3 ແຕ່ການຖວາຍເຄື່ອງບູຊາຕ່າງໆນັ້ນ ເປັນການເຕືອນໃຫ້ລະນຶກເຖິງຄວາມບາບທຸກໆປີ.
3 ແຕ່ເຄື່ອງບູຊາເຫລົ່ານັ້ນເປັນສິ່ງເຕືອນໃຫ້ສຳນຶກບາບທຸກປີ.
ຜູ້ເປັນແມ່ຈຶ່ງເວົ້າກັບເອລີຢາວ່າ, “ທ່ານຜູ້ເປັນຄົນຂອງພຣະເຈົ້າ ເປັນຫຍັງທ່ານຈຶ່ງເຮັດກັບຂ້ານ້ອຍແບບນີ້? ທ່ານມານີ້ເພື່ອທົບທວນໃຫ້ຫວນລະນຶກເຖິງບາບຂອງຂ້ານ້ອຍແຕ່ເກົ່າກ່ອນ ແລະເປັນເຫດໃຫ້ລູກຊາຍຂອງຂ້ານ້ອຍຕາຍດ້ວຍ?”
ທຸກໆປີໃດ ໃຫ້ປະໂຣຫິດອາໂຣນປະກອບພິທີຊຳລະແທ່ນບູຊາເທື່ອໜຶ່ງ ໂດຍໃຫ້ເອົາເລືອດຂອງສັດທີ່ຖວາຍສຳລັບການໄຖ່ບາບ ຫົດສົງໃສ່ຈອມແທ່ນທັງສີ່ດ້ານ. ໃຫ້ປະກອບພິທີນີ້ທຸກໆປີຕະຫລອດໄປ. ແລ້ວແທ່ນນີ້ກໍຈະເປັນແທ່ນບູຊາທີ່ບໍຣິສຸດທັງສິ້ນ ຊຶ່ງໄດ້ອຸທິດຖວາຍແກ່ພຣະເຈົ້າຢາເວ.”
ຈົ່ງຢຶດຖືລະບຽບການເຫຼົ່ານີ້ໄວ້ທຸກຍຸກທຸກສະໄໝສືບໄປ. ພິທີຊຳລະນີ້ໃຫ້ຈັດຂຶ້ນປີລະເທື່ອ ເພື່ອຊຳລະປະຊາຊົນອິດສະຣາເອນຈາກການບາບຂອງພວກເຂົາ. ດັ່ງນັ້ນ ໂມເຊ ຈຶ່ງໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
ນີ້ແຫຼະ ແມ່ນເລືອດຂອງເຮົາ ຊຶ່ງເປັນເລືອດແຫ່ງພັນທະສັນຍາຂອງພຣະເຈົ້າ ທີ່ຫລັ່ງໄຫລອອກສຳລັບຄົນຈຳນວນຫລາຍ ເພື່ອຄວາມຜິດບາບຈະໄດ້ຮັບການອະໄພ.
ພວກສາວົກຂອງພຣະອົງ ຈຶ່ງລະນຶກເຖິງຖ້ອຍຄຳທີ່ໄດ້ຂຽນໄວ້ວ່າ, “ຄວາມຮ້ອນໃຈສຳລັບວິຫານຂອງພຣະອົງ ກໍເປັນດັ່ງໄຟທີ່ໄໝ້ຢູ່ພາຍໃນຂ້ານ້ອຍ.”
ສ່ວນຫ້ອງຊັ້ນໃນນັ້ນ ມີແຕ່ມະຫາປະໂຣຫິດຜູ້ດຽວເທົ່ານັ້ນທີ່ເຂົ້າໄປໄດ້ ແລະເພິ່ນເຂົ້າໄປໄດ້ປີລະເທື່ອເທົ່ານັ້ນ. ເພິ່ນຕ້ອງນຳເລືອດສັດເຂົ້າໄປຖວາຍແກ່ພຣະເຈົ້າສຳລັບຕົນເອງ ແລະເພື່ອຄວາມຜິດໂດຍບໍ່ເຈດຕະນາຂອງປະຊາຊົນ.