ເຮັບເຣີ 12:2 - ພຣະຄຳພີສັກສິ2 ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ໃຫ້ພວກເຮົາປັກຕາເບິ່ງທີ່ພຣະເຢຊູເຈົ້າ, ພຣະອົງເປັນຜູ້ບຸກເບີກຄວາມເຊື່ອ ແລະ ເປັນຜູ້ເຮັດໃຫ້ຄວາມເຊື່ອສົມບູນ. ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະອົງ ພຣະອົງຈຶ່ງໄດ້ອົດທົນຕໍ່ໄມ້ກາງແຂນ ແລະ ບໍ່ໃສ່ໃຈໃນຄວາມອັບອາຍຂອງໄມ້ກາງແຂນ ແລະ ໄດ້ນັ່ງລົງທີ່ເບື້ອງຂວາຂອງບັນລັງຂອງພຣະເຈົ້າ. Uka jalj uñjjattʼäta |
ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.