Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 1:8 - ພຣະຄຳພີສັກສິ

8 ແຕ່​ສ່ວນ​ພຣະບຸດ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ຣາຊບັນລັງ​ຂອງ​ພຣະອົງ​ນັ້ນ ກໍ​ຕັ້ງໝັ້ນຄົງ​ຕະຫລອດໄປ ພຣະອົງ​ຈະ​ຊົງ​ປົກຄອງ​ອານາຈັກ ຂອງ​ພຣະອົງ ດ້ວຍ​ຄວາມ​ຍຸດຕິທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ສ່ວນ​ພຣະບຸດ​ນັ້ນ​ພຣະອົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ, ບັນລັງ​ຂອງ​ພຣະອົງ​ຈະ​ຕັ້ງໝັ້ນຄົງ​ຕະຫລອດໄປ​ເປັນນິດ, ພຣະອົງ​ຈະ​ປົກຄອງ​ອານາຈັກ​ຂອງ​ພຣະອົງ​ດ້ວຍ​ກະບອງ​ແຫ່ງ​ຄວາມຊອບທຳ.

Uka jalj uñjjattʼäta Copia luraña




ເຮັບເຣີ 1:8
33 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ຕໍ່​ຂ້ານ້ອຍ ຜູ້​ຄຸ້ມຄອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ກະສັດ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ ແລະ​ປົກຄອງ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ.


ການ​ຄອງ​ອຳນາດ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອຳນາດ​ຂອງ​ພຣະອົງ​ກໍ​ຍືນຍົງ​ໄປຕະຫລອດ. ພຣະເຈົ້າຢາເວ​ສັດຊື່​ຕໍ່​ຄຳສັນຍາ​ຂອງ​ພຣະອົງ ພຣະອົງ​ມີ​ໃຈ​ເມດຕາ​ຕໍ່​ການກະທຳ​ທັງສິ້ນ.


ຂໍ​ໃຫ້​ຄວາມ​ຊອບທຳ​ຈະເລີນ​ຂຶ້ນ​ໃນ​ຄາວ​ທີ່​ເພິ່ນ​ຍັງ​ມີ​ຊີວິດ​ຢູ່ ຂໍ​ໃຫ້​ຄວາມ​ຈະເລີນ​ຍືນຍົງ​ຢູ່​ເທົ່າ​ດວງຈັນ​ຍັງ​ສ່ອງແສງ.


ກະສັດ​ຜູ້​ຊົງ​ອຳນາດ​ຍິ່ງໃຫຍ່ ເພາະ​ພຣະອົງ​ຮັກ​ການ​ກະທຳ​ທີ່​ເປັນ​ທຳ ແລະ​ໃຫ້​ມີ​ຄວາມ​ຍຸດຕິທຳ​ໃນ​ຊາດ​ອິດສະຣາເອນ ພຣະອົງ​ໄດ້​ນຳ​ຄວາມ​ຊອບທຳ​ແລະ​ຄວາມ​ເປັນທຳ​ມາ​ໃຫ້.


ເຊື້ອສາຍ​ອິດສະຣາເອນ​ທັງໝົດ​ຈະ​ຕັ້ງ​ຢູ່​ໃນ​ຄວາມມີໄຊ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ໃນ​ພຣະເຈົ້າຢາເວ.”


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຖ້າ​ຂ້ານ້ອຍ​ເວົ້າ​ຄວາມຈິງ ທ່ານ​ກໍ​ຈະ​ລົງໂທດ​ຂ້ານ້ອຍ​ໃຫ້​ເຖິງ​ຕາຍ; ຖ້າ​ຂ້ານ້ອຍ​ໃຫ້​ຄຳແນະນຳ​ແກ່​ທ່ານ, ທ່ານ​ພັດ​ບໍ່​ເອົາໃຈໃສ່.”


ແຕ່​ເຮົາ​ຈະ​ສະແດງ​ຄວາມຮັກ​ຕໍ່​ປະຊາຊົນ​ຢູດາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ; ແຕ່​ບໍ່ແມ່ນ​ດ້ວຍ​ເສິກ​ສົງຄາມ ຄື​ດ້ວຍ​ດາບ ຫລື​ໜ້າທະນູ​ແລະ​ລູກສອນ ຫລື​ດ້ວຍ​ມ້າ ແລະ​ເຫຼົ່າ​ທະຫານ​ມ້າ.”


ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ດ້ວຍ​ໃຈ​ສັດຊື່ ແລະ​ດ້ວຍ​ຄວາມ ຊອບທຳ​ຕໍ່​ພຣະພັກ​ພຣະອົງ​ ຕະຫລອດ​ຊີວິດ​ຂອງ​ພວກເຮົາ.


ເຮົາ​ກັບ​ພຣະບິດາເຈົ້າ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.”


ພວກ​ຢິວ​ຕອບ​ຄືນ​ວ່າ, “ພວກເຮົາ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ ບໍ່ແມ່ນ​ຍ້ອນ​ການ​ດີ​ຢ່າງໃດ​ຢ່າງໜຶ່ງ ແຕ່​ຍ້ອນ​ເຈົ້າ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ເຈົ້າ​ເປັນ​ພຽງ​ມະນຸດ​ເທົ່ານັ້ນ, ແຕ່​ເຈົ້າ​ຕັ້ງ​ເຈົ້າ​ເອງ​ເປັນ​ພຣະເຈົ້າ.”


ໂທມາ​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ.”


ພວກເຂົາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ພວກ​ບັນພະບຸລຸດ​ຄົນ​ສຳຄັນ ແລະ​ພຣະຄຣິດ​ກໍໄດ້​ບັງເກີດ​ເປັນ​ມະນຸດ​ໃນ​ເຊື້ອຊາດ​ຂອງ​ພວກເຂົາ ຂໍ​ໃຫ້​ພຣະເຈົ້າ​ຜູ້ປົກຄອງ​ເໜືອ​ສິ່ງສາລະພັດ ຈົ່ງ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ເປັນນິດ​ເທີ້ນ ອາແມນ.


ດ້ວຍວ່າ, ຈຳເປັນ​ທີ່​ພຣະຄຣິດ​ຕ້ອງ​ຂຶ້ນ​ປົກຄອງ​ໃນ​ອານາຈັກ​ຂອງ​ພຣະອົງ ຈົນກວ່າ​ພຣະເຈົ້າ​ຊົງ​ປາບ​ສັດຕູ​ທັງປວງ ໃຫ້​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພຣະອົງ.


ແຕ່​ພວກເຮົາ​ບໍ່ໄດ້​ເຂົ້າ​ໄປ​ໃກ້​ເຂດແດນ​ຂອງ​ຊາວ​ອຳໂມນ ຫລື​ທົ່ງພຽງ​ຕາມ​ແຄມ​ແມ່ນໍ້າ​ຢັບໂບກ ຫລື​ເມືອງ​ຕ່າງໆ​ຢູ່​ທີ່​ເຂດ​ເນີນພູ ຫລື​ບ່ອນ​ອື່ນໆ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ສັ່ງ​ໄວ້​ບໍ່​ໃຫ້​ພວກເຮົາ​ເຂົ້າ​ໄປ.”


ບໍ່ມີ​ຊົນຊາດ​ໃດ​ໃນ​ໂລກນີ້ ຈະ​ໄດ້​ຮັບ​ພອນ​ຢ່າງ​ຫລວງຫລາຍ​ເໝືອນ​ດັ່ງ​ພວກເຈົ້າ. ບໍ່ມີ​ຄົນ​ໃດ​ແລະ​ສັດ​ໂຕ​ໃດ​ໃນ​ທ່າມກາງ​ພວກເຈົ້າ​ຈະ​ເປັນ​ໝັນ.


ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.


ດ້ວຍ​ທາງ​ນີ້​ແຫຼະ ພຣະເຈົ້າ​ຈະ​ຊົງ​ປະທານ​ສິດ​ສົມບູນ​ແກ່​ເຈົ້າ​ທັງຫລາຍ ໃຫ້​ເຂົ້າ​ໄປ​ໃນ​ຣາຊ​ແຜ່ນດິນ​ອັນ​ນິຣັນດອນ ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ.


ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka