Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 10:11 - ພຣະຄຳພີສັກສິ

11 ຝ່າຍ​ປະໂຣຫິດ​ທຸກຄົນ ກໍ​ປະຕິບັດ​ໜ້າທີ່​ຂອງຕົນ​ທຸກ​ວັນ ແລະ​ນຳ​ເຄື່ອງ​ບູຊາ​ແບບ​ດຽວກັນ​ມາ​ຖວາຍ​ເລື້ອຍໆ ແຕ່​ເຄື່ອງ​ບູຊາ​ເຫຼົ່ານັ້ນ ບໍ່​ສາມາດ​ຊຳລະ​ບາບກຳ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ແຕ່ລະວັນ​ປະໂລຫິດ​ທຸກຄົນ​ຢືນ​ປະຕິບັດໜ້າທີ່​ທາງ​ສາສະໜາ​ຂອງ​ຕົນ, ທຸກຄັ້ງ​ເພິ່ນ​ກໍ​ໄດ້​ຖວາຍ​ເຄື່ອງບູຊາ​ແບບ​ດຽວ​ກັນ ເຊິ່ງ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ສິ້ນ​ໄປ​ໄດ້​ເລີຍ.

Uka jalj uñjjattʼäta Copia luraña




ເຮັບເຣີ 10:11
21 Jak'a apnaqawi uñst'ayäwi  

ແຕ່ລະມື້ ເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ເພື່ອ​ເປັນ​ການ​ລຶບລ້າງ​ບາບ. ການ​ຖວາຍບູຊາ​ນີ້​ຈະ​ເປັນ​ການ​ຊຳລະ​ແທ່ນບູຊາ. ແລ້ວ​ຈົ່ງ​ຫົດສົງ​ແທ່ນບູຊາ​ນີ້​ດ້ວຍ​ນໍ້າມັນ​ໝາກກອກເທດ ເພື່ອ​ໃຫ້​ສັກສິດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ຄິດວ່າ​ເຮົາ​ຢາກ​ໄດ້​ສິ່ງ​ທີ່​ພວກເຈົ້າ ສືບຕໍ່​ນຳ​ມາ​ຖວາຍ​ແກ່​ເຮົາ​ຊັ້ນບໍ? ເຮົາ​ອີ່ມ​ພໍແລ້ວ​ສຳລັບ​ແກະ​ທີ່​ພວກເຈົ້າ​ນຳ​ມາ​ເຜົາບູຊາ ແລະ​ໄຂມັນ​ສັດ​ໂຕ​ຕຸ້ຍພີ​ດີ​ຂອງ​ພວກເຈົ້າ​ນັ້ນ. ເຮົາ​ເປີດໜ່າຍ​ເລືອດ​ງົວ​ກັບ​ເລືອດ​ແກະ​ແລະ​ເລືອດ​ແບ້.


ບ່ອນ​ນີ້​ຈະ​ເປັນ​ສ່ວນ​ສັກສິດ​ຂອງ​ປະເທດ ແຍກ​ໄວ້​ສຳລັບ​ພວກ​ປະໂຣຫິດ​ຜູ້​ທີ່​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ພຣະວິຫານ​ນີ້. ທີ່​ບໍລິເວນ​ນີ້​ຈະ​ມີ​ເຮືອນ​ຂອງ​ພວກເຂົາ ແລະ​ມີ​ດິນ​ຕອນ​ທີ່​ຖືກ​ຈັດ​ໄວ້​ສຳລັບ​ພຣະວິຫານ.


ທະຫານ​ບາງຄົນ​ຂອງ​ລາວ​ຈະ​ເຮັດ​ໃຫ້​ພຣະວິຫານ​ເສຍ​ຄວາມ​ສັກສິດ. ພວກເຂົາ​ຈະ​ໃຫ້​ເລີກ​ການ​ເຜົາບູຊາ​ປະຈຳວັນ ແລະ​ຕັ້ງ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ​ຂຶ້ນ.


ຕັ້ງແຕ່​ການຖວາຍ​ເຄື່ອງ​ເຜົາບູຊາ​ປະຈຳວັນ​ຖືກ​ຍົກເລີກ​ໄປ ໝາຍຄວາມວ່າ ແຕ່​ເວລາ​ຕັ້ງ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ​ຂຶ້ນ ໜຶ່ງພັນ​ສອງຮ້ອຍ​ເກົ້າສິບ​ວັນ ຈະ​ຜ່ານ​ພົ້ນ​ໄປ.


ມັນ​ໂຈມຕີ​ແມ່ນແຕ່​ກອງທັບ​ແຫ່ງ​ຟ້າສະຫວັນ ໂດຍ​ຫ້າມປາມ​ບໍ່​ໃຫ້​ຜູ້ໃດ​ນຳ​ເຄື່ອງ​ເຜົາບູຊາ​ປະຈຳວັນ​ມາ​ຖວາຍ​ແກ່​ກອງທັບ ແລະ​ທັງ​ທຳລາຍ​ມ້າງເພ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ.


ເມື່ອ​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ກໍ​ມີ​ເທວະດາ​ຄັບຣີເອນ ຕົນ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ເທື່ອ​ທຳອິດ​ນັ້ນ ເຫາະ​ລົງ​ມາ​ສູ່​ບ່ອນ​ຂ້າພະເຈົ້າ​ຢູ່. ພໍດີ​ເປັນ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຕອນຄໍ່າ.


ຜູ້ປົກຄອງ​ຄົນ​ນັ້ນ​ຈະ​ມີ​ຂໍ້​ຕົກລົງ​ຢ່າງ​ໜັກແໜ້ນ ກັບ​ຄົນ​ຈຳນວນ​ຫລາຍ​ເປັນ​ເວລາ​ເຈັດ​ປີ; ພໍ​ເມື່ອ​ສາມ​ປີ​ເຄິ່ງ​ຜ່ານ​ໄປ ລາວ​ຈະ​ສັ່ງ​ເລີກ​ບໍ່​ໃຫ້​ມີ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ. ເທິງ​ທີ່​ສູງສຸດ​ຂອງ​ພຣະວິຫານ​ນັ້ນ ຈະ​ມີ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ ຕັ້ງ​ຢູ່ ແລະ​ມັນ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ຈົນເຖິງ​ເວລາ​ທີ່​ພຣະເຈົ້າ ເຮັດ​ໃຫ້​ຜູ້​ທີ່​ຕັ້ງ​ມັນ​ໄວ້​ນັ້ນ​ໄດ້​ພົບ​ຈຸດຈົບ.”


ເມື່ອ​ຂ້າພະເຈົ້າ​ມາ​ນະມັດສະການ​ພຣະເຈົ້າຢາເວ ແລະ​ກົ້ມຂາບ​ຕໍ່ໜ້າ​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ ຂ້າພະເຈົ້າ​ຈະ​ເອົາ​ຫຍັງ​ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຈະ​ນຳ​ເອົາ​ລູກ​ງົວ​ໂຕ​ຕຸ້ຍພີ​ດີທີ່ສຸດ ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະອົງ​ບໍ?


ໃນທຳນອງ​ດຽວກັນ ຈົ່ງ​ຖວາຍບູຊາ​ດ້ວຍ​ໄຟ​ຕະຫລອດ​ເຈັດ​ວັນ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ຈົ່ງ​ຖວາຍ​ສິ່ງ​ເຫຼົ່ານີ້ ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍ​ປະຈຳ​ວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ.


ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ເຄື່ອງ​ເຜົາບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ມີ: ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ຕື່ມ​ໃສ່​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳ​ສຳລັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳວັນ​ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ຖວາຍ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ດ້ວຍວ່າ, ກົດບັນຍັດ​ນັ້ນ ເປັນ​ພຽງແຕ່​ເງົາ ທີ່​ເລັງ​ເຖິງ​ສິ່ງ​ປະເສີດ​ທັງຫລາຍ ທີ່​ຈະ​ມາ​ພາຍໜ້າ​ນັ້ນ ແລະ​ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫຼົ່ານັ້ນ, ເຄື່ອງ​ບູຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ສະເໝີ​ມາ ຕາມ​ກົດບັນຍັດ​ນັ້ນ ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ມາ​ເຂົ້າ​ເຝົ້າ​ພຣະເຈົ້າ​ເຖິງ​ທີ່​ສຳເລັດ​ຄົບຖ້ວນ​ໄດ້​ຈັກເທື່ອ


ດ້ວຍວ່າ, ເລືອດ​ງົວເຖິກ​ແລະ​ເລືອດ​ແບ້ ບໍ່​ສາມາດ​ຊຳລະ​ຄວາມ​ບາບ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.


ຝ່າຍ​ມະຫາ​ປະໂຣຫິດ​ທຸກຄົນ​ນັ້ນ ແມ່ນ​ຜູ້​ຖືກ​ເລືອກ​ໄວ້​ຈາກ​ມະນຸດ ແລະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ແທນ​ມະນຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ.


ພຣະອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູຊາ​ມາ​ທຸກໆ​ວັນ ເໝືອນ​ດັ່ງ​ມະຫາ​ປະໂຣຫິດ​ຄົນ​ອື່ນໆ ຜູ້​ຊຶ່ງ​ຕອນ​ທຳອິດ​ຖວາຍ​ສຳລັບ​ການບາບ​ຂອງ​ຕົນເອງ ແລ້ວ​ຈຶ່ງ​ຖວາຍ​ສຳລັບ​ຄວາມ​ບາບ​ຂອງ​ພົນລະເມືອງ ສ່ວນ​ພຣະອົງ ໄດ້​ຊົງ​ຖວາຍ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ຄື​ເມື່ອ​ພຣະອົງ​ໄດ້​ຊົງ​ນຳ​ພຣະອົງ​ເອງ​ມາ​ຖວາຍ.


ພຣະອົງ​ບົວລະບັດ​ຮັບໃຊ້​ເປັນ​ມະຫາ​ປະໂຣຫິດ​ຢູ່​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ຄື​ຢູ່​ໃນ​ຫໍເຕັນ​ສັກສິດ​ອັນ​ແທ້ຈິງ ຊຶ່ງ​ບໍ່ແມ່ນ​ມະນຸດ​ເປັນ​ຜູ້​ຕັ້ງ​ຂຶ້ນ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້.


ບັດນີ້ ຖ້າ​ພຣະອົງ​ຊົງ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍ​ຈະ​ບໍ່​ຊົງ​ເປັນ​ປະໂຣຫິດ ເພາະວ່າ​ມີ​ປະໂຣຫິດ​ທີ່​ຖວາຍ​ເຄື່ອງຂອງ​ຕ່າງໆ​ຕາມ​ກົດບັນຍັດ​ຢູ່​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka