Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 11:1 - ພຣະຄຳພີສັກສິ

1 ອັນ​ໜຶ່ງ​ຄວາມເຊື່ອ​ຄື​ຄວາມ​ແນ່ນອນ​ໃຈ ໃນ​ສິ່ງ​ທີ່​ເຮົາ​ຫວັງ​ໄວ້ ເປັນ​ຄວາມ​ຕາຍ​ໃຈ ເຖິງ​ສິ່ງ​ທີ່​ຍັງ​ບໍ່​ເຫັນ​ກັບ​ຕາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຄວາມເຊື່ອ​ຄື​ຄວາມແນ່ໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ຫວັງ​ໄວ້ ແລະ ໝັ້ນໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ເບິ່ງ​ບໍ່​ເຫັນ

Uka jalj uñjjattʼäta Copia luraña




ເຮັບເຣີ 11:1
24 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ໝັ້ນໃຈ​ວ່າ​ຂ້ານ້ອຍ​ຍັງ​ຈະ​ເຫັນ ພຣະຄຸນ​ຄວາມດີ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ຊີວິດ​ນີ້.


ເປັນຫຍັງ​ຈຶ່ງ​ໂສກເສົ້າ​ແລະ​ຍາກ​ລຳບາກ​ຍິ່ງ? ຂ້ານ້ອຍ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ຂ້ານ້ອຍ​ຍັງ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພຣະຜູ້ຊ່ວຍ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ຂ້າພະເຈົ້າ​ຮຽກຮ້ອງ​ຢ່າງ​ໜັກແໜ້ນ​ເຖິງ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ເໝືອນກັນ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າ ແລະ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ບັດນີ້ ຍັງ​ຕັ້ງ​ຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ ຄວາມ​ຫວັງໃຈ ແລະ​ຄວາມຮັກ ແຕ່​ສິ່ງ​ທີ່​ໃຫຍ່​ກວ່າ​ແມ່ນ​ຄວາມຮັກ.


ການ​ທີ່​ເຮົາ​ກ່າວ​ຢ່າງ​ນັ້ນ ເຮົາ​ບໍ່ໄດ້​ກ່າວ​ຕາມ​ຫລັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ກ່າວ​ເໝືອນ​ຄົນ​ໂງ່ ທີ່​ມີ​ຄວາມ​ໄວ້ໃຈ​ໃນ​ການ​ອວດ​ຂອງຕົນ.


ເພາະວ່າ ພວກເຮົາ​ບໍ່ໄດ້​ປັກໃຈ​ໃສ່​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່, ແຕ່​ໃນ​ສິ່ງ​ທີ່​ຕາ​ບໍ່​ເຫັນ. ດ້ວຍວ່າ, ສິ່ງ​ທີ່​ຕາ​ເຫັນ​ຢູ່​ນັ້ນ​ກໍ​ເປັນ​ຂອງ​ຊົ່ວຄາວ, ແຕ່​ສິ່ງ​ທີ່​ຕາ​ບໍ່​ເຫັນ​ນັ້ນ ກໍ​ດຳລົງ​ຢູ່​ຖາວອນ​ຕະຫລອດໄປ.


ເຫດສະນັ້ນ, ຖ້າ​ຜູ້ໃດ​ຢູ່​ໃນ​ພຣະຄຣິດ ຜູ້ນັ້ນ​ກໍ​ເປັນ​ຄົນ​ທີ່​ຖືກ​ຊົງ​ສ້າງ​ຂຶ້ນ​ໃໝ່​ແລ້ວ ຖານະ​ເກົ່າ​ເຫຼົ່ານັ້ນ​ກໍ​ລ່ວງ​ໄປ​ແລ້ວ ເບິ່ງແມ! ກາຍເປັນ​ສິ່ງ​ໃໝ່​ທັງ​ນັ້ນ.


ດ້ວຍວ່າ, ພວກເຮົາ​ດຳເນີນ​ຊີວິດ​ຕາມ​ຄວາມເຊື່ອ ບໍ່ແມ່ນ​ຕາມ​ທີ່​ຕາ​ເຫັນ.


ບໍ່​ດັ່ງນັ້ນ ຖ້າ​ຊາວ​ມາເກໂດເນຍ​ບາງຄົນ​ມາ​ກັບ​ເຮົາ ແລະ​ເຫັນ​ວ່າ​ເຈົ້າ​ທັງຫລາຍ​ບໍ່ໄດ້​ຈັດແຈງ​ໄວ້​ພ້ອມ ຕາມ​ທີ່​ເຮົາ​ໄດ້​ຕາຍໃຈ​ເຊື່ອ​ນັ້ນ ຢ່າ​ວ່າ​ແຕ່​ພວກເຈົ້າ​ຈະ​ຖືກ​ອັບອາຍ​ຂາຍໜ້າ, ແຕ່​ເຮົາ​ເອງ​ກໍ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ເໝືອນກັນ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ຈາກ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ເພື່ອ​ຊ່ວຍ​ສົ່ງເສີມ​ຄວາມເຊື່ອ​ຂອງ​ໄພ່ພົນ ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ນຳ​ໄປ​ສູ່​ຄວາມຈິງ​ຕາມ​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ສ່ວນ​ພວກເຮົາ ບໍ່​ຢູ່​ຝ່າຍ​ຄົນ​ທີ່​ຫລົບ​ຖອຍ​ຫລັງ ຈົນເຖິງ​ຄວາມ​ຈິບຫາຍ​ເສຍ ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ຈຶ່ງ​ຮັກສາ​ຊີວິດ​ແລະ​ຈິດໃຈ​ຂອງຕົນ​ໄວ້​ໃຫ້​ພົ້ນ​ໄດ້.


ສ່ວນ​ຄົນ​ເຫຼົ່ານັ້ນ ໄດ້​ຕາຍໄປ​ໃນ​ຂະນະທີ່​ມີ​ຄວາມເຊື່ອ ໂດຍ​ບໍ່ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນຍາ​ໄວ້ ແຕ່​ພວກເພິ່ນ​ກໍໄດ້​ເຫັນ​ແລະ​ຕ້ອນຮັບ​ໄວ້​ຕັ້ງແຕ່​ໄກ ແລະ​ຍອມ​ຮັບ​ວ່າ​ພວກເພິ່ນ​ເປັນ​ພຽງແຕ່​ແຂກ​ເມືອງ​ທີ່​ທ່ອງທ່ຽວ​ໄປມາ​ໃນ​ໂລກ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.


ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.


ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.


ດ້ວຍວ່າ, ພວກເຮົາ​ທຸກຄົນ​ເປັນ​ຜູ້​ຮ່ວມງານ​ກັບ​ພຣະຄຣິດ ຖ້າ​ພວກເຮົາ​ຢຶດຖື​ຄວາມ​ໄວ້ວາງໃຈ ທີ່​ພວກເຮົາ​ໄດ້​ມີ​ໃນ​ຕອນ​ຕົ້ນ​ນັ້ນ ໄວ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ພວກເຮົາ​ບໍ່​ປາຖະໜາ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນ​ກຽດຄ້ານ ແຕ່​ໃຫ້​ເປັນ​ເໝືອນ​ຄົນ​ເຫຼົ່ານັ້ນ ທີ່​ອາໄສ​ຄວາມເຊື່ອ​ແລະ​ຄວາມ​ພຽນ​ອົດທົນ ຈຶ່ງ​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ຊີໂມນ​ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ຮຽນ ທ່ານ​ທັງຫລາຍ ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ປະເສີດ ເທົ່າທຽມ​ກັນ​ກັບ​ເຮົາ ດ້ວຍ​ຄວາມ​ຊອບທຳ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka