Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 10:8 - ພຣະຄຳພີສັກສິ

8 ເມື່ອ​ພຣະອົງ​ຊົງ​ກ່າວ​ແລ້ວ​ວ່າ, “ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ” ກັບ “ເຄື່ອງ​ເຜົາບູຊາ​ແລະ​ເຄື່ອງ​ບູຊາ​ລຶບລ້າງ​ບາບ ທີ່​ເຂົາ​ໄດ້​ບູຊາ​ຕາມ​ກົດບັນຍັດ​ນັ້ນ ພຣະອົງ​ບໍ່​ຊົງ​ປະສົງ​ແລະ​ບໍ່​ຊົງ​ພໍພຣະໄທ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ປະການທຳອິດ​ພຣະອົງ​ໄດ້​ກ່າວ​ວ່າ, “ເຄື່ອງບູຊາ ແລະ ຂອງຖວາຍ, ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ​ໄຖ່​ບາບ​ພຣະອົງບໍ່​ຕ້ອງການ ແລະ ພຣະອົງ​ບໍ່​ໄດ້​ພໍໃຈ​ໃນ​ສິ່ງ​ເຫລົ່ານັ້ນ” ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ຖວາຍ​ໂດຍ​ອີງຕາມ​ກົດບັນຍັດ​ກໍ​ຕາມ.

Uka jalj uñjjattʼäta Copia luraña




ເຮັບເຣີ 10:8
4 Jak'a apnaqawi uñst'ayäwi  

ການ​ບູຊາ​ກັບ​ເຄື່ອງ​ຖວາຍ​ນັ້ນ ພຣະອົງ​ບໍ່​ຕ້ອງການ ພຣະອົງ​ບໍ່ໄດ້​ຂໍ​ໃຫ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ຫລື​ຖາມ​ຫາ​ເຄື່ອງ​ບູຊາ​ລືບລ້າງ​ບາບ​ທັງຫລາຍ ແຕ່​ໃຫ້​ຂ້ານ້ອຍ​ມີ​ຫູ​ເພື່ອ​ຟັງ​ສຽງ​ຂອງ​ພຣະເຈົ້າ.


ແລະ ທີ່​ຈະ​ຮັກ​ພຣະເຈົ້າ​ດ້ວຍ​ສຸດໃຈ ດ້ວຍ​ສຸດຈິດ ດ້ວຍ​ສຸດ​ຄວາມຄິດ ແລະ​ດ້ວຍ​ສຸດ​ກຳລັງ​ຂອງຕົນ ແລະ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ​ນັ້ນ ກໍ​ປະເສີດ​ຫລາຍກວ່າ​ຂອງ​ຖວາຍ ແລະ​ເຄື່ອງ​ເຜົາບູຊາ​ທັງປວງ.”


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ເພາະສະນັ້ນ ໃນ​ເວລາ​ທີ່​ພຣະຄຣິດ​ໄດ້​ສະເດັດ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ຊົງ​ກ່າວ​ວ່າ, “ເຄື່ອງ​ບູຊາ​ກັບ​ເຄື່ອງ​ຖວາຍ​ພຣະອົງ​ບໍ່​ປະສົງ ແຕ່​ພຣະອົງ​ຊົງ​ໄດ້​ຈັດຕຽມ​ຮ່າງກາຍ​ໄວ້​ສຳລັບ​ຂ້ານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka