ຮັກກາຍ 1:6 - ພຣະຄຳພີສັກສິ6 ພວກເຈົ້າຫວ່ານເມັດພືດຢ່າງຫລວງຫລາຍ ແຕ່ເກັບກ່ຽວໄດ້ໜ້ອຍດຽວ. ພວກເຈົ້າມີອາຫານ ແຕ່ກໍກິນບໍ່ພໍອີ່ມ. ພວກເຈົ້າມີເຫຼົ້າອະງຸ່ນ ແຕ່ກໍດື່ມບໍ່ພໍເມົາ ພວກເຈົ້າມີເຄື່ອງນຸ່ງຫົ່ມ ແຕ່ກໍອົບອຸ່ນບໍ່ພຽງພໍ. ຄົນເຮັດວຽກໜັກກໍລ້ຽງຊີບຕົນບໍ່ພໍກຸ້ມ. Uka jalj uñjjattʼäta |
ນາງຕອບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານອົງຊົງພຣະຊົນຢູ່ ຂ້ານ້ອຍຂໍສາບານວ່າ ຂ້ານ້ອຍບໍ່ມີເຂົ້າຈີ່ເລີຍ. ຂ້ານ້ອຍມີແຕ່ແປ້ງກຳດຽວໃນຖ້ວຍ ແລະນໍ້າມັນໝາກກອກເທດໜ້ອຍໜຶ່ງໃນໄຫ. ຂ້ານ້ອຍມາທີ່ນີ້ເພື່ອເກັບເອົາຟືນຈັກສອງ ຫລືສາມດົ້ນເມືອເຮືອນ ເພື່ອຄົວສິ່ງທີ່ມີເຫຼືອຢູ່ເລັກນ້ອຍສຳລັບຂ້ານ້ອຍແລະລູກຊາຍ. ອາຫານຄາບນີ້ຈະເປັນຄາບສຸດທ້າຍຂອງພວກຂ້ານ້ອຍ ແລ້ວຕໍ່ໄປພວກຂ້ານ້ອຍກໍຈະຫິວຕາຍ.”
ພວກເຈົ້າຫວັງເກັບກ່ຽວໄດ້ຫລາຍ ແຕ່ພັດໄດ້ໜ້ອຍ. ເມື່ອພວກເຈົ້ານຳຜົນລະປູກມາບ້ານ ເຮົາຊໍ້າພັດໃຫ້ມັນປິວໜີໄປ. ເປັນຫຍັງເຮົາຈຶ່ງໄດ້ເຮັດເຊັ່ນນັ້ນ? ພຣະເຈົ້າຢາເວກ່າວວ່າ: ເພາະວ່າວິຫານຂອງເຮົາຍັງຮົກຮ້າງເພພັງຢູ່ ໃນຂະນະທີ່ພວກເຈົ້າແຕ່ລະຄົນຫຍຸ້ງຢູ່ກັບເຮັດວຽກເຮັດງານເພື່ອບ້ານເຮືອນຂອງຕົນເອງ.
ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດເຮົາໃນສິ່ງທີ່ພວກເຈົ້າກະທຳ. ຖ້າພວກເຈົ້າບໍ່ຍອມຟັງໃນສິ່ງທີ່ເຮົາກ່າວ ເຮົາຈະນຳຄຳສາບແຊ່ງມາສູ່ພວກເຈົ້າ. ເຮົາຈະນຳຄຳສາບແຊ່ງມາສູ່ສິ່ງຕ່າງໆທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ. ຕາມຄວາມເປັນຈິງ ເຮົາໄດ້ນຳຄຳສາບແຊ່ງນັ້ນມາແລ້ວ ເພາະວ່າພວກເຈົ້າບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາຢ່າງແທ້ຈິງ.