ​ເຫັນອົກ​ເຫັນໃຈ​ກັນ, ຈົ່ງ​ຮັກ​ກັນ​ເໝືອນ​ພີ່ນ້ອງ​ຮ່ວມ​ທ້ອງ, ຈົ່ງ​ມີ​ຈິດໃຈ​ເມດຕາ ແລະ​ອ່ອນນ້ອມ​ຖ່ອມຕົວ​ລົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka