Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 11:8 - ພຣະຄຳພີສັກສິ

8 ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ໂດຍ​ຄວາມເຊື່ອ ເມື່ອ​ອັບຣາຮາມ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ຍັງ​ສະຖານທີ່​ໜຶ່ງ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ເປັນ​ມໍລະດົກ​ຂອງ​ເພິ່ນ​ໃນ​ພາຍຫລັງ, ເພິ່ນ​ໄດ້​ເຊື່ອຟັງ ແລະ ອອກ​ເດີນທາງໄປ​ເຖິງແມ່ນວ່າ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ໄປ​ບ່ອນ​ໃດ.

Uka jalj uñjjattʼäta Copia luraña




ເຮັບເຣີ 11:8
32 Jak'a apnaqawi uñst'ayäwi  

ເຕຣາ ພາ​ອັບຣາມ​ລູກຊາຍ​ຂອງຕົນ ແລະ​ໂລດ ລູກຊາຍ​ຂອງ​ຮາຣານ​ຫລານ​ຂອງຕົນ ໜີໄປ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ. ເພິ່ນ​ຍັງ​ພາ​ຊາຣາຍ​ລູກໃພ້​ຂອງຕົນ​ໜີໄປ​ພ້ອມ ເພື່ອ​ຈະ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ການາອານ. ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ຮາຣານ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.


ອັບຣາມ​ພາ​ນາງ​ຊາຣາຍ​ເມຍ​ຂອງຕົນ ກັບ​ໂລດ​ຫລານຊາຍ​ພ້ອມ​ທັງ​ຊັບ​ສິ່ງຂອງ ແລະ​ພວກ​ຂ້ອຍໃຊ້​ທີ່​ໄດ້​ໃນ​ຮາຣານ​ນັ້ນ​ໄປ​ນຳ ແລະ​ພວກເຂົາ​ໄດ້​ພາກັນ​ອອກ​ເດີນທາງ ມຸ່ງໜ້າ​ໄປ​ສູ່​ດິນແດນ​ການາອານ. ເມື່ອ​ມາ​ເຖິງ​ການາອານ


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ພຣະອົງ​ພາ​ເພິ່ນ​ຍ່າງ​ອອກ​ໄປ​ຂ້າງ​ນອກ ແລະ​ບອກ​ວ່າ, “ຈົ່ງ​ນັບ​ດວງດາວ​ໃນ​ທ້ອງຟ້າ​ທີ່​ເຈົ້າ​ເຫັນ​ເບິ່ງດູ ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ເຫຼົ່ານັ້ນ.”


ເຮົາ​ຈະ​ມອບ​ດິນແດນ ທີ່​ເຈົ້າ​ອາໄສ​ຢູ່​ປັດຈຸບັນ​ໃນ​ຖານະ​ເປັນ​ຄົນ​ຕ່າງດ້າວ​ນີ້ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ. ດິນແດນ​ການາອານ​ທັງໝົດ ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


ດັ່ງນັ້ນ ເມື່ອ​ພຣະເຈົ້າ​ໃຫ້​ຂ້ານ້ອຍ​ອອກ​ໜີ​ຈາກ​ເຮືອນ​ຂອງ​ພໍ່ ໄປ​ສູ່​ດິນແດນ​ທີ່​ຕ່າງ​ປະເທດ; ຂ້ານ້ອຍ​ຈຶ່ງ​ເວົ້າ​ກັບ​ນາງ​ວ່າ, ‘ເຈົ້າ​ຕ້ອງ​ສັດຊື່​ຕໍ່​ຂ້ອຍ​ໂດຍ​ໃຫ້​ເວົ້າ​ກັບ​ທຸກຄົນ​ວ່າ ຂ້ອຍ​ເປັນ​ອ້າຍ​ຂອງ​ເຈົ້າ.”’


ຊົນຊາດ​ທັງປວງ​ໃນ​ໂລກ​ຈະ​ຂໍຮ້ອງ​ເຮົາ​ໃຫ້​ອວຍພອນ​ພວກເຂົາ ດັ່ງ​ທີ່​ເຮົາ​ໄດ້​ອວຍພອນ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ສິ່ງ​ທັງໝົດ​ນີ້ ເພາະ​ເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.”


ໃນ​ທີ່​ນີ້ ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ອວຍພອນ​ເຈົ້າ. ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ຄຳ​ສາບານ ຊຶ່ງ​ເຮົາ​ໄດ້​ປະຕິຍານ​ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້າ​ສຳເລັດ.


“ຜູ້ໃດ​ນຳ​ນັກ​ປາບປາມ​ຜູ້ໜຶ່ງ ມາ​ແຕ່​ທິດ​ຕາເວັນອອກ​ເດ ແລະ​ເຮັດ​ໃຫ້​ລາວ​ມີໄຊ​ໃນ​ທຸກບ່ອນ​ທີ່​ລາວ​ໄປ​ນັ້ນ? ຜູ້ໃດ​ໃຫ້​ລາວ​ໄຊຊະນະ​ກະສັດ ແລະ​ຊົນຊາດ​ທັງຫລາຍ? ດາບ​ຂອງ​ລາວ​ຟັນ​ພວກເຂົາ​ລົງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ທັງສິ້ນ. ລູກທະນູ​ຂອງ​ລາວ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ເໝືອນດັ່ງ​ເຟືອງ​ທີ່​ຖືກ​ລົມ​ພັດ​ປິວ​ໄປ​ຈົນ​ໝົດສິ້ນ.


ຈົ່ງ​ຄິດເຖິງ​ບັນພະບຸລຸດ​ພວກເຈົ້າ​ຄື​ອັບຣາຮາມ ແລະ​ນາງ​ຊາຣາ​ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ພວກເຈົ້າ. ເມື່ອ​ເຮົາ​ໄດ້​ເອີ້ນ​ອັບຣາຮາມ​ນັ້ນ​ລາວ​ບໍ່ມີ​ລູກ​ເລີຍ ແຕ່​ເຮົາ​ໄດ້​ອວຍພອນ​ລາວ​ໃຫ້​ໄດ້​ມີ​ລູກ; ເຮົາ​ໄດ້​ໃຫ້​ອັບຣາຮາມ​ກາຍເປັນ​ບັນພະບຸລຸດ​ຜູ້ໜຶ່ງ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊົນຊາດ​ທັງຫລາຍ.


ເຮົາ​ຈະ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ທຸກໆ​ຊົນຊາດ ແລະ​ທຸກໆ​ປະເທດ ເພື່ອ​ນຳພາ​ພວກເຈົ້າ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ​ເອງ.


ໂຮບັບ​ຕອບ​ວ່າ, “ບໍ່​ໄປ​ດອກ ຂ້ອຍ​ຈະ​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງຂ້ອຍ.”


ດັ່ງນັ້ນ ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ ແລ້ວ​ພາ​ກຸມມານ​ພ້ອມ​ແມ່​ຂອງ​ເພິ່ນ​ກັບຄືນ​ສູ່​ດິນແດນ​ອິດສະຣາເອນ.


ໂດຍ​ທາງ​ພຣະອົງ​ນີ້ແຫຼະ ເຮົາ​ໄດ້​ຮັບ​ພຣະຄຸນ ແລະ​ໜ້າທີ່​ເປັນ​ອັກຄະສາວົກ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ໃຫ້​ໄປ​ປະກາດ​ທ່າມກາງ​ຊົນຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອຟັງ.


ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຍອມ​ຟັງ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງເຈົ້າ​ເອີຍ, ມີ​ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອຟັງ​ໃນ​ຖ້ອຍຄຳ ຕາມ​ທີ່​ພວກເຂົາ​ໄດ້ຍິນ​ຈາກ​ພວກ​ຂ້ານ້ອຍ​ນັ້ນ?”


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ເຊື່ອຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄອບຄອງ​ພວກເຈົ້າ.


ແລະ​ຄວາມ​ດື້ດຶງ​ທຸກປະການ ທີ່​ຕັ້ງຕົວ​ຂຶ້ນ​ຂັດຂວາງ​ຄວາມ​ຮູ້ຈັກ​ພຣະເຈົ້າ ແລະ​ປາບ​ຄວາມ​ຄິດ​ທຸກປະການ​ລົງ​ໃຫ້​ຢູ່​ໃຕ້​ບັງຄັບ ຈົນເຖິງ​ນ້ອມ​ຟັງ​ພຣະຄຣິດ.


ບໍ່ແມ່ນ​ເພາະ​ພວກເຈົ້າ​ເປັນ​ຄົນ​ຊອບທຳ​ແລະ​ເຮັດ​ຖືກຕ້ອງ ທີ່​ກຳລັງ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ພວກເຂົາ. ແຕ່​ເພາະ​ພວກເຂົາ​ຊົ່ວຮ້າຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ, ແລະ​ເພື່ອ​ຢາກ​ຮັກສາ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າ​ຕາຍາຍ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.


ເພາະ​ຄົນ​ເຫຼົ່ານີ້​ມີ​ຄວາມເຊື່ອ ພວກເພິ່ນ​ຈຶ່ງ​ໄດ້​ໄຊຊະນະ​ທົ່ວ​ທັງ​ດິນແດນ ພວກເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້, ໄດ້​ງັບ​ປາກ​ສິງ,


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະບຸດ ເຖິງ​ທີ່​ສຳເລັດ​ແລ້ວ ພຣະບຸດ​ນັ້ນ ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳເນີດ​ແຫ່ງ​ຄວາມ​ລອດພົ້ນ​ອັນ​ຕະຫລອດໄປ​ເປັນນິດ ແກ່​ຄົນ​ທັງປວງ​ທີ່​ເຊື່ອຟັງ​ພຣະອົງ,


ແລ້ວ​ເຮົາ​ກໍໄດ້​ພາ​ອັບຣາຮາມ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ອອກ​ໜີ​ຈາກ​ດິນແດນ​ແມ່ນໍ້າ​ເອີຟຣັດ​ເບື້ອງ​ພຸ້ນ ແລະ​ຜ່ານ​ໄປ​ທົ່ວ​ດິນແດນ​ການາອານ. ເຮົາ​ໄດ້​ໃຫ້​ລາວ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ຝ່າຍ​ເຈົ້າ​ທັງຫລາຍ​ຜູ້​ເປັນ​ເມຍ​ກໍ​ເໝືອນກັນ ຈົ່ງ​ຍອມ​ຟັງ​ຜົວ​ຂອງຕົນ ເພື່ອ​ວ່າ​ຖ້າ​ຜົວ​ຜູ້ໃດ​ບໍ່​ເຊື່ອຟັງ​ພຣະທຳ​ຂອງ​ພຣະເຈົ້າ ການ​ປະຕິບັດ​ຂອງ​ເມຍ ກໍ​ອາດ​ຈະ​ຈູງໃຈ​ຜົວ​ໄດ້ ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ​


ດ້ວຍວ່າ, ເຖິງ​ເວລາ​ແລ້ວ​ທີ່​ການ​ຊົງ​ພິພາກສາ ຈະ​ຕ້ອງ​ເລີ່ມຕົ້ນ​ທີ່​ຄົວ​ວິຫານ​ຂອງ​ພຣະເຈົ້າ ແລະ​ຖ້າ​ການ​ພິພາກສາ​ນັ້ນ​ເລີ່ມຕົ້ນ​ທີ່​ພວກເຮົາ​ກ່ອນ ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງ​ໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka