Biblia Todo Logo
Internet tuqin Biblia

- Anuncios ukanaka -




ຮັກກາຍ 1:8 - ພຣະຄຳພີສັກສິ

8 ບັດນີ້ ຈົ່ງ​ຂຶ້ນ​ໄປ​ທີ່​ເນີນພູ​ຕ່າງໆ ຫາ​ຊອກ​ໄມ້​ມາ​ສ້າງ​ວິຫານ​ຂຶ້ນ​ໃໝ່; ແລ້ວ​ເຮົາ​ກໍ​ຈະ​ພໍໃຈ​ນຳ​ແລະ​ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ ສົມ​ກັບ​ທີ່​ເຮົາ​ຄວນ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ຮັກກາຍ 1:8
21 Jak'a apnaqawi uñst'ayäwi  

ຫລັງຈາກ​ທີ່​ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ເປັນ​ເວລາ​ສີ່ຮ້ອຍ​ແປດສິບ​ປີ​ແລ້ວ ໃນ​ຣາຊການ​ປີ​ທີ​ສີ່ ຂອງ​ກະສັດ​ໂຊໂລໂມນ​ແຫ່ງ​ຊາດ​ອິດສະຣາເອນ ຄື​ເດືອນ​ທີ​ສອງ​ອັນ​ກົງ​ກັບ​ເດືອນ​ຊີເຟ ​ເພິ່ນ​ໄດ້​ເລີ່ມຕົ້ນ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ເຮົາ​ຂໍ​ຮັບ​ເອົາ​ວິຫານ​ທີ່​ເຈົ້າ​ໄດ້​ສ້າງ​ນີ້ ໃຫ້​ເປັນ​ບ່ອນ​ນະມັດສະການ​ເຮົາ​ຕະຫລອດໄປ. ເຮົາ​ຈະ​ເບິ່ງແຍງ​ຮັກສາ ແລະ​ປ້ອງກັນ​ວິຫານ​ນັ້ນ​ຕະຫລອດ​ເວລາ.


ສະນັ້ນ ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ສຸດຈິດ. ຈົ່ງ​ລົງມື​ກໍ່ສ້າງ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ ເພື່ອ​ຈະ​ໄດ້​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ເຄື່ອງ​ສັກສິດ​ອື່ນໆ​ຂອງ​ພຣະເຈົ້າ ເຂົ້າມາ​ໃນ​ວິຫານ​ທີ່​ສ້າງ​ໄວ້​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ.”


ເພາະ​ເຮົາ​ໄດ້​ເລືອກເອົາ​ສະຖານທີ່​ນີ້​ເປັນ​ບ່ອນ​ສັກສິດ ໃຫ້​ພວກເຂົາ​ນະມັດສະການ​ເຮົາ​ຕະຫລອດໄປ. ເຮົາ​ຈະ​ເຝົ້າເບິ່ງ​ສະຖານທີ່​ນີ້ ແລະ​ປົກປັກ​ຮັກສາ​ຢູ່​ທຸກ​ເວລາ.


ຕໍ່ມາ ປະຊາຊົນ​ກໍ​ຈ່າຍ​ເງິນ​ໃຫ້​ຊ່າງ​ຕັດ​ຫີນ ແລະ​ຊ່າງ​ໄມ້; ແລະ​ໄດ້​ເອົາ​ອາຫານ, ເຄື່ອງດື່ມ ແລະ​ນໍ້າມັນ​ໝາກກອກເທດ ສົ່ງ​ໄປ​ທີ່​ເມືອງ​ຕີເຣ ແລະ ຊີໂດນ ເພື່ອ​ແລກປ່ຽນ​ກັບ​ໄມ້ແປກ​ຈາກ​ເລບານອນ ຊຶ່ງ​ໄມ້​ເຫຼົ່ານີ້​ໄດ້​ຖືກ​ນຳ​ມາ​ທາງ​ທະເລ​ຈາກ​ເມືອງ​ຢົບປາ. ທຸກສິ່ງ​ທີ່​ໄດ້​ລົງມື​ເຮັດ​ນັ້ນ​ແມ່ນ​ໄດ້​ຮັບ​ອະນຸຍາດ​ຈາກ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ.


ສ່ວນ​ຝາ​ນັ້ນ ໃຫ້​ສ້າງ​ດ້ວຍ​ຫີນ​ເປັນ​ສາມ​ຊັ້ນ ຊຶ່ງ​ທຸກ​ສາມ​ຊັ້ນ​ໃດ ໃຫ້​ມີ​ໄມ້​ກາດ​ຢູ່​ເທິງ​ອັນ​ໜຶ່ງ. ຄ່າ​ໃຊ້​ຈ່າຍ​ທັງໝົດ​ໃຫ້​ຕົກ​ເປັນ​ເງິນ​ຂອງ​ຄັງ​ຫລວງ.


ໃນ​ທີ່ນັ້ນ ເຮົາ​ຈະ​ພົບ​ກັບ​ປະຊາຊົນ​ອິດສະຣາເອນ ແລະ​ສະຫງ່າຣາສີ​ອັນ​ສຸກໃສ​ຂອງເຮົາ​ຈາກ​ທີ່​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ບ່ອນ​ນັ້ນ​ສັກສິດ.


ໄມ້​ສົນສີດາ ໄມ້ແປກ ທັງ​ແປກເທດ​ໃນ​ປ່າ​ເລບານອນ ຈະ​ຖືກ​ນຳ​ມາ​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ເພື່ອ​ເຮັດ​ໃຫ້​ວິຫານ​ຂອງເຮົາ​ສວຍສົດ​ງົດງາມ ແລະ​ເພື່ອ​ໃຫ້​ພຣະ​ນະຄອນ​ມີ​ສະຫງ່າຣາສີ​ດ້ວຍ.


ຝູງແກະ​ທັງໝົດ​ຂອງ​ເນບາໂຢດ​ແລະ​ເກດາ ຈະ​ຖືກ​ນຳ​ມາ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ເຈົ້າ ແລະ​ຖວາຍ​ທີ່​ເທິງ​ແທ່ນ​ບູຊາ ພຣະອົງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ພຣະອົງ​ຮຸ່ງເຮືອງ​ຍິ່ງໆ​ຂຶ້ນ.


ພວກເຈົ້າ​ຈະ​ດີໃຈ​ທີ່​ເຫັນ​ພະ​ນະຄອນ​ຮຸ່ງເຮືອງ ດັ່ງ​ເດັກນ້ອຍ​ຜູ້ໜຶ່ງ​ຢູ່​ໃນ​ອ້ອມເອິກ​ຂອງ​ແມ່.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ເຫັນ​ບໍ່​ວ່າ ເປັນຫຍັງ​ເຫດການ​ເຊັ່ນນີ້​ຈຶ່ງ​ເກີດຂຶ້ນ?


ເຮົາ​ຈະ​ໂຄ່ນລົ້ມ​ທຸກ​ຊົນຊາດ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ນຳ​ມາ ແລະ​ເຮົາ​ຈະ​ໃຫ້​ວິຫານ​ນີ້​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ພຣະວິຫານ​ຫລັງ​ໃໝ່​ນີ້​ຈະ​ສະຫງ່າງາມ​ກວ່າ​ຫລັງເກົ່າ; ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ສັນຕິສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka