Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 10:7 - ພຣະຄຳພີສັກສິ

7 ເມື່ອນັ້ນ ຂ້ານ້ອຍ​ຈຶ່ງ​ທູນ​ວ່າ, ‘ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ໄດ້​ມາ​ເພື່ອ​ຈະ​ເຮັດ ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ຕາມ​ທີ່​ມີ​ເລື່ອງ​ຂອງ​ຂ້ານ້ອຍ ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນັ້ນ.”’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ແລ້ວ​ຂ້ານ້ອຍ​ຈຶ່ງ​ຕອບ​ວ່າ, ‘ຂ້ານ້ອຍ​ຢູ່​ທີ່​ນີ້ ດັ່ງ​ທີ່​ໃນ​ໜັງສື​ມ້ວນ​ໄດ້​ຂຽນ​ເຖິງ​ຂ້ານ້ອຍ​ໄວ້​ນັ້ນ ຂ້າແດ່​ພຣະເຈົ້າ, ຂ້ານ້ອຍ​ໄດ້​ມາ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ’”.

Uka jalj uñjjattʼäta Copia luraña




ເຮັບເຣີ 10:7
12 Jak'a apnaqawi uñst'ayäwi  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ແລ້ວ​ໜັງສື​ມ້ວນ​ໜຶ່ງ​ກໍ​ຖືກ​ຄົ້ນພົບ​ໃນ​ເມືອງ​ເອັກບາທານາ ແຂວງ​ເມເດຍ ຊຶ່ງ​ມີ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້:


ມີ​ຄວາມສຸກ​ສຳລານ​ຢູ່​ກັບ​ໂລກ​ມະນຸດ​ເຮົາ ແລະ​ພຶງ​ພໍໃຈ​ຢູ່​ກັບ​ມວນ​ມະນຸດ​ຊາດ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໃຫ້​ຂ້ອຍ​ໄດ້​ມີ​ຄວາມ​ເຂົ້າໃຈ ແລະ​ຂ້ອຍ​ກໍ​ບໍ່ໄດ້​ກະບົດ​ຫລື​ຫັນໜີ​ຈາກ​ພຣະອົງ.


“ຈົ່ງ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ມາ​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ເຖິງ​ອິດສະຣາເອນ ແລະ​ຢູດາ​ລວມ​ທັງ​ຊົນຊາດ​ທັງໝົດ. ຈົ່ງ​ຂຽນ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ກ່າວ​ແກ່​ເຈົ້າ​ເທື່ອ​ທຳອິດ ເມື່ອ​ເຈົ້າ​ໂຢສີຢາ​ເປັນ​ກະສັດ​ຈົນເຖິງ​ທຸກ​ວັນນີ້.


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ມື​ເບື້ອງໜຶ່ງ ຖື​ໜັງສື​ມ້ວນ​ເດ່​ອອກ​ມາ​ທາງ​ຂ້າພະເຈົ້າ.


ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ກິນ​ໜັງສື​ມ້ວນ​ນີ້ ແລະ​ໄປ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ເຖີດ.”


ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ອາຫານ​ຂອງເຮົາ​ແມ່ນ​ການ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພຣະອົງ​ສຳເລັດ.


“ເຮົາ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ຕາມ​ລຳພັງໃຈ​ຂອງເຮົາ​ເອງ​ບໍ່ໄດ້ ເຮົາ​ຕັດສິນ​ຕາມ​ທີ່​ພຣະເຈົ້າ​ບອກ​ເຮົາ​ເທົ່ານັ້ນ ແລະ​ການ​ຕັດສິນ​ຂອງເຮົາ​ກໍ​ຍຸດຕິທຳ ເພາະ​ເຮົາ​ບໍ່ໄດ້​ພະຍາຍາມ​ເຮັດ​ຕາມ​ໃຈ​ຂອງເຮົາ​ເອງ ແຕ່​ເຮັດ​ຕາມ​ໃຈ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.”


ເພາະ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ ບໍ່ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ຂອງ​ຕົນເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka