Biblia Todo Logo
Internet tuqin Biblia

- Anuncios ukanaka -




ຮັກກາຍ 2:3 - ພຣະຄຳພີສັກສິ

3 “ໃນ​ທ່າມກາງ​ພວກເຈົ້າ​ມີ​ຜູ້ໃດ​ແດ່ ທີ່​ຍັງ​ລະນຶກ​ຄິດເຖິງ​ຄວາມ​ສະຫງ່າງາມ ຄັ້ງ​ທຳອິດ​ຂອງ​ພຣະວິຫານ​ໄດ້? ມາບັດນີ້ ພວກເຈົ້າ​ເບິ່ງ​ເຫັນ​ເປັນ​ຈັ່ງໃດ? ບໍ່​ເຫັນ​ມີ​ຄຸນຄ່າ​ຫຍັງ​ເລີຍ​ແມ່ນ​ບໍ.

Uka jalj uñjjattʼäta Copia luraña




ຮັກກາຍ 2:3
8 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຄິດ​ວ່າ, “ວິຫານ​ທີ່​ໂຊໂລໂມນ​ລູກຊາຍ​ເຮົາ​ຈະ​ສ້າງ​ຂຶ້ນ​ສຳລັບ​ພຣະເຈົ້າຢາເວ​ນີ້​ຕ້ອງ​ງາມ ແລະ​ເປັນ​ທີ່​ຊ່າລື​ກັນ​ໄປ​ທົ່ວໂລກ, ແຕ່​ລາວ​ຍັງ​ໜຸ່ມ ແລະ​ຂາດ​ປະສົບການ. ດັ່ງນັ້ນ ເຮົາ​ຈຶ່ງ​ຕ້ອງ​ເປັນ​ຜູ້​ຈັດຕຽມ​ສິ່ງ​ຕ່າງໆ​ໄວ້​ໃຫ້​ລາວ.” ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ຈັດຫາ​ວັດສະດຸ​ກໍ່ສ້າງ​ໄວ້ ເປັນ​ຈຳນວນ​ຫລວງຫລາຍ​ກ່ອນ​ເພິ່ນ​ຕາຍໄປ.


ພວກເຂົາ​ຮ້ອງເພງ​ສັນລະເສີນ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ວ່າ: “ພຣະອົງ ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ ທີ່​ພຣະອົງ​ມີ​ແກ່​ຊາດ​ອິດສະຣາເອນ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ທຸກຄົນ​ຕ່າງ​ກໍ​ຮ້ອງ​ດ້ວຍ​ສຸດຈິດ​ສຸດໃຈ ສັນລະເສີນ​ພຣະເຈົ້າຢາເວ ເພາະ​ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຖືກ​ວາງ​ລົງ​ແລ້ວ.


ແຕ່​ຍັງ​ມີ​ປະໂຣຫິດ​ຜູ້​ອາວຸໂສ​ຫລາຍ​ຄົນ, ພວກເລວີ, ຫົວໜ້າ​ຕະກຸນ​ຕ່າງໆ​ທີ່​ເຄີຍ​ເຫັນ​ວິຫານ​ຫລັງ​ກ່ອນ​ມາ​ແລ້ວ ເມື່ອ​ໄດ້​ລໍ​ເຝົ້າເບິ່ງ​ການ​ວາງ​ຮາກຖານ​ຂອງ​ວິຫານ​ຢູ່​ນັ້ນ ຕ່າງ​ກໍ​ຮ້ອງໄຫ້ ແລະ​ຄໍ່າຄວນ. ແຕ່​ຄົນອື່ນ​ຢູ່​ໃນ​ທີ່ນັ້ນ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.


ເມືອງ​ອັນ​ສັກສິດ​ຂອງ​ພຣະອົງ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ນະຄອນ​ເຢຣູຊາເລັມ​ຮົກຮ້າງ​ເພພັງ


ຄັ້ງໜຶ່ງ ພວກເຂົາ​ເຄີຍ​ອວດອົ່ງ​ທະນົງ​ຕົວ​ໃນ​ເຄື່ອງເອ້​ອັນ​ສວຍງາມ​ຂອງ​ພວກເຂົາ; ແຕ່​ພວກເຂົາ​ກໍໄດ້​ໃຊ້​ມັນ​ເຮັດ​ຮູບເຄົາຣົບ​ຕ່າງໆ​ອັນ​ໜ້າກຽດຊັງ. ສະນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ຊັບສົມບັດ​ນັ້ນ ຊຸກດັນ​ໃຫ້​ພວກເຂົາ​ເກີດ​ເບື່ອໜ່າຍ.


ພຣະວິຫານ​ຫລັງ​ໃໝ່​ນີ້​ຈະ​ສະຫງ່າງາມ​ກວ່າ​ຫລັງເກົ່າ; ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ສັນຕິສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka