1 ຈົ່ງໃຫ້ຄວາມຮັກຢ່າງພີ່ນ້ອງ ມີຢູ່ຕໍ່ກັນສະເໝີໄປ.
1 ຈົ່ງສືບຕໍ່ຮັກເຊິ່ງກັນແລະກັນເໝືອນດັ່ງພີ່ນ້ອງ.
ເປັນການດີແທ້ໆ ຊ່າງສຸກໃຈອີຫລີ ທີ່ປະຊາຊົນຂອງພຣະເຈົ້າຢູ່ຮ່ວມກັນ ດ້ວຍຄວາມເປັນນໍ້າໜຶ່ງໃຈດຽວກັນ
ນີ້ແຫລະ ແມ່ນຂໍ້ຄວາມທີ່ເຮົາສັ່ງພວກເຈົ້າຄື: ‘ຈົ່ງຮັກຊຶ່ງກັນແລະກັນ.”’
ເມື່ອເຖິງວັນເພັນເຕຄໍສະເຕ ບັນດາພີ່ນ້ອງຜູ້ທີ່ເຊື່ອທັງໝົດໃນທີ່ນັ້ນ ກໍມາເຕົ້າໂຮມກັນຢູ່ບ່ອນດຽວ.
ຄົນທັງຫລາຍທີ່ເຊື່ອນັ້ນ ກໍເປັນນໍ້າໜຶ່ງໃຈດຽວກັນ ແລະບໍ່ມີຜູ້ໃດຈັກຄົນ ອ້າງວ່າສິ່ງຂອງທີ່ຕົນມີຢູ່ນັ້ນເປັນຂອງສ່ວນຕົວ, ແຕ່ຖືວ່າສິ່ງຂອງທັງໝົດເປັນຂອງກາງ.
ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຈົ້າໄດ້ຖືກເອີ້ນໃຫ້ມີເສລີພາບ, ແຕ່ຢ່າໃຊ້ເສລີພາບນັ້ນເປັນຊ່ອງທາງປ່ອຍຕົວໄປຕາມຕັນຫາຂອງຮ່າງກາຍ ແຕ່ຈົ່ງຮັບໃຊ້ຊຶ່ງກັນແລະກັນດ້ວຍຄວາມຮັກເທີ້ນ.
ແຕ່ຜົນຂອງພຣະວິນຍານນັ້ນຄື: ຄວາມຮັກ, ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ຄວາມສັດຊື່,
ດ້ວຍວ່າ, ໃນພຣະຄຣິດເຈົ້າເຢຊູ ການຮັບພິທີຕັດຫລືບໍ່ຮັບ ກໍບໍ່ມີຜົນຫຍັງ, ແຕ່ສິ່ງສຳຄັນແມ່ນຄວາມເຊື່ອທີ່ສະແດງອອກໂດຍທາງຄວາມຮັກ.
ຈົ່ງພຽນພະຍາຍາມເອົາສັນຕິສຸກຜູກມັດ ເພື່ອຮັກສາຄວາມເປັນນໍ້າໜຶ່ງໃຈດຽວກັນ ຊຶ່ງພຣະວິນຍານຊົງປະທານໃຫ້ນັ້ນ.
ແລະ ຈົ່ງດຳເນີນຊີວິດນັ້ນໃນຄວາມຮັກ ເໝືອນດັ່ງພຣະຄຣິດໄດ້ຊົງຮັກເຈົ້າທັງຫລາຍ ແລະສະຫລະພຣະອົງເອງເພື່ອພວກເຮົາ ໃຫ້ເປັນເຄື່ອງບູຊາແລະເຄື່ອງຖວາຍ ທີ່ມີກິ່ນຫອມຫວານແກ່ພຣະເຈົ້າ.
ພີ່ນ້ອງທັງຫລາຍເອີຍ ພວກເຮົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢູ່ຕະຫລອດເວລາ ກ່ຽວກັບເລື່ອງພວກເຈົ້າ ຊຶ່ງເປັນສິ່ງທີ່ສົມຄວນສຳລັບພວກເຮົາ ເພາະຄວາມເຊື່ອຂອງພວກເຈົ້າຈະເລີນຫລາຍຂຶ້ນ ແລະຄວາມຮັກຂອງພວກເຈົ້າທຸກຄົນທີ່ມີແກ່ກັນແລະກັນ ກໍທະວີຂຶ້ນຫລາຍກວ່າເກົ່າ.
ຈົ່ງຫ່ວງໃຍຊຶ່ງກັນແລະກັນ ຈົ່ງໜູນນໍ້າໃຈຊຶ່ງກັນແລະກັນໃຫ້ມີຄວາມຮັກ ແລະໃຫ້ເຮັດຄຸນງາມຄວາມດີ.
ທີ່ເຈົ້າທັງຫລາຍໄດ້ຊຳລະຈິດໃຈຂອງຕົນ ໃຫ້ບໍຣິສຸດດ້ວຍຄວາມເຊື່ອຟັງຄວາມຈິງ ຈົນມີຄວາມຮັກພວກພີ່ນ້ອງຢ່າງຈິງໃຈ ພວກເຈົ້າຈົ່ງຮັກຊຶ່ງກັນແລະກັນດ້ວຍເຕັມໃຈ.
ຈົ່ງໃຫ້ກຽດແກ່ທຸກໆຄົນ ຈົ່ງຮັກບັນດາພີ່ນ້ອງໃນຄວາມເຊື່ອດຽວກັນ ຈົ່ງຢຳເກງພຣະເຈົ້າ ແລະຈົ່ງເຄົາຣົບນັບຖືຜູ້ທີ່ມີອຳນາດສູງສຸດ.
ໃນທີ່ສຸດນີ້ ຂໍໃຫ້ພວກເຈົ້າທຸກຄົນຈົ່ງເປັນນໍ້າໜຶ່ງໃຈດຽວກັນ, ຈົ່ງເຫັນອົກເຫັນໃຈກັນ, ຈົ່ງຮັກກັນເໝືອນພີ່ນ້ອງຮ່ວມທ້ອງ, ຈົ່ງມີຈິດໃຈເມດຕາ ແລະອ່ອນນ້ອມຖ່ອມຕົວລົງ.
ທີ່ສຳຄັນກວ່າສິ່ງອື່ນໃດໝົດ ຈົ່ງຮັກຊຶ່ງກັນແລະກັນດ້ວຍເຕັມໃຈ ເພາະຄວາມຮັກກໍປິດບັງຄວາມຜິດບາບໄວ້ຢ່າງຫລວງຫລາຍ.
ເອົາຄວາມຮັກພີ່ນ້ອງເພີ່ມຄວາມເຫຼື້ອມໃສໃນພຣະເຈົ້າ ແລະເອົາຄວາມຮັກຄົນທົ່ວໄປເພີ່ມຄວາມຮັກພີ່ນ້ອງ.
ກົດບັນຍັດຂອງພຣະເຈົ້າ ຄືໃຫ້ພວກເຮົາເຊື່ອໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ ແລະໃຫ້ພວກເຮົາຮັກຊຶ່ງກັນແລະກັນ ເໝືອນດັ່ງທີ່ພຣະອົງຊົງສັ່ງພວກເຮົາ.
ຖ້າຜູ້ໃດເວົ້າວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແຕ່ຍັງກຽດຊັງພີ່ນ້ອງຂອງຕົນຢູ່ ຜູ້ນັ້ນກໍເປັນຄົນຂີ້ຕົວະ. ດ້ວຍວ່າ, ເມື່ອລາວບໍ່ຮັກພີ່ນ້ອງທີ່ຕາເຫັນແລ້ວ ຈະສາມາດຮັກພຣະເຈົ້າທີ່ຕາບໍ່ເຫັນໄດ້ຢ່າງໃດ?
ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າ ຄືເຈົ້າໄດ້ປະຖິ້ມຄວາມຮັກເດີມຂອງເຈົ້າ.