Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 11:5 - ພຣະຄຳພີສັກສິ

5 ເພາະ​ເອນົກ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຮັບ​ເພິ່ນ​ຂຶ້ນ​ໄປ ເພື່ອ​ບໍ່​ໃຫ້​ເພິ່ນ​ພົບ​ກັບ​ຄວາມ​ຕາຍ ແລະ​ບໍ່ມີ​ຜູ້ໃດ​ພົບ​ເຫັນ​ເພິ່ນ ເພາະ​ພຣະເຈົ້າ​ຊົງ​ຮັບ​ເອົາ​ເພິ່ນ​ໄປ​ແລ້ວ. ອັນ​ໜຶ່ງ ກ່ອນ​ທີ່​ຊົງ​ຮັບ​ເອົາ​ເພິ່ນ​ຂຶ້ນ​ໄປ​ນັ້ນ ມີ​ຜູ້​ເປັນ​ພະຍານ​ວ່າ​ເພິ່ນ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ໂດຍ​ຄວາມເຊື່ອ​ເອນົກ​ຈຶ່ງ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ຊີວິດ​ນີ້, ເພື່ອ​ວ່າ​ເພິ່ນ​ຈະ​ບໍ່​ຕ້ອງ​ພົບ​ກັບ​ຄວາມຕາຍ​ຄື: “ຊອກຫາ​ເພິ່ນ​ບໍ່​ພົບ, ເພາະ​ພຣະເຈົ້າ​ໄດ້​ຮັບ​ເພິ່ນ​ໄປ​ແລ້ວ”. ເພາະ​ກ່ອນ​ທີ່​ເພິ່ນ​ຖືກ​ຮັບ​ໄປ, ເພິ່ນ​ໄດ້​ຮັບ​ການຍົກຍ້ອງ​ວ່າ​ເປັນ​ຜູ້​ທີ່​ພຣະເຈົ້າ​ພໍໃຈ.

Uka jalj uñjjattʼäta Copia luraña




ເຮັບເຣີ 11:5
17 Jak'a apnaqawi uñst'ayäwi  

ເວລາ​ທີ່​ພຣະເຈົ້າຢາເວ​ໄດ້​ຮັບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ​ດ້ວຍ​ລົມພະຍຸ​ນັ້ນ ເອລີຢາ ແລະ ເອລີຊາ​ໄດ້​ເດີນທາງ​ອອກ​ຈາກ​ເມືອງ​ກິນການ.


ໃນ​ຂະນະທີ່​ທັງສອງ​ພວມ​ຍ່າງ​ລົມກັນ​ໄປ​ນັ້ນ; ທັນໃດນັ້ນ ກໍ​ມີ​ຝູງ​ມ້າໄຟ​ແກ່​ລົດມ້າ​ໄຟ​ຄັນ​ໜຶ່ງ​ແລ່ນ​ຜ່າ​ກາງ​ທັງສອງ​ໄປ ແລະ​ລົມພະຍຸ​ກໍ​ພັດ​ຫອບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ.


ແມ່ນ​ຜູ້ໃດ​ຈະ​ມີ​ຊີວິດ​ຢູ່​ຄໍ້າຟ້າ​ໄດ້? ມະນຸດ​ຈະ​ຮັກສາ​ຕົນ​ໃຫ້​ພົ້ນ​ຈາກ ຂຸມຝັງສົບ​ໄດ້​ຢ່າງ​ໃດ​ແດ່?


ແລ້ວ​ເພິ່ນ​ກໍ​ສັ່ງ​ເຈົ້າຊາຍ​ເຢຣາເມເອນ, ເສຣາອີຢາ​ລູກຊາຍ​ຂອງ​ອາຊະຣິເອນ ແລະ​ເຊເລມີຢາ​ລູກຊາຍ​ຂອງ​ອັບເດເອນ, ໃຫ້​ໄປ​ຈັບ​ຂ້າພະເຈົ້າ ແລະ​ບາຣຸກ ເລຂາທິການ​ຂອງ​ຂ້າພະເຈົ້າ. ແຕ່​ພຣະເຈົ້າຢາເວ​ໄດ້​ເຊື່ອງ​ພວກເຮົາ​ໄວ້.


ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ສຳແດງ​ໃຫ້​ເພິ່ນ​ຮູ້​ວ່າ ເພິ່ນ​ຈະ​ບໍ່​ຕາຍ​ກ່ອນ​ໄດ້​ເຫັນ​ພຣະຄຣິດ ຜູ້​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.


ລາເມັກ​ເປັນ​ລູກຊາຍ​ຂອງ​ເມທູເສລາ, ເມທູເສລາ​ເປັນ​ລູກຊາຍ​ຂອງ​ເອນົກ, ເອນົກ​ເປັນ​ລູກຊາຍ​ຂອງ​ຢາເຣັດ, ຢາເຣັດ​ເປັນ​ລູກຊາຍ​ຂອງ​ມະຫາລາເລນ, ມະຫາລາເລນ​ເປັນ​ລູກຊາຍ​ຂອງ​ເກນານ,


ແຕ່​ຕາມ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຊົງ​ລອງເບິ່ງ​ໃຈ​ຂອງເຮົາ ຈຶ່ງ​ຊົງ​ເຫັນຊອບ​ທີ່​ຈະ​ມອບ​ຂ່າວປະເສີດ​ໄວ້​ກັບ​ເຮົາ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ຢູ່ ບໍ່ແມ່ນ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພໍພຣະໄທ​ພຣະເຈົ້າ ຜູ້​ຊົງ​ທົດສອບ​ເບິ່ງ​ໃຈ​ຂອງ​ເຮົາ​ທັງຫລາຍ.


ແຕ່​ຖ້າ​ບໍ່ມີ​ຄວາມເຊື່ອ​ແລ້ວ ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ບໍ່ໄດ້. ດ້ວຍວ່າ, ຜູ້​ທີ່​ເຂົ້າ​ມາ​ເຝົ້າ​ພຣະເຈົ້າ​ໄດ້​ນັ້ນ ຕ້ອງ​ເຊື່ອ​ວ່າ​ພຣະອົງ​ຊົງພຣະຊົນ​ຢູ່ ແລະ​ພຣະອົງ​ຊົງ​ເປັນ​ຜູ້​ປະທານ​ລາງວັນ ໃຫ້​ແກ່​ຜູ້​ທີ່​ສະແຫວງ​ຫາ​ພຣະອົງ.


ແຕ່​ພວກເຮົາ​ກໍ​ເຫັນ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ເຮັດ​ໃຫ້​ຕໍ່າ​ກວ່າ​ເທວະດາ​ພຽງ​ຊົ່ວຄາວ​ນັ້ນ ຊົງ​ໄດ້​ຮັບ​ພຣະ​ສະຫງ່າຣາສີ ແລະ​ພຣະ​ກຽດຕິຍົດ​ເປັນ​ມົງກຸດ ເພາະ​ທີ່​ພຣະອົງ​ຊົງ​ຍອມ​ຕາຍ​ດ້ວຍ​ຄວາມ​ທໍລະມານ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະນຸດ​ທຸກຄົນ.


ແລະ​ເມື່ອ​ພວກເຮົາ​ຂໍ​ສິ່ງໃດ​ຈາກ​ພຣະອົງ ພວກເຮົາ​ກໍໄດ້​ຮັບ​ສິ່ງ​ນັ້ນ ເພາະ​ພວກເຮົາ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ຊົງ​ພໍພຣະໄທ.


ແມ່ນແຕ່​ເອນົກ ເຊື້ອສາຍ​ຜູ້​ທີ​ເຈັດ​ນັບ​ຈາກ​ອາດາມ ກໍໄດ້​ທຳນວາຍ​ໄວ້​ລ່ວງໜ້າ​ແລ້ວ ເຖິງ​ຄົນ​ເຫຼົ່ານີ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ ພ້ອມ​ຝູງ​ເທວະດາ​ຕົນ​ບໍຣິສຸດ​ຂອງ​ພຣະອົງ​ນັບ​ເປັນ​ໝື່ນໆ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka