ຮັກກາຍ 2:4 - ພຣະຄຳພີສັກສິ4 ແຕ່ບັດນີ້ ເຊຣຸບບາເບນເອີຍ ຈົ່ງເຂັ້ມແຂງເຖີດ ເຢຊູອາລູກຊາຍຂອງໂຢຊາດັກຜູ້ເປັນມະຫາປະໂຣຫິດເອີຍ ພຣະເຈົ້າຢາເວກ່າວວ່າ, ຈົ່ງເຂັ້ມແຂງເຖີດ, ປະຊາຊົນທັງໝົດຂອງດິນແດນເອີຍ ຈົ່ງເຂັ້ມແຂງເຖີດ. ຈົ່ງເຮັດວຽກຕໍ່ໄປເພາະເຮົາຢູ່ກັບພວກເຈົ້າ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ. Uka jalj uñjjattʼäta |
ກະສັດດາວິດໄດ້ສັ່ງໂຊໂລໂມນລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະກ້າຫານ. ຈົ່ງລົງມືເຮັດວຽກ ແລະຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ພຣະເຈົ້າຢາເວ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນຈະສະຖິດຢູ່ນຳເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າແຕ່ພຣະອົງຈະຢູ່ນຳເຈົ້າ ຈົນກວ່າເຈົ້າຈະກໍ່ສ້າງວິຫານຂອງພຣະເຈົ້າຢາເວສຳເລັດ.