Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 1:5 - ພຣະຄຳພີສັກສິ

5 ເພາະ​ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ​ພຣະອົງ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງເຮົາ ວັນ​ນີ້​ເຮົາ​ໃຫ້​ກຳເນີດ​ແກ່​ທ່ານ.” ແລະ​ກ່າວ​ອີກ​ວ່າ, “ເຮົາ​ຈະ​ເປັນ​ບິດາ​ຂອງທ່ານ ຝ່າຍ​ທ່ານ​ກໍ​ຈະ​ເປັນ​ບຸດ​ຂອງເຮົາ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເພາະ​ພຣະເຈົ້າ​ເຄີຍ​ກ່າວ​ກັບ​ເທວະດາ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ວັນນີ້ ເຮົາ​ໄດ້​ກາຍເປັນ​ບິດາ​ຂອງ​ທ່ານ”? ຫລື ອີກ​ຄັ້ງ​ໜຶ່ງ, “ເຮົາ​ຈະ​ເປັນ​ບິດາ​ຂອງ​ລາວ, ແລະ ລາວ​ຈະ​ເປັນ​ບຸດ​ຂອງ​ເຮົາ”?

Uka jalj uñjjattʼäta Copia luraña




ເຮັບເຣີ 1:5
8 Jak'a apnaqawi uñst'ayäwi  

ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ​ແລະ​ລາວ​ຈະ​ເປັນ​ລູກ​ຂອງເຮົາ. ເມື່ອ​ລາວ​ເຮັດ​ຜິດ ເຮົາ​ກໍ​ຈະ​ລົງໂທດ​ລາວ​ດັ່ງ​ພໍ່​ລົງໂທດ​ລູກຊາຍ​ຂອງຕົນ.


ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ ແລະ​ລາວ​ຈະ​ເປັນ​ລູກຊາຍ​ຂອງເຮົາ. ເຮົາ​ຈະ​ບໍ່​ຖອນ​ການ​ອຸ້ມຊູ​ລາວ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ກັບ​ໂຊນ ຜູ້​ທີ່​ເຮົາ​ໄດ້​ປົດ​ອອກ​ຈາກ​ການ​ເປັນ​ກະສັດ​ເພື່ອ​ໃຫ້​ເຈົ້າ​ຂຶ້ນ​ເປັນ​ກະສັດ​ແທນ.


ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ໃຫ້​ເຮົາ ແລະ​ລາວ​ຈະ​ເປັນ​ລູກຊາຍ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ. ເຊື້ອວົງ​ຂອງ​ລາວ​ຈະ​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ.”’


ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ໂຊໂລໂມນ ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ຂອງເຮົາ. ເຮົາ​ໄດ້​ເລືອກເອົາ​ລາວ​ໃຫ້​ເປັນ​ລູກຊາຍ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ.


ກະສັດ​ກ່າວ​ວ່າ, “ເຮົາ​ຈະ​ປ່າວ​ປະກາດ​ຕາມ​ຄຳ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ” ພຣະອົງ​ໄດ້​ກ່າວ​ຕໍ່​ເຮົາ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ເຮົາ​ເປັນ​ບິດາ​ຂອງ​ເຈົ້າ.”


ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະສັນຍາ​ນັ້ນ​ສຳເລັດ​ແລ້ວ, ສຳລັບ​ພວກເຮົາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ພວກເພິ່ນ ໂດຍ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງ​ສັນລະເສີນ ບົດ​ທີ​ສອງ​ວ່າ, ‘ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ວັນ​ນີ້ ເຮົາ​ໄດ້​ໃຫ້​ກຳເນີດ​ເຈົ້າ.’


ໃນທຳນອງ​ດຽວກັນ ພຣະຄຣິດ​ກໍ​ບໍ່ໄດ້​ຊົງ​ຍົກຍໍ​ພຣະອົງ​ເອງ​ຂຶ້ນ​ເປັນ​ມະຫາ​ປະໂຣຫິດ ແຕ່​ຊົງ​ຮັບ​ພຣະ​ກຽດ​ນີ້​ຈາກ​ພຣະເຈົ້າ​ຜູ້​ຊົງ​ກ່າວ​ກັບ​ພຣະອົງ​ວ່າ, “ທ່ານ​ນັ້ນ​ແຫຼະ ເປັນ​ບຸດ​ຂອງເຮົາ ຝ່າຍ​ເຮົາ ເຮົາ​ໃຫ້​ກຳເນີດ​ທ່ານ​ໃນວັນນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka