Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 1:12 - ພຣະຄຳພີສັກສິ

12 ພຣະອົງ​ຈະ​ມ້ວນ​ສິ່ງ​ເຫຼົ່ານັ້ນ​ໄວ້ ເໝືອນ​ດັ່ງ​ມ້ວນ​ເສື້ອ​ໃຫຍ່ ມັນ​ຈະ​ຖືກ​ປ່ຽນແປງ​ດັ່ງ​ເຄື່ອງນຸ່ງຫົ່ມ. ແຕ່​ຝ່າຍ​ພຣະອົງ​ຊົງ​ເປັນ​ຢູ່​ດັ່ງເດີມ​ສະເໝີ​ໄປ ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ບໍ່​ສິ້ນສຸດ​ຈັກເທື່ອ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພຣະອົງ​ຈະ​ມ້ວນ​ສິ່ງ​ເຫລົ່ານັ້ນ​ໄວ້​ເໝືອນດັ່ງ​ເສື້ອຄຸມ, ສິ່ງ​ເຫລົ່ານັ້ນ​ຈະ​ຖືກ​ປ່ຽນ​ໄປ​ເໝືອນດັ່ງ​ເສື້ອຜ້າ. ແຕ່​ພຣະອົງ​ຍັງ​ເໝືອນເດີມ, ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ຈັກເທື່ອ”

Uka jalj uñjjattʼäta Copia luraña




ເຮັບເຣີ 1:12
8 Jak'a apnaqawi uñst'ayäwi  

ພວກເຮົາ​ຮູ້​ບໍ່ໄດ້​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ທັງໝົດ ຫລື​ນັບ​ຈຳນວນ​ປີ​ທັງຫລາຍ​ຂອງ​ພຣະອົງ​ໄດ້.


ສຳລັບ​ພຣະອົງ​ແລ້ວ​ພັນ​ປີ​ກໍ​ເທົ່າ​ກັບ​ວັນ​ໜຶ່ງ ເໝືອນ​ດັ່ງ​ມື້ວານ​ນີ້​ທີ່​ຜ່ານ​ໄປ​ສັ້ນໆ​ໃນ​ຕອນ​ກາງຄືນ.


ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ເຮົາເປັນ​ຜູ້​ເຮົາເປັນ ເຈົ້າ​ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້: ‘ຜູ້​ທີ່​ເອີ້ນ​ຊື່​ວ່າ ເຮົາເປັນ’ ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ.”


ຊີວິດ​ຂ້ານ້ອຍ​ຖືກ​ຕັດຂາດ​ໃຫ້​ສິ້ນສຸດ​ລົງ ດັ່ງ​ຜ້າເຕັນ​ທີ່​ກຳລັງ​ຖືກ​ມ້າງ ດັ່ງ​ຜ້າ​ທີ່​ຖືກ​ຕັດ​ອອກ​ຈາກ​ຫູກ​ເປັນ​ຜືນໆ ຂ້ານ້ອຍ​ຄິດວ່າ​ພຣະອົງ​ໃຫ້​ຈົບ​ຊີວິດ​ສາ​ແລ້ວ.


ພຣະເຢຊູເຈົ້າ​ໄດ້ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ກ່ອນ​ອັບຣາຮາມ​ເກີດ ເຮົາ​ນີ້​ກໍ​ເປັນ​ຢູ່​ແລ້ວ.”


ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ​ຢູ່​ສະເໝີ​ກັນ ທັງ​ໃນ​ເວລາ​ວານ​ນີ້ ວັນ​ນີ້ ແລະ​ສືບໆໄປ​ເປັນນິດ.


ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka