ຮັກກາຍ 2:2 - ພຣະຄຳພີສັກສິ2 ພຣະອົງໄດ້ບອກຮັກກາຍໃຫ້ກ່າວຕໍ່ເຊຣຸບບາເບນລູກຊາຍຂອງເຊອານຕີເອນຜູ້ປົກຄອງຢູດາຍ ຕໍ່ເຢຊູອາລູກຊາຍຂອງໂຢຊາດັກຜູ້ເປັນມະຫາປະໂຣຫິດ ແລະຕໍ່ປະຊາຊົນທີ່ກັບມາຈາກການເປັນຊະເລີຍວ່າ, Uka jalj uñjjattʼäta |
ເຢຊູອາລູກຊາຍຂອງໂຢຊາດັກ, ໝູ່ເພື່ອນປະໂຣຫິດຂອງລາວ ແລະເຊຣຸບບາເບນລູກຊາຍຂອງເຊອານຕີເອນພ້ອມທັງຍາດຕິພີ່ນ້ອງ, ໄດ້ສ້າງແທ່ນບູຊາສຳລັບພຣະເຈົ້າຂອງຊາດອິດສະຣາເອນຂຶ້ນໃໝ່ ເພື່ອວ່າພວກເຂົາຈະໄດ້ເຜົາເຄື່ອງບູຊາຖວາຍທີ່ເທິງແທ່ນນັ້ນ ຕາມຄຳແນະນຳທີ່ມີຂຽນໄວ້ໃນກົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ.
ເມື່ອພວກເຂົາໄດ້ຍິນຂໍ້ຄວາມທີ່ກົດບັນຍັດນັ້ນຮຽກຮ້ອງໃຫ້ເຮັດ ຕ່າງກໍຮູ້ສຶກຕື້ນຕັນໃຈ ແລະຮ້ອງໄຫ້ຂຶ້ນ. ສະນັ້ນ ເນເຫມີຢາຜູ້ທີ່ເປັນຜູ້ປົກຄອງ ແລະເອຊະຣາຜູ້ທີ່ເປັນທັງປະໂຣຫິດ ແລະເປັນນັກຮຽນຮູ້ດ້ານກົດບັນຍັດຕະຫລອດທັງຄົນເລວີທີ່ເປັນຜູ້ອະທິບາຍກົດບັນຍັດ ຈຶ່ງບອກປະຊາຊົນທັງໝົດວ່າ, “ວັນນີ້ເປັນວັນສັກສິດສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ; ສະນັ້ນ ຈຶ່ງບໍ່ສົມຄວນທີ່ພວກທ່ານຈະໄວ້ທຸກ ຫລືຮ້ອງໄຫ້.
ໃນປີທີສອງ ທີ່ດາຣິອຸດໄດ້ຂຶ້ນເປັນຈັກກະພັດແຫ່ງເປີເຊຍ ອັນກົງກັບວັນທີໜຶ່ງຂອງເດືອນທີຫົກ; ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂດຍທາງຜູ້ທຳນວາຍຮັກກາຍ. ຖ້ອຍຄຳນີ້ແມ່ນສຳລັບເຊຣຸບບາເບນລູກຊາຍຂອງເຊອານຕີເອນ ທີ່ເປັນຜູ້ປົກຄອງຊາດຢູດາຍ ແລະສຳລັບເຢຊູອາລູກຊາຍຂອງໂຢຊາດັກ ຜູ້ເປັນມະຫາປະໂຣຫິດ.
ແລ້ວເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ເຢຊູອາລູກຊາຍຂອງໂຢຊາດັກ ມະຫາປະໂຣຫິດ ແລະປະຊາຊົນທັງໝົດ ຜູ້ທີ່ໄດ້ກັບມາຈາກການເປັນຊະເລີຍໃນຕ່າງຖິ່ນ ໃນບາບີໂລນ ກໍເຮັດຕາມພຣະເຈົ້າຢາເວ ພຣະເຈົ້າຂອງພວກຕົນໄດ້ບອກ. ພວກເຂົາຢ້ານກົວພຣະເຈົ້າຢາເວຈຶ່ງເຊື່ອຟັງຜູ້ທຳນວາຍຮັກກາຍ ຜູ້ນຳຂ່າວຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສົ່ງມາເຖິງເພິ່ນ.
ພຣະເຈົ້າຢາເວໄດ້ບັນດົນໃຈທຸກຄົນໃຫ້ຊ່ວຍກັນສ້າງພຣະວິຫານ: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ ຜູ້ປົກຄອງຢູດາຍ; ເຢຊູອາລູກຊາຍຂອງໂຢຊາດັກ ມະຫາປະໂຣຫິດ, ຕະຫລອດທັງປະຊາຊົນທຸກຄົນ ທີ່ໄດ້ກັບມາຈາກການເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາໄດ້ເລີ່ມສ້າງວິຫານຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາ