Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 1:3 - ພຣະຄຳພີສັກສິ

3 ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ

Uka jalj uñjjattʼäta Copia luraña




ເຮັບເຣີ 1:3
42 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ, ມີ​ໄຊຊະນະ, ງົດງາມ​ແລະ​ເຕັມປ່ຽມ​ດ້ວຍ​ສະຫງ່າຣາສີ. ທຸກໆ​ສິ່ງ​ໃນ​ຈັກກະວານ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ກໍ​ເປັນ​ຂອງ​ພຣະອົງ, ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ຈອມ​ກະສັດ​ປົກຄອງ​ເໜືອ​ສັບພະທຸກສິ່ງ.


ແສງທອງ​ສ່ອງ​ຈາກ​ທາງທິດເໜືອ​ໃຫ້​ເຫັນ ພຣະ​ສະຫງ່າຣາສີ​ກໍ​ເຕັມ​ພາຍ​ໃນ​ພວກເຮົາ​ຈົນ​ຢ້ານ.


ພຣະເຈົ້າຢາເວ​ກ່າວ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ວ່າ, “ຈົ່ງ​ນັ່ງ​ທີ່​ກໍ້າ​ຂວາມື​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ມອບ​ເຫຼົ່າ​ສັດຕູ ໃຫ້​ກົ້ມ​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.”


ເຖິງ​ແມ່ນ​ວ່າ​ສັບພະທຸກສິ່ງ​ທີ່​ມີ​ຊີວິດ​ນັ້ນ ສັ່ນ​ສະທ້ານ​ຢ້ານກົວ​ກໍຕາມ ແຜ່ນດິນ​ໂລກ​ຄອນແຄນ​ກໍຕາມ ແຕ່​ເຮົາ​ຈະ​ຮັກສາ​ພື້ນຖານ​ມັນ​ໃຫ້​ໝັ້ນຄົງ​ຢູ່.


ກະສັດ​ເຮັດ​ທຸກສິ່ງ​ດ້ວຍ​ອຳນາດ ແລະ​ບໍ່ມີ​ຜູ້ໃດ​ທ້າທາຍ​ສິ່ງ​ທີ່​ເພິ່ນ​ເຮັດ​ນັ້ນ​ໄດ້.


ຝ່າຍ​ປະໂຣຫິດ​ຈະ​ຖວາຍ​ນົກ​ໂຕໜຶ່ງ​ໃນ​ສອງ​ໂຕ​ນັ້ນ ເພື່ອ​ເປັນ​ການ​ລຶບລ້າງ​ບາບ ແລະ​ໂຕໜຶ່ງ​ອີກ​ເພື່ອ​ເຜົາ​ຖວາຍບູຊາ​ດ້ວຍ​ໄຟ​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ຊາຍ​ຄົນ​ນັ້ນ. ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ລາວ​ໃຫ້​ໝົດ​ມົນທິນ​ຕາມ​ກົດບັນຍັດ ຍ້ອນ​ມີ​ສິ່ງ​ໄຫຼ​ອອກ​ນັ້ນ.


ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ


“ອາຈານ​ເອີຍ, ໂມເຊ​ໄດ້​ກ່າວ​ວ່າ, ຖ້າ​ຊາຍ​ຄົນ​ໜຶ່ງ​ຕາຍໄປ​ໂດຍ​ຍັງ​ບໍ່ມີ​ລູກ​ນຳ​ເມຍ​ຂອງຕົນ ຕ້ອງ​ໃຫ້​ນ້ອງຊາຍ​ຂອງ​ຜູ້​ຕາຍ​ນັ້ນ ເອົາ​ເອື້ອຍໃພ້​ຂອງຕົນ​ເປັນ​ເມຍ ເພື່ອ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ​ທີ່​ຕາຍໄປ​ແລ້ວ​ນັ້ນ.


ເມື່ອ​ອົງ​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ນັ່ງ​ທີ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ວັນ​ຕໍ່ມາ ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ມາ​ຫາ​ຕົນ ຈຶ່ງ​ກ່າວ​ຂຶ້ນ​ວ່າ, “ເບິ່ງແມ! ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຊົງ​ຮັບ​ເອົາ​ບາບກຳ​ຂອງ​ມະນຸດ​ສະໂລກ​ໄປ​ເສຍ


ພຣະທຳ​ນັ້ນ ຊົງ​ມີ​ຊີວິດ​ຢູ່​ໃນ​ພຣະອົງ​ເອງ ແລະ​ຊີວິດ​ນັ້ນ​ເປັນ​ຄວາມ​ສະຫວ່າງ​ຂອງ​ມະນຸດ.


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະອົງ ແລະ​ເພິ່ນ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ພຣະສັນຍາ​ໄວ້, ພຣະເຢຊູເຈົ້າ​ໄດ້​ຊົງ​ຖອກ​ພຣະວິນຍານ​ນັ້ນ​ລົງ​ມາ ຊຶ່ງ​ພວກເຈົ້າ​ໄດ້​ເຫັນ ແລະ​ໄດ້ຍິນ​ແລ້ວ​ນັ້ນ.


ຊະເຕຟາໂນ​ກ່າວ​ວ່າ, “ເບິ່ງແມ! ຂ້າພະເຈົ້າ​ເຫັນ​ຟ້າ​ສະຫວັນ​ໄຂ​ອອກ ແລະ​ເຫັນ​ບຸດ​ມະນຸດ​ກຳລັງ​ຢືນ​ຢູ່​ທີ່​ກໍ້າ​ຂວາ​ມື​ຂອງ​ພຣະເຈົ້າ.”


ເພາະວ່າ ເຮົາ​ບໍ່ມີ​ຄວາມ​ລະອາຍ​ໃນ​ຂ່າວປະເສີດ. ດ້ວຍວ່າ, ຂ່າວປະເສີດ​ນັ້ນ​ເປັນ​ຣິດເດດ​ອຳນາດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ທຸກຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມ​ພົ້ນ ພວກ​ຢິວ​ກ່ອນ ແລະ​ຄົນຕ່າງຊາດ​ດ້ວຍ.


ຜູ້ໃດ​ຈະ​ເປັນ​ຜູ້​ລົງໂທດ​ພວກເຂົາ​ອີກ? ເພາະ​ພຣະເຢຊູ​ຄຣິດເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຕາຍ ແລະ​ຍິ່ງ​ກວ່າ​ນັ້ນ​ອີກ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ນັ່ງ​ຢູ່​ກໍ້າຂວາ​ພຣະຫັດ​ຂອງ​ພຣະເຈົ້າ, ພຣະອົງ​ນັ້ນ​ແຫຼະ ອະທິຖານ​ວິງວອນ​ຂໍ​ເພື່ອ​ພວກເຮົາ


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ຖ້າ​ເຈົ້າ​ທັງຫລາຍ​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະຄຣິດ​ແລ້ວ ກໍ​ຈົ່ງ​ສະແຫວງ​ຫາ​ສິ່ງ​ຊຶ່ງ​ຢູ່​ເບື້ອງ​ເທິງ ຄື​ບ່ອນ​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່ ຊົງ​ປະທັບ​ເບື້ອງ​ຂວາ​ຂອງ​ພຣະເຈົ້າ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ນອກຈາກ​ນັ້ນ ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ​ພຣະອົງ​ຕົນ​ໃດ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງເຮົາ ຈົນກວ່າ​ເຮົາ​ປາບ​ເຫຼົ່າ​ສັດຕູ​ຂອງທ່ານ ໃຫ້​ຂາບລົງ​ຢູ່​ໃຕ້​ພື້ນ​ຕີນ​ຂອງທ່ານ.”


ແຕ່​ເມື່ອ​ພຣະຄຣິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ຄັ້ງ​ດຽວ ເພື່ອ​ຊຳລະ​ລ້າງ​ບາບກຳ​ແລ້ວ ເປັນ​ການ​ຖວາຍ​ຊຶ່ງ​ນຳ​ໃຊ້​ໄດ້​ຕະຫລອດໄປ, ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ທີ່​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະເຈົ້າ.


ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.


ດ້ວຍເຫດນັ້ນ ຖ້າ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຜູ້​ຍິ່ງໃຫຍ່ ທີ່​ຜ່ານ​ຟ້າ​ສະຫວັນ​ມາ​ແລ້ວ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ. ຈົ່ງ​ໃຫ້​ພວກເຮົາ​ຢຶດຖື​ຄວາມເຊື່ອ ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ​ໃຫ້​ໝັ້ນຄົງ.


ພຣະອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູຊາ​ມາ​ທຸກໆ​ວັນ ເໝືອນ​ດັ່ງ​ມະຫາ​ປະໂຣຫິດ​ຄົນ​ອື່ນໆ ຜູ້​ຊຶ່ງ​ຕອນ​ທຳອິດ​ຖວາຍ​ສຳລັບ​ການບາບ​ຂອງ​ຕົນເອງ ແລ້ວ​ຈຶ່ງ​ຖວາຍ​ສຳລັບ​ຄວາມ​ບາບ​ຂອງ​ພົນລະເມືອງ ສ່ວນ​ພຣະອົງ ໄດ້​ຊົງ​ຖວາຍ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ຄື​ເມື່ອ​ພຣະອົງ​ໄດ້​ຊົງ​ນຳ​ພຣະອົງ​ເອງ​ມາ​ຖວາຍ.


ເລື່ອງ​ທີ່​ເຮົາ​ກຳລັງ​ເວົ້າ​ຢູ່​ນີ້​ມີ​ຂໍ້​ສຳຄັນ ຄື​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້ ຄື​ພຣະ​ມະຫາ​ປະໂຣຫິດ​ຜູ້​ປະທັບ​ຢູ່​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ຜູ້​ຊົງ​ຣິດ​ເດຊາ​ນຸພາບ​ໃນ​ສະຫວັນ.


ເພາະວ່າ​ໃນ​ກໍລະນີ​ທີ່​ກ່ຽວກັບ​ໜັງສື​ພິໄນກຳ ກໍ​ຈະ​ຕ້ອງ​ພິສູດ​ວ່າ​ຜູ້​ເຮັດ​ໜັງສື​ນັ້ນ​ຕາຍ​ແລ້ວ.


ເພາະ​ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຄົງ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ຫລາຍ​ເທື່ອ ນັບ​ຕັ້ງແຕ່​ວາງ​ຮາກ​ສ້າງ​ໂລກ​ມາ. ແຕ່​ບັດນີ້ ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ເພື່ອ​ໄຖ່​ຄວາມ​ບາບ.


ໂດຍ​ທາງ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຊົງ​ປະທານ​ສະຫງ່າຣາສີ​ໃຫ້​ແກ່​ພຣະອົງ ເພື່ອ​ຄວາມເຊື່ອ​ແລະ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.


ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.


ເພາະ​ເມື່ອ​ເຮົາ​ໄດ້​ປະກາດ​ໃຫ້​ເຈົ້າ​ທັງຫລາຍ​ຮູ້​ເຖິງ​ຣິດເດດ ແລະ​ການ​ສະເດັດ​ມາ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ພວກເຮົາ​ບໍ່ໄດ້​ກ່າວ​ຕາມ​ນິຍາຍ​ທີ່​ເຂົາ​ແຕ່ງ​ຂຶ້ນ​ດ້ວຍ​ຄວາມ​ສະຫລາດ ແຕ່​ພວກເຮົາ​ເປັນ​ພະຍານ​ຜູ້​ຮູ້​ເຫັນ​ເດຊານຸພາບ​ຂອງ​ພຣະອົງ.


ເພາະວ່າ ພຣະອົງ​ໄດ້​ຊົງ​ຮັບ​ກຽດ​ແລະ​ສະຫງ່າຣາສີ ຈາກ​ພຣະເຈົ້າ ພຣະບິດາເຈົ້າ ເມື່ອ​ພຣະ​ສຸຣະສຽງ​ຈາກ​ຣັດສະໝີ​ອັນ​ຮຸ່ງເຮືອງ ຊົງ​ກ່າວ​ແກ່​ພຣະອົງ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່ຮັກ​ຂອງເຮົາ ເຮົາ​ພໍໃຈ​ຫລາຍ​ໃນ​ທ່ານ.”


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


ພວກເຈົ້າ​ຮູ້​ວ່າ​ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຍົກ​ເອົາ​ບາບກຳ​ຂອງ​ມະນຸດ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ບາບ​ເລີຍ.


ແດ່​ພຣະເຈົ້າ​ອົງ​ດຽວ ອົງ​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ໂດຍ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະ​ຣິດອຳນາດ ຈົ່ງ​ມີ​ແດ່​ພຣະອົງ​ທັງ​ໃນ​ອະດີດ, ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ຊົ່ວ​ນິຣັນດອນ ອາແມນ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ທັງຫລາຍ ພຣະອົງ​ຊົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ​ພຣະອົງ​ໄດ້​ຊົງ​ສ້າງ​ ສັບພະທຸກສິ່ງ​ທັງປວງ. ແລະ​ສັບພະທຸກສິ່ງ​ທັງປວງ​ນັ້ນ ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳລົງ​ຢູ່​ຕາມ​ຊອບ​ພຣະໄທ ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka