Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 12:1 - ພຣະຄຳພີສັກສິ

1 ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,

Uka jalj uñjjattʼäta Copia luraña




ເຮັບເຣີ 12:1
52 Jak'a apnaqawi uñst'ayäwi  

ແຕ່​ຂໍ​ໃຫ້​ນັກປາດ​ບູຮານ​ໄດ້​ສອນ​ເຈົ້າ​ແດ່ ຟັງ​ສິ່ງ​ທີ່​ເພິ່ນ​ເວົ້າ​ແຈ້ງ​ສູ່​ເຈົ້າ​ຟັງ​ເບິ່ງ​ແດ່ດູ:


ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ຫຍັງ ແລະ​ໄດ້​ລະວັງຕົວ​ຈາກ​ການ​ຊົ່ວຮ້າຍ.


ເປັນຫຍັງ​ບັນດາ​ເຮືອ​ຈຶ່ງ​ມາ​ດັ່ງ​ກ້ອນເມກ​ນໍ ດັ່ງ​ຝູງ​ນົກ​ເຂົາ​ບິນ​ຄືນ​ສູ່​ຮັງ​ຢ່າງ​ຟັ່ງຟ້າວ?


ເຈົ້າ​ຈະ​ໂຈມຕີ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ເໝືອນ​ດັ່ງ​ກ້ອນເມກ​ໄຫລ​ຂ້າມ​ດິນແດນ​ໄປ. ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຊ້​ເຈົ້າ​ໃຫ້​ຮຸກຮານ​ດິນແດນ​ຂອງເຮົາ ເພື່ອ​ສະແດງ​ໃຫ້​ຊົນຊາດ​ທັງຫລາຍ​ຮູ້ວ່າ​ເຮົາ​ເປັນ​ຜູ້ໃດ ທັງໝົດ​ນັ້ນ​ແມ່ນ​ເພື່ອ​ສະແດງ​ຄວາມ​ບໍຣິສຸດ​ຂອງເຮົາ ໂດຍ​ສິ່ງ​ທີ່​ເຮົາ​ເຮັດ​ຜ່ານ​ທາງ​ເຈົ້າ.


ເຈົ້າ​ກັບ​ກອງທັບ​ຂອງເຈົ້າ​ຕະຫລອດ​ທັງ​ບັນດາ​ຊົນຊາດ​ທີ່​ໄດ້​ມາ​ກັບ​ເຈົ້າ​ນັ້ນ ຈະ​ໂຈມຕີ​ດັ່ງ​ພະຍຸຮ້າຍ ແລະ​ຄວບຄຸມ​ດິນແດນ​ດັ່ງ​ກ້ອນເມກ.”’


ຄົນ​ທັງປວງ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ, ແຕ່​ຜູ້ໃດ​ທີ່​ທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


ແຕ່​ຜູ້ໃດ​ທີ່​ອົດທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


ຊາຍ​ຕາບອດ​ຖິ້ມ​ຜ້າຕູ້ມ​ຂອງຕົນ ແລະ​ຮີບ​ລຸກ​ຂຶ້ນ​ມາ​ຫາ​ພຣະເຢຊູເຈົ້າ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ແລະ​ເຝົ້າ​ຮັກສາ​ຕົນ​ໄວ້ ໃຫ້​ເວັ້ນ​ຈາກ​ຄວາມ​ໂລບ​ທຸກຢ່າງ ເພາະ​ຊີວິດ​ແທ້​ຂອງ​ມະນຸດ ບໍ່​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ບໍຣິບູນ​ທີ່​ຕົນ​ມີ​ຢູ່.”


ເພາະ​ຢູ່​ໃນ​ທີ່ນັ້ນ ຂ້ານ້ອຍ​ຍັງ​ມີ​ອ້າຍນ້ອງ​ຫ້າ​ຄົນ ໃຫ້​ລາວ​ໄປ​ຕັກເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ມາ ໃນ​ບ່ອນ​ທົນທຸກ​ທໍລະມານ​ຢ່າງ​ນີ້​ເໝືອນກັນ.’


“ຈົ່ງ​ຄອຍ​ລະວັງຕົວ​ໃຫ້​ດີ ຢ່າ​ສູ່​ໃຫ້​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ​ໜັກ​ໄປ​ໃນ​ການ​ກິນລ້ຽງ ແລະ​ດື່ມ​ເຫຼົ້າ​ເມົາ​ສຸຣາ ແລະ​ໃນ​ການ​ວິຕົກ​ກັງວົນ​ເຖິງ​ຊີວິດ​ນີ້ ບໍ່​ດັ່ງນັ້ນ​ແລ້ວ ວັນ​ນັ້ນ​ກໍ​ຈະ​ຫລອນ​ມາ​ຕົກ​ຖືກ​ພວກເຈົ້າ​ຢ່າງ​ບໍ່​ຄາດຄິດ


ພຣະອົງ​ບອກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຫັນ​ແລະ​ໄດ້ຍິນ ແຕ່​ບໍ່ມີ​ຜູ້ໃດ​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພຣະອົງ.


ຊາວ​ຊາມາເຣຍ​ເປັນ​ຈຳນວນ​ຫລວງຫລາຍ​ໃນ​ເມືອງ​ນີ້​ໄດ້​ເຊື່ອ​ໃນ​ພຣະອົງ ເພາະ​ຖ້ອຍຄຳ​ທີ່​ຍິງ​ນັ້ນ​ໄດ້​ເປັນ​ພະຍານ​ວ່າ, “ເພິ່ນ​ໄດ້​ບອກ​ຂ້ອຍ​ກ່ຽວກັບ​ທຸກໆ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ.”


ເພາະ​ພຣະເຢຊູເຈົ້າ​ເອງ​ໄດ້​ເປັນ​ພະຍານ​ວ່າ, ຜູ້ທຳນວາຍ​ບໍ່ໄດ້​ຮັບ​ກຽດ ແລະ​ຄວາມນັບຖື​ໃນ​ບ້ານ​ເມືອງ​ຂອງຕົນ).


ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ໃນ​ຄວາມ​ຍາກ​ລຳບາກ ຈົ່ງ​ພາວັນນາ​ອະທິຖານ​ຢູ່​ບໍ່​ຂາດ.


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ບັນດາ​ເພື່ອນ​ທີ່​ຮັກ​ຂອງເຮົາ​ເອີຍ, ເມື່ອ​ພວກເຮົາ​ມີ​ພຣະສັນຍາ​ໃໝ່​ດັ່ງນີ້​ແລ້ວ ຈົ່ງ​ໃຫ້​ພວກເຮົາ​ຊຳລະ​ຕົວ​ຈາກ​ທຸກສິ່ງ ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ວິນຍານ​ເປັນ​ມົນທິນ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍຣິສຸດ​ຢ່າງ​ຄົບຖ້ວນ ໂດຍ​ຄວາມ​ຢຳເກງ​ພຣະເຈົ້າ.


ເຮົາ​ໄປ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ແກ່​ເຮົາ ເຮົາ​ໄດ້​ອະທິບາຍ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຂົາ ຊຶ່ງ​ເຮົາ​ໄດ້​ເຄີຍ​ປະກາດ​ແກ່​ຄົນຕ່າງຊາດ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳຄັນ​ຟັງ​ເປັນ​ການ​ສ່ວນຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່ມີ​ປະໂຫຍດ.


ພວກເຈົ້າ​ແລ່ນ​ແຂ່ງຂັນ​ດີ​ຢູ່​ແລ້ວ ແມ່ນ​ຜູ້ໃດ​ຂັດຂວາງ​ພວກເຈົ້າ​ບໍ່​ໃຫ້​ເຊື່ອຟັງ​ຄວາມຈິງ?


ດັ່ງນັ້ນ, ເຈົ້າ​ທັງຫລາຍ​ຈົ່ງ​ເຊົາ​ເວົ້າ​ຕົວະ ທຸກຄົນ​ຈົ່ງ​ເວົ້າ​ແຕ່​ຄວາມຈິງ​ຕໍ່​ກັນ ເພາະ​ພວກເຮົາ​ທຸກຄົນ​ເປັນ​ອະໄວຍະວະ​ຂອງ​ກັນແລະກັນ ຢູ່​ໃນ​ພຣະກາຍ​ອັນ​ດຽວກັນ.


ບັດນີ້ ພວກເຈົ້າ​ມີ​ສ່ວນ​ກັບ​ເຮົາ​ໃນ​ການ​ຕໍ່ສູ້ ເປັນ​ການ​ຕໍ່ສູ້​ຢ່າງ​ດຽວ​ກັບ​ທີ່​ພວກເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່ສູ້​ມາ​ໃນ​ອະດີດ ແລະ​ດັ່ງ​ທີ່​ເຮົາ​ຍັງ​ຕໍ່ສູ້​ຢູ່​ໃນ​ເວລາ​ນີ້ ຕາມ​ທີ່​ພວກເຈົ້າ​ຮູ້​ມາ​ແລ້ວ​ນັ້ນ.


ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ​ພຣະຄຣິດ​ວ່າ ຄວາມ​ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.


ບໍ່ມີ​ທະຫານ​ຄົນ​ໃດ​ເມື່ອ​ເຂົ້າ​ປະຈຳການ​ແລ້ວ ຈະ​ຫຍຸ້ງກ່ຽວ​ກັບ​ການ​ງານ​ຝ່າຍ​ພົນລະເຮືອນ. ດ້ວຍວ່າ, ເຂົາ​ຕ້ອງ​ເຮັດ​ໃຫ້​ຜູ້​ທີ່​ເກນ​ຕົນ​ໄດ້​ຮັບ​ຄວາມ​ພໍໃຈ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ຢ່າງ​ນັ້ນ​ແຫຼະ ເມື່ອ​ອັບຣາຮາມ​ໄດ້​ທົນ​ຄອຍ​ດ້ວຍ​ຄວາມ​ພຽນ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ຮັບ​ຕາມ​ພຣະສັນຍາ​ນັ້ນ.


ເພາະ​ພວກເຈົ້າ​ຮູ້​ຢູ່​ວ່າ ເມື່ອ​ຄວາມເຊື່ອ​ຂອງ​ພວກເຈົ້າ​ທົນ​ຕໍ່​ການ​ຖືກ​ທົດລອງ​ໄດ້ ກໍ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ໝັ້ນໃຈ.


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ລະຖິ້ມ​ຄວາມ​ຄິດ​ຮ້າຍ​ທັງປວງ ກົນອຸບາຍ​ທຸກຢ່າງ ການ​ໜ້າຊື່​ໃຈຄົດ ຄວາມ​ອິດສາ ແລະ​ຄຳ​ເວົ້າ​ນິນທາ​ທັງໝົດ.


ເພື່ອ​ຈະ​ບໍ່​ດຳເນີນ​ຊີວິດ​ທີ່​ຍັງເຫລືອ​ຢູ່​ໃນ​ໂລກ ຕາມ​ຄວາມ​ປາຖະໜາ​ຂອງ​ມະນຸດ ແຕ່​ດຳເນີນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ເຫດສະນັ້ນ ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ເຖົ້າແກ່​ຄົນ​ໜຶ່ງ ຜູ້​ເປັນ​ພະຍານ​ເຖິງ​ຄວາມ​ທົນທຸກ​ຂອງ​ພຣະຄຣິດ ແລະ​ມີ​ສ່ວນ​ໃນ​ສະຫງ່າຣາສີ ທີ່​ຈະ​ມາ​ປາກົດ​ພາຍ​ຫຼັງ ຈຶ່ງ​ຂໍ​ເຕືອນ​ພວກ​ເຖົ້າແກ່​ໃນ​ທ່າມກາງ​ພວກເຈົ້າ​ວ່າ,


ເຮົາ​ໄດ້​ຂຽນ​ຈົດໝາຍ​ສັ້ນໆ​ສະບັບ​ນີ້ ດ້ວຍ​ຄວາມ​ຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ຜູ້​ສັດຊື່​ຄົນ​ໜຶ່ງ ເຮົາ​ຢາກ​ໜູນ​ນໍ້າໃຈ​ພວກເຈົ້າ ແລະ​ເປັນ​ພະຍານ​ແກ່​ພວກເຈົ້າ​ວ່າ ພຣະຄຸນ​ນີ້​ເປັນ​ພຣະຄຸນ​ອັນ​ແທ້ຈິງ​ຂອງ​ພຣະເຈົ້າ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນັ້ນ.


ເອົາ​ຄວາມ​ຮູ້ຈັກ​ບັງຄັບ​ຕົນ​ເພີ່ມ​ຄວາມຮູ້ ເອົາ​ຄວາມ​ໝັ້ນໃຈ​ເພີ່ມ​ຄວາມ​ບັງຄັບ​ຕົນ ເອົາ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ​ເພີ່ມ​ຄວາມ​ໝັ້ນໃຈ.


ຂ້າພະເຈົ້າ ຄື​ໂຢຮັນ​ພີ່ນ້ອງ​ຂອງ​ເຈົ້າ​ທັງຫລາຍ ຜູ້​ເປັນ​ເພື່ອນ​ຮ່ວມ​ໃນ​ຄວາມ​ຍາກ​ລຳບາກ ຮ່ວມ​ຣາຊອານາຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດທົນ ຊຶ່ງ​ເປັນ​ປະສົບການ​ໃນ​ພຣະເຢຊູເຈົ້າ. ຂ້າພະເຈົ້າ​ຖືກ​ປ່ອຍ​ໄວ້​ທີ່​ເກາະ​ປັດໂມ ເພາະ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


“ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ໄປ​ເປັນ​ຊະເລີຍ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ຕາຍ​ດ້ວຍ​ດາບ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ. ນີ້​ແຫຼະ ຄື​ຄວາມ​ອົດທົນ ແລະ​ຄວາມເຊື່ອ​ທີ່​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ.”


“ຝ່າຍ​ເຮົາ ຄື ເຢຊູ ເຮົາ​ໄດ້​ໃຊ້​ເທວະດາ​ຂອງເຮົາ​ໄປ​ເປັນ​ພະຍານ ເພື່ອ​ສຳແດງ​ເຫດການ​ເຫຼົ່ານີ້​ແກ່​ພວກເຈົ້າ ສຳລັບ​ຄຣິສຕະຈັກ​ທັງຫລາຍ ເຮົາ​ນີ້​ເປັນ​ຮາກເຄົ້າ ແລະ​ໜໍ່ເຊື້ອ​ຂອງ​ດາວິດ ເປັນ​ດາວເພັກ​ດວງ​ໃສ​ຮຸ່ງເຮືອງ.”


ເພາະ​ເຈົ້າ​ໄດ້​ຖື​ຮັກສາ​ຄຳສັ່ງ​ຂອງເຮົາ ທີ່​ໃຫ້​ມີ​ຄວາມ​ອົດທົນ​ຢ່າງ​ພາກພຽນ, ຝ່າຍ​ເຮົາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ຄາວ​ຍາກ​ລຳບາກ ທີ່​ຈະ​ມີ​ເທິງ​ແຜ່ນດິນ​ໂລກ​ນີ້ ເພື່ອ​ຈະ​ທົດລອງ​ໃຈ​ຄົນ​ທັງປວງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka